ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເດັກອາຍຸ 18 ເດືອນ ຖືກຂ້າຕາຍ ໃນການວາງເພີງ ໂດຍ ພວກຫົວຮຸນແຮງຈັດ ຊາວຢິວ


ຕຳຫລວດອິສຣາແອລ ກຳລັງກວດສອບ ເຮືອນທີ່ຖືກໄຟເຜົາໄໝ້ເສຍຫາຍຢ່າງໜັກ ທີ່ສົງໄສວ່າ ເປັນຝີມືຂອງພວກຫົວຮຸນແຮງຈັດ ຊາວຢິວ ໃສ່ເຮືອນສອງຫຼັງ ຢູ່ທີ່ບ້ານ Kafr Duma ໃກ້ກັບ ​ໃນເມືອງ Nublus ​ເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ, ວັນທີ 31 ກໍລະກົດ 2015.
ຕຳຫລວດອິສຣາແອລ ກຳລັງກວດສອບ ເຮືອນທີ່ຖືກໄຟເຜົາໄໝ້ເສຍຫາຍຢ່າງໜັກ ທີ່ສົງໄສວ່າ ເປັນຝີມືຂອງພວກຫົວຮຸນແຮງຈັດ ຊາວຢິວ ໃສ່ເຮືອນສອງຫຼັງ ຢູ່ທີ່ບ້ານ Kafr Duma ໃກ້ກັບ ​ໃນເມືອງ Nublus ​ເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ, ວັນທີ 31 ກໍລະກົດ 2015.

ຕຳຫລວດ​ອິສຣາ​ແອ​ລ ກ່າວ​ວ່າ ​ເດັກ​ທາລົກປາ​ແລັສ​ໄຕນ໌ ອາຍຸ
18 ​ເດືອນ​ຖືກຂ້າ​ຕາຍ ​ແລະ ອີກຫຼາຍຄົນ ​ໄດ້​ຮັບ​ບາດ​ເຈັບ ຢູ່​ໃນ​
ເຮືອນ​ທີ່​ຖືກ​ໄຟ​ໄໝ້ ຊຶ່ງ​ຄາດ​ກັນ​ວ່າ ຖືກເຜົາ​ໂດຍ​ຊາວ​ຢິວ ຫົວ
​ຮຸນ​ແຮງ​ຈັດ ​ໃນ​ເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ພວກ​ຄົນ​ຮ້າຍ ​ໄດ້​ເລີ້ມ​ວາງ​ເພີງ ​ເມື່ອ​
ຕອນ​ເຊົ້າວັນ​ສຸກ​ມື້​ນີ້ ຢູ່​ບ້ານ Duma ​ແລະ ​ໄດ້​ຂີດ​ຂຽນ​ຂໍ້ຄວາມ
​ເປັນ​ພາສາ ຮີ​ບຣູ​ ໃສ່ຝາ ​ກ່ອນ​ທີ່​ຈະຫຼົບໜີ​ໄປ.

ບັນດາທະຫານ​ອິສຣາ​ແອ​ລ ກຳລັງ​ຊອກ​ຫາ​ ພວກ​ຜູ້​ຕ້ອງ​ສົງ​ໄສດັ່ງກ່າວ.

ບັນດາ​ເຈົ້າໜ້າ​ທີ່ ປາ​ແລັສ​ໄຕນ໌ ກ່າວ​ວ່າ ພວກ​ເຂົາ​ເຈົ້າ ຢາກ​ໃຫ້​ອິສຣາ​ແອ​ລ ຮັບຜິດຊອບ​
ກ່ຽວກັບ​ເຫດການ​ດັ່ງກ່າວນີ້.

ນາຍົກລັດຖະມົນຕີ ອິສຣາ​ແອ​ລ ທ່ານ Benjamin Netanyahu ​ໄດ້​ປະນາມ​ການ​ໂຈມ​ຕີນີ້.

ທ່ານ Netanyahu ​ເວົ້າວ່າ “ຂ້າພະ​ເຈົ້າຕົກໃຈ ກ່ຽວ​ກັບ​ກາ​ນກະທຳ​ທີ່​ຊົ່ວ​ຮ້າຍ ​ແລະ​
ໂຫດຫ້ຽມນີ້. ອັນ​ນີ້ ​ເປັນ​ການ​ກະທຳ ຂອງ​ພວກ​ກໍ່​ການ​ຮ້າຍ ​ໃນ​ທຸກໆ​ດ້ານ. ລັດຖະບານ​ ຂອງອິສຣາ​ແອ​ລ ​ເອົາ​ແນວທາງ​ທີ່​ໜັກ​ແໜ້ນ ຕໍ່​ຕ້າ​ນການກໍ່​ການ​ຮ້າຍ ບໍ່​ວ່າ​ຈະ​ເປັນ​ຜູ້​ໃດ​ກໍ​ຕາມ ທີ່​ເປັນ​ຜູ້​ກະທຳ​ເຊັ່ນນັ້ນ.”

​ພັນ​ໂທ Peter Lerner ໂຄສົກກອງທັບ​ອິສຣາ​ແອ​ລ ​ເອີ້ນ​ເຫດການ​ດັ່ງກ່າວ​ວ່າ “​ບໍ່ຕ່າງ
ຫຍັງ​ຈາກ ​ການ​ກະທຳທີ່​ປ່າ​ເຖື່ອນຂອງ​ພວກ​ກໍ່​ການ​ຮ້າຍ.”

ທ່ານ​ກ່າວ​ອີກ​ວ່າ “ພວກ​ເຮົາ​ຈະ​ບໍ່​ອະນຸຍາດ​ໃຫ້ ​ພວກ​ກໍ່​ການ​ຮ້າຍ ​ເຂັ່ນຂ້າ​ຊາວ​
ປາ​ແລ​ສ​ໄຕ​ນ໌.”

ພວກຫົວ​ຮຸນ​ແຮງອິສຣາ​ແອ​ລ ນິຍົມ​ຂົວ​ຈັດ ​ ໄດ້​ທຳ​ການ​ໂຈມ​ຕີ ຊາວ​ປາ​ແລ​ສ​ໄຕ​ນ໌ ​ຊາວ​
ອິສຣາ​ແອ​ລ ​ເຊື້​ອສາ​ຍອາຣັບ ​ແລະ ​ແມ່ນ​ກະ​ທັງ ຖານ​ທັບ​ອິສຣາ​ແອລ​ແຫ່ງ​ຕ່າງໆ ​ເປັນ​
ການຄັດຄ້ານ ຕໍ່ອັນ​ອັນ​ທີ່​ພວກ​ເຂົາ​ເຫັນ​ວ່າ ເປັນນະ​ໂຍບາຍ​ທີ່​ອະນຸ​ໂລມ​ຕໍ່ຊາວ​ປາ​ແລ​ສໄຕ​ນ໌ ຂອງລັດ ຖະບານອິສຣາ​ແອ​ລນັ້ນ.

Israel Palestinians
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG