ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວປາແລສໄຕນ໌ ຝັງສົບ ໜຸ່ມນ້ອຍ ທີ່ຖືກລັກພາໂຕ ແລ້ວຖືກຂ້າຖິ້ມ (ສະໄລດ໌/ວີດີໂອ)


ນາງ Suha ແມ່ຂອງ ທ້າວ Mohammed Abu Khudai ສະແດງຮູບລູກຊາຍ ຈາກໂທລະສັບມືຖືຂອງລາວ.
ນາງ Suha ແມ່ຂອງ ທ້າວ Mohammed Abu Khudai ສະແດງຮູບລູກຊາຍ ຈາກໂທລະສັບມືຖືຂອງລາວ.

ຊາວ​ປາ​ແລສ​ໄຕ​ນ໌ ກຳລັງ​ພາກັນ​ຕຽມ​ຝັງ​ສົບ​ໜຸ່ມນ້ອຍຄົນ​ນຶ່ງ ທີ່​
ຖືກ​ຂ້າ​ຕາຍ ​ຊຶ່ງ​ສົງໄສ​ວ່າ​ ເປັນ​ການໂຈມຕີແກ້ແຄ້ນ ທີ່ໄດ້​ເຮັດ​
ໃຫ້​ເກີດ​ການ​ປະ​ທ້ວງດ້ວຍຄວາມ ໂກດແຄ້ນ​ເປັນ​ເວລາ​ສອງ​ມື້ ​ຢູ່່​
ພາກ​ຕາ​ເວັນ​ອອກ​ຂອງນະຄອນ​ເຈຣູຊາ​ແລັມ.

ຕຳຫລວດ​ອິສຣາ​ແອ​ລ ກຳລັງ​ຕຽມ​ຮັບ​ມື​ກັບ​ຄວາມວຸ້ນວາຍ
ເພີ້​ມຕື່ມ ຫລັງຈາກ​ການ​ສົ່ງສະການທີ່​ຄາດ​ວ່າ​ ຈະ​ຈັດ​ຂື້ນລຸນ​ຫລັງ​
ການ​ສູດ​ມົນ ໃນວັນ​ສຸກ​ມື້​ນີ້ ທີ່​ຄຸ້ມ​ Shuafat ຂອງ​ຊາວ​ອາຣັບ.

ສົບ​ຂອງ​ທ້າວ Mohammed Abu Khudair ​ໄດ້​ຖືກ​ພົບ​ເຫັນ​ຢູ່
​ໃນ​ປ່າ​ແຫ່ງນຶ່ງ ໃນນະຄອນ​ເຈຣູຊາ​ແລັມ ​ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ
ປະມານ​ນຶ່ງ​ຊົ່ວ​ໂມງຫລັງຈາກ​ທີ່​ລາວ​ໄດ້​ຖືກບັງຄັບ​ໃຫ້​ເຂົ້າ​ໄປ​ໃນ​ລົດຄັນ​ນຶ່ງ ​ໂດຍຜູ້​ລັກພາ​ໂຕທີ່ບໍ່ຮູ້ວ່າເປັນໃຜ.

ບັນດາ​ເຈົ້າ​ໜ້າ​ທີ່ອິສຣາ​ແອ​ລກ່າວ​ວ່າ ຕົນ​ກຳລັງ​ສືບສວນ​ວ່າ ການ​ສັງຫານນີ້​ເປັນ​ການ​ຕອບ
​ໂຕ້​ຕໍ່ການ​ລັກພາ​ໂຕ ​ແລະ​ສັງຫານ​ໜຸ່ມນ້ອຍ​ ອິສຣາ​ແອ​ລ ສາມ​ຄົນ ທີ່​ໄດ້​ຝັງສົບໄປ​ແລ້ວ​ໃນ
ຕົ້ນ​ອາທິດ​ນີ້.

ISRAEL PALESTINIANS VOSOT
please wait

No media source currently available

0:00 0:00:55 0:00

ພໍ່​ຂອງໜຸ່ມ​ນ້ອຍອາຍຸ 16 ປີຄົນນີ້ ຄືທ່ານ Hussein Abu Khudair ກ່າວ​ວ່າ ລາວຍັງ​ບໍ່​ທັນ
​ໄດ້​ຮັບ​ສົບ​ຂອງ​ລູກ​ຊາຍ​ລາວ​ ຈາກພວກເຈົ້າ​ໜ້າ​ທີ່ອິສຣາ​ແອ​ລ ​ທີ່​ກຳ​ລັງ​ສັນນະສູດເບິ່ງ​ສົບຢູ່.

“ມື້​ນີ້ ​ຍ້ອນພະ​ເຈົ້າ​ປະທານ ຫລັງ​ຈາກບ່າຍ 1 ​ໂມງເຄິ່ງ ພວກ​ເຮົາ​ຈະ​ໄດ້​ຮັບ​ສົບ​ຂອງ​ລູກ​ຊາຍ
​ຂອງຂ້າ​ພະ​ເຈົ້າ ຜູ້​ເສຍສະຫຼະເພື່ອສາສະໜາ. ພວກ​ເຮົາ​ບໍ່​ຮູ້ແນ່ນອນວ່າ ​ເວລາ​ໃດ ພວກ​
ເຮົາ​ຍັງ​ບໍ່​ໄດ້​ຮັບ​ໂທລະສັບ​ຄັ້ງ​ສຸດ​ທ້າຍ​ເທຶ່ອ. ​ເຂົາ​ເຈົ້າ​ກ່າວ​ວ່າ ບ່າຍໂມງເຄິ່ງ​. ​ເພາະ​ສະ​ນັ້ນ
​ແລ້ວ​ແຕ່​ພະເຈົ້າ​ປະທານ ພວກ​ຂ້າ​ພະ​ເຈົ້າ ຈະ​ນຳ​ສົບ​ຂອງ​ລາວ​ໄປວັດ ​ແລະ​ພວກ​ເຮົາ​ຈະ​ສູດ​
ມົນ​ໃຫ້​ແກ່​ລາວ.”

ທະຫານອິສຣາ​ແອ​ລ ໄດ້ເພີ້ມກຳລັງທະຫານ​ຢ່າງ​ຫລວງຫລາຍ ​ຢູ່​ໃກ້​ໆກັບເຂດ Gaza ​ແລະ​ໄດ້ໂຈມ​ຕີ​ທາງ​ອາ​ກາດ​ແນ​ໃສ່ກຸ່ມ Hamas ທີ່ ອິສຣາ​ແອ​ລ ຖິ້ມໂທດ ໃສ່​ວ່າ ​ເປັນ​ຜູ້​ສັງຫານ
ໜຸ່ມນ້ອຍ​ອິສຣາ​ແອລ.

ບັນດາ​ເຈົ້າ​ໜ້າ​ທີ່ອິສຣາ​ແອ​ລ ກ່າວ​ຕໍ່​ສື່​ມວນ​ຊົນ​ທ້ອງ​ຖິ່ນ​ວ່າ ​ກຳລັງມີການ​ເຈລະຈາ​ກັນ​ກ່ຽວ
ກັບການຢຸດຍິງ ໃນ​ຂະນະ​ນີ້ ກັບກຸ່ມ Hamas ​ແຕ່​ກໍ່ໄດ້​ເຕືອນ​ວ່າ ມັນຂຶ້ນຢູ່ກັບຈະມີການຢຸດ
ເຊົາຫລືບໍ່ ໃນການຍິງລູກ​ຈະ​ຫລວດເຂົ້າ​ມາ​ໃສ່ ອິສຣາ​ແອ​ລ.

​ໂຄສົກຂອງກຸ່ມ Hamas ​ນາງ Isra al-Modallal ບໍ່​ສາມາດ​ໃຫ້ການຢືນ​ຢັນ​ໄດ້ວ່າຈະມີ
ການຢຸດຍິງເກີດ​ຂື້ນ​ໄດ້​ທຸກ​ຍາມ ​ແຕ່ໄດ້​ກ່າວ​ຕໍ່ວີໂອ​ເອວ່າ ບັນດາ​ຜູ້ນຳກຸ່ມ Hamas ບໍ່​ຕ້ອງ
ການໃຫ້ບັນຫາ​ຂັດ​ແຍ້​ງນີ້ ເພີ້ມທະວີຄວາມຮຸນແຮງຂຶ້ນ ຕື່ມ. ​

ISRAEL PALESTINIANS VO
please wait

No media source currently available

0:00 0:00:59 0:00

XS
SM
MD
LG