ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວປາ​ແລ​ສ​ໄຕ​ນ໌ 2 ຄົນ ຖືກທະຫານ ອິສຣາ​ແອ​ລ ​​ຍິງ​ຕາຍ (ວີດີໂອ)


Un véhicule brule devant le parlement que des manifestants ont pris d’assaut, évacuant les députés réunis pour modifier la Constitution en vue permettre un troisième mandat du Blaise Compaoré, Ouagadougou, 30 octobre 2014. (AP Photo/Theo Renaut).
Un véhicule brule devant le parlement que des manifestants ont pris d’assaut, évacuant les députés réunis pour modifier la Constitution en vue permettre un troisième mandat du Blaise Compaoré, Ouagadougou, 30 octobre 2014. (AP Photo/Theo Renaut).
ທະຫານ ອິສຣາ​ແອ​ລ ​ໄດ້​ຍິງ​ສັງຫານ ຊາວປາ​ແລ​ສ​ໄຕ​ນ໌ 2 ຄົນ
ໃນເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ຫຼື West Bank
ໃນ​ຕອນ​ເຊົ້າວັນ​ອາທິດ​ມື້​ນີ້ ​ໃນ​ການ​ປະ​ທະ​ກັນສອງ​ບັ້ນຕ່າງກັນ
ໃນ​ຂະນະ​ທີ່​ທະຫານ​ອິສຣາ​ແອ​ລ ​ສືບ​ຕໍ່​ຊອກ​ຫາ ພວກເດັກ​ໄວ
​ລຸ່ນອິສຣາ​ແອ​ລ 3 ຄົນ​ທີ່​ ຫາ​ຍສາບ​ສູນ​ໄປ.

ອິສຣາ​ແອ​ລ ກ່າວ​ວ່າ ຜູ້​ຊາຍປາ​ແລ​ສ​ໄຕ​ນ໌ ຄົນໜຶ່ງ​ຖືກຍິງຕາຍ
​ຢູ່​ທີ່ ເຂດ​ເ​ມື​ອງ Nablus ຫຼັງຈາກ​ທີ່​ບໍ່ເອົາຫົວຊາ ​ນຳ​ການ​ຍິງ
ເຕືອນຫຼາຍນັດ​ ​ແລະ ​ຜູ້ກ່ຽວ​ຍັງໄດ້​ຍ່າງເຂົ້າ​ໄປ​ຫາທະຫານ ​ໃນ​
ລັກສະນະ​ທີ່​ເຂົາ​ເຈົ້າບັນ​ລະ​ຍາຍ​ວ່າ “ຜູ້​ກ່ຽວ​ມີ​ທ່າ​ທາງ​ຂົ່ມຂູ່.”
ຄອບ​ຄົວ​ຂອງ​ຜູ້ຊາຍ​ຄົນ​ນັ້ນ ບອກກັບ​ອົງການ​ຂ່າວ​ສານຂອງ
ຝຣັ່ງວ່າ ລາວ​ເປັນ​ຄົນ​ບໍ່​ປົກກະຕິ​ ທາງ​ດ້ານຈິດໃຈ.

ຜູ້​ຊາຍປາ​ແລ​ສ​ໄຕ​ນ໌ ອີກຄົນໜຶ່ງ​ຕາຍ​ໃນ​ການ​ຍິງ​ກັນ​ຢູ່ໃນເມືອງ Ramallah ຊຶ່ງ​ເປັນ
ເມືອງ​ຫລວງດ້ານ​ການ​ປົກຄອງຂອງ​ເຂ​ດ West Bank ຂອງ​ຊາວປາ​ແລ​ສ​ໄຕ​ນ໌.

ເດັກ​ໄວ​ລຸ່ນອິສຣາ​ແອ​ລ 3 ຄົນ​ດັ່ງ​ກ່າວ ຊຶ່ງຜູ້​ໜຶ່ງ​ຖືໜັງສືຜ່ານ​ແດນ​ສະຫະລັດ ​ໄດ້​ຫາຍ​
ສາບ​ສູນ​ໄປ​ ເມື່ອ​ວັນ​ທີ 12 ມິ​ຖຸນາ ຢູ່ໃນ​ເຂດພາກ​ໃຕ້​ຂອງ West Bank. ອິສຣາ​ແອ​ລ
​ໄດ້​ກ່າວ​ຫາ ກຸ່ມ Hamas ວ່າ​ເປັນ​ຜູ້​ລັກພາ​ໂຕເດັກ​ໄວ​ລຸ່ນ​ເຫລົ່າ​ນັ້ນ​ໄປ.
ISRAEL PALESTININIAN VO
please wait

No media source currently available

0:00 0:00:30 0:00
XS
SM
MD
LG