ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກຸ່ມຟາຕ້າ ໂຮມຊຸມນຸມ ເທື່ອທຳອິດ ຢູ່ເຂດກາຊາ (ສະໄລດ໌)


ຊາວປາແລສໄຕນ໌ເຂົ້າຮ່ວມການໂຮມຊຸມນຸມ ເນື່ອງໃນໂອກາດຄົບຮອບ 48 ປີ ໃນການກໍ່ຕັ້ງ ຂະບວນການຟາຕ້າ ທີເມືອງກາຊາ (4 ມັງກອນ 2013)
ຊາວປາແລສໄຕນ໌ເຂົ້າຮ່ວມການໂຮມຊຸມນຸມ ເນື່ອງໃນໂອກາດຄົບຮອບ 48 ປີ ໃນການກໍ່ຕັ້ງ ຂະບວນການຟາຕ້າ ທີເມືອງກາຊາ (4 ມັງກອນ 2013)
ຊາວປາແລສໄຕນ໌ຫຼາຍສິບພັນຄົນ ຈາກກຸ່ມຟາຕ້າ ໄດ້ຈັດການ
ໂຮມຊຸມນຸມຂຶ້ນເປັນເທື່ອທຳອິດທີ່ເຂດກາຊາ ໃນວັນສຸກວານນີ້ ນັບແຕ່ກຸ່ມມຸສລິມຫົວຮຸນແຮງຮາມາສທີ່ເປັນຄູ່ປໍລະປັກໄດ້ເຂົ້າ
ຄວບຄຸມດິນແດນດັ່ງກ່າວໃນສົງຄາມກາງເມືອງເປັນເວລາສັ້ນໆ
ໃນປີ 2007.

ກຸ່ມຟາຕ້າທີ່ນິຍົມແນວທາງປານກາງໄດ້ປົກຄອງເຂດຝັ່ງຕາເວັນ
ຕົກຂອງແມ່ນໍ້າຈໍແດັນ ແຕ່ໃນຂະນະທີ່ການເຈລະຈາສັນຕິພາບ
ກັບອິສຣາແອລ ໄດ້ຕົກຢູ່ໃນສະພາບ ບໍ່ໄປບໍ່ມານັ້ນ ກຸ່ມຟາຕ້າກໍ ຊອກຫາຊ່ອງທາງເພື່ອຄືນດີກັບກັບກຸ່ມຮາມາສ.

ຜູ້ນຳຂອງກຸ່ມຟາຕ້າ ພ້ອມທັງປະທານາທິບໍດີຂອງປາແລສໄຕນ໌
ທ່ານ Mamoud Abbas ໄດ້ກ່າວຄຳປາໄສຕໍ່ພວກໂຮມຊຸມນຸມ ໂດຍຜ່ານທາງໂທລະພາບຈາກ ສຳນັກງານໃຫຍ່ຂອງທ່ານ ທີ່ເມືອງ Ramallah ໃນເຂດ ຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດັນ. ທ່ານ Abbas ກ່າວວ່າ ກຸ່ມຟາຕ້າ ແລະຮາມາສ ຕ້ອງ ໄດ້ດຳເນີນງານຮ່ວມກັນເພື່ອໃຫ້ມີຄວາມເປັນເອກກະພາບຍ້ອນວ່າມັນເປັນຊ່ອງທາງດຽວ ເທົ່ານັ້ນທີ່ຈະບັນລຸເປົ້າໝາຍແຫ່ງຊາດຂອງປາແລສໄຕນ໌ແລະໄຊຊະນະ.

ທ່ານ Abu Zuhri ໂຄສົກຂອງກຸ່ມຮາມາສກ່າວຊົມເຊີຍການໂຮມຊຸມນຸມໃນຄັ້ງນີ້ວ່າ ເປັນ ຄວາມສຳເລັດຕໍ່ທັງກຸ່ມຟາຕ້າແລະຮາມາສ. ທ່ານເວົ້າວ່າ ບັນຍາກາດໃນທາງບວກ ແມ່ນ ບາດກ້າວໄປສູ່ຄວາມເປັນເອກກະພາບແຫ່ງຊາດ.

ແຕ່ການຄືນດີຂອງທັງສອງກຸ່ມດັ່ງກ່າວ ໄດ້ສ້າງຄວາມວິຕົກກັງວົນໃຫ້ແກ່ອິສຣາແອລແລະ ຝ່າຍຕາເວັນຕົກ ຍ້ອນກຸ່ມຮາມາສບໍ່ຍອມປະຕິເສດທີ່ຈະປະຖິ້ມຄວາມຮຸນແຮງແລະຮັບຮູ້ ອິສຣາແອລ. ອິສຣາແອລ ສະຫະລັດ ແລະ ສະຫະພາບຢູໂຣບ ຖືວ່າກຸ່ມຮາມາສ ເປັນອົງ ການກໍ່ການຮ້າຍ.

XS
SM
MD
LG