ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

5 ຄົນຖືກ ຂ້າຕາຍ ໃນການ ໂຈມຕີ ຂອງຊາວ ປາເລສໄຕນ໌ ທີ່ແນເປົ້າ ໃສ່ຊາວ ອິສຣາແອລ


ຕຳຫຼວດ ອິສຣາແອລ ຢຶຢູ່ຈຸດເກີດເຫດ ການແທງກັນ ຂອງ ຊາວ ປາເລສໄຕນ໌ ທີ່ເມືອງ Tel Aviv, ອິສຣາແອລ, 19 ພະຈິກ, 2015.
ຕຳຫຼວດ ອິສຣາແອລ ຢຶຢູ່ຈຸດເກີດເຫດ ການແທງກັນ ຂອງ ຊາວ ປາເລສໄຕນ໌ ທີ່ເມືອງ Tel Aviv, ອິສຣາແອລ, 19 ພະຈິກ, 2015.

ການໂຈມຕີໂດຍຊາວ ປາເລສໄຕນ໌ ສອງຄົນທີ່ແນເປົ້າໃສ່ປະຊາ ຊົນ ອິສຣາແອລ ໄດ້ເຮັດໃຫ້ມີຄົນເສຍຊີວິດ 5 ຄົນໃນວັນພະຫັດ ວານນີ້ ຊຶ່ງເປັນມື້ທີ່ນອງເລືອດທີ່ສຸດສຳລັບ ອິສຣາແອລ ໃນການ ໂຈມຕີໃຊ້ມີດແທງຄົນ ແລະ ການໂຈມຕີອື່ນໆຂອງຊາວ ປາເລສ ໄຕນ ທີ່ແກ່ຍາວມາໄດ້ 2 ເດືອນແລ້ວ ນັ້ນ.

ໃນເຫດການຄັ້ງທຳອິດ, ຜູ້ຊາຍ ປາເລສໄຕນ ຄົນໜຶ່ງໄດ້ໃຊ້ມີດ ແທງຊາວ ອິສຣາແອລ 2 ຄົນເສຍຊີວິດ ໃນອາຄານຫ້ອງການທີ່ ເມືອງ Tel Aviv ກ່ອນທີ່ຈະຖືກຄວບຄຸມຕົວໂດຍຜູ້ທີ່ຢູ່ໃນເຫດ ການ ແລະ ຕໍ່ມາໄດ້ຖືກສົ່ງໃຫ້ກັບຕຳຫຼວດ, ອີງຕາມຄຳ​ໃຫ້ການ ຂອງຜູ້ເຫັນເຫດການ.

ສະຖານີວິທະຍຸຂອງ ລັດຖະບານ ອິສຣາແອລ ໄດ້ກ່າວວ່າ ທະຫານຮັກສາຄວາມປອດໄພໄດ້ ຊອກຫາອີກຄົນໜຶ່ງ ຜຸູ້ທີ່ໄດ້ຊ່ວຍເຫຼືອນັກໂຈມຕີຄົນດັ່ງກ່າວ.

ຕໍ່ມາໃນວັນພະຫັດວານນີ້, ປະຊາຊົນ 3 ຄົນ, 1 ຄົນໄດ້ຖືກຢືນຢັນວ່າເປັນຄົນ ອິສຣາແອລ ແລະ ຄົນອື່ນແມ່ນເຊື່ອວ່າເປັນຜູ້ເຂົ້າໂຈມຕີ ໄດ້ຖືກຂ້າຕາຍໃນການ​ຍິງປະ​ທະ​ກັນ ແລະ ດ້ວຍການໂຈມຕີທາງລົດ ໃກ້ກັບຊຸມຊົນຊາວຢິວຢູ່ທາງພາກໃຕ້ຂອງນະຄອນ Jerusalem. ພ້ອມດ້ວຍປະຊາຊົນຈຳນວນຫຼາຍຄົນໄດ້ຮັບບາດເຈັບ.

ມືປືນໄດ້​ເປີດ​ສາກຍິງ ແລະ ພະຍາຍາມທີ່ຈະໜີຈາກບ່ອນເກີດເຫດ ກ່ອນທີ່ຈະຂັບລົດຕຳເຂົ້າ ໃສ່ກຸ່ມຄົນທີ່ກຳລັງຍ່າງຢູ່ “ຢ່າງຕັ້ງໃຈ”, ອີງຕາມທະຫານ ອິສຣາແອລ. ທະຫານໄດ້ກ່າວວ່າ ທະຫານຮັກສາຄວາມປອດໄພໄດ້ຍິງໃສ່ຜູ້ໂຈມຕີ ແລະ “ໄດ້ລະບຸວ່າພວກເຂົາ ເຈົ້າຍິງຖືກ ມືປືນຄົນດັ່ງກ່າວ.”

ໃນຄື້ນຂອງຄວາມຮຸນແຮງນີ້ໄດ້ເຮັດໃຫ້ປະຊາຊົນ ອິສຣາແອລ ຢ່າງໜ້ອຍ 15 ຄົນເສຍຊີວິດ ຫລັງຈາກການໂຈມຕີໃຊ້ມີດແທງ ແລະ ການໂຈມຕີອື່ນໆໂດຍຊາວ ປາເລສໄຕນ ໃນໄລຍະ ເວລາ 1 ເດືອນເຄິ່ງທີ່ຜ່ານມາ. ປະຊາຊົນຫຼາຍກວ່າ 80 ຄົນ, ໂດຍສ່ວນໃຫຍ່ແມ່ນຜູ້ໂຈມຕີ, ໄດ້ຖືກຂ້າຕາຍໂດຍທະຫານຮັກສາຄວາມປອດໄພທີ່ຈຸດເກີດເຫດທຳຮ້າຍຮ່າງກາຍ ແລະ ໃນການປະທ້ວງທີ່ໃຊ້ຄວາມຮຸນແຮງໃນເຂດ West Bank ແລະ Gaza.

Israel Palestinians
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG