ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາແລສໄຕນ໌ຍື່ນຄຳຮ້ອງ ຂໍ​ເຂົ້າ​ຮ່ວມ ສານ​ອາຍາ ນາໆຊາດ


ເອກອັກຄະລັດຖະທູດ ປາແລສໄຕນ໌ ປະຈຳສະຫະປະຊາຊາດ ທ່ານ Riyad Mansour.
ເອກອັກຄະລັດຖະທູດ ປາແລສໄຕນ໌ ປະຈຳສະຫະປະຊາຊາດ ທ່ານ Riyad Mansour.

ປາແລ​ສ​ໄຕ​ນ໌ ​ໄດ້​ຍື່ນ​ເອກກະສານສະບັບນຶ່ງຕໍ່​ສະຫະ​ປະຊາ​ຊາດ
​ເພື່ອ​ເຂົ້າ​ເປັນສະມາຊິກສານ​ອາຍາ​ນາ​ໆຊາດຊຶ່ງ​ເປັນ​ການ​ເຄື່ອນ
​ໄຫວ ​ທີ່​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າສາມາດຟ້ອງອິສຣາ​ແອ​ລໄດ້ ໃນຂໍ້​ຫາ
ກໍ່ອາຊະຍາກຳ​ສົງຄາມ​. ​

​ເອກ​ອັກຄະ​ລັດຖະທູດ ປາ​ແລ​ສ​ໄຕ​ນ໌ ປະຈຳ​ສະຫະ​ປະຊາ​ຊາດ
ທ່ານ Riyad Mansour ​ແລະ​ໂຄສົກສະຫະ​ປະຊາ​ຊາດ ​ໃນ​ວັນ​
ສຸກ​ວານ​ນີ້​ໄດ້​ຢືນ​ຢັນ ກ່ຽວກັບການ​ມອບ ​ເອກ​ກະສາ​ນດັ່ງກ່າວ ​
ຢູ່ທີ່ສຳນັກງານໃຫຍ່ ສະຫະ​ປະຊາ​ຊາດ.

ທ່ານ Monsour ກ່າວ​ວ່າ ການ​ເຄື່ອນ​ໄຫວ​ນີ້ ເປັນ “ບາດກ້າວ​
ສຳຄັນ​ຫຼາຍ” ທີ່​ມີ​ຄວາມ​ຈຳ​ເປັນ ​ໃນ​ກາ​ນຊອກ​ຫາ​ຄວາມເປັນ​ທຳ ​ກ່ຽວກັບການ​ກ່າວຫາ
ໃນການ​ກໍ່ອາຊະຍາກຳຕໍ່ປະຊາຊົນປາແລ​ສ​ໄຕ​ນ໌. ທ່ານ​ຍັງ​ກ່າວ​ວ່າ ຊາວ​ປາ​ແລສ​ໄຕ​ນ໌
ກຳລັງ​ຊອກ​ຫາອຳນາດ ທີ່ມີຜົນຢ້ອນຫລັງ ຈາກ​ສານ​ອາຍາ​ນາໆ​ຊາດ ກ່ຽວ​ກັບ​ຄວາມ​
ຜິດຕ່າງໆ​ທີ່​ໄດ້​ກະທຳ​ໃນລະຫວ່າງສົງຄາມ​ຢູ່ແຫລມ Gaza ໃນປີແລ້ວນີ້.

ປະທານາທິບໍດີ ປາ​ແລ​ສ​ໄຕ​ນ໌ ທ່ານ Mahmoud Abbas ​ໄດ້​ລົງ​ນາມໃນ​ເອກ​ກະສາ​ນ
ຫລັງ​ຈາກສະພາ​ຄວາ​ມໝັ້ນຄົງ ສະຫະ​ປະຊາ​ຊາດ ​ໄດ້​ປະຕິ​ເສດຕໍ່​ຮ່າງ​ຍັດຕິ ​ໃນ​ຕົ້ນ
​ອາທິດ​ນີ້ ທີ່​ໄດ້​ຕັ້ງ​ກຳນົດເສັ້ນ​ຕາຍສາມ​ປີ ​ເພື່ອສ້າງ​ຕັ້ງ​ລັດ​ປາ​ແລ​ສ​ໄຕນ໌ ຢູ່​ໃນ​ດິນ​ແດນ
​ທີ່​ຄວບ​ຄຸມ​ໂດຍອິສຣາ​ແອລ ຫລັງ​ຈາກ​ສົງຄາມ​ໃນປີ 1967.

ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin Netanyahu ​ໄດ້​ຂົ່ມຂູ່​ທີ່ຈະ ທຳການ
ຕອບໂຕ້​ ທີ່ບໍ່ໄດ້ລະບຸໃຫ້ຊາບ ຕໍ່​ຄຳ​ຮ້ອງ​ຂໍ​ຂອງປາແລ​ສ​ໄຕນ໌ ​ໃນ​ການ​ເຂົ້າ​ເປັນສະມາ
ຊິກຂອງສານ​ອາຍາ​ນາໆ​ຊາດ ຫລື ICC.

PALESTINIANS UN ICC VOSOTVO
please wait

No media source currently available

0:00 0:01:05 0:00

XS
SM
MD
LG