ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເດັກນ້ອຍ ສອງອ້າຍນ້ອງ ຄົນປາເລສໄຕນ໌ ຖືກຂ້າຕາຍ ໃນການໂຈມຕີ ທາງອາກາດ ຂອງ ອິສຣາແອລ


ເດັກຊາຍເບິ່ງການຝັງສົບຂອງທ້າວ Yassin Abu Khoussa, ອາຍຸ 10 ປິ ຖືກຂ້າຕາຍໃນການໂຈມຕີທາງອາກາດ ໂດຍ ອິສຣາແອລ ທາງພາກເໜືອຂອງເຂດ Gaza, 12 ມີນາ, 2016.
ເດັກຊາຍເບິ່ງການຝັງສົບຂອງທ້າວ Yassin Abu Khoussa, ອາຍຸ 10 ປິ ຖືກຂ້າຕາຍໃນການໂຈມຕີທາງອາກາດ ໂດຍ ອິສຣາແອລ ທາງພາກເໜືອຂອງເຂດ Gaza, 12 ມີນາ, 2016.

ເດັກຊາຍປາເລສໄຕນ໌ ອາຍຸ 10 ປີ ແລະ ນ້ອງສາວລາວອາຍຸ 6 ປີ ໄດ້ເສຍຊີວິດ ໃນວັນເສົາວານນີ້ຫຼັງຈາກການໂຈມຕີດ້ວຍລູກສອນ ໄຟຂີປະນາວຸດຂ້າມຄືນ ໂດຍ ອິສຣາແອລ ໃນ ເຂດ Gaza ທີ່ພວກ ຮາມັສ ຄວບຄຸມຢູ່.

ທາງການທະຫານ ອິສຣາແອລ ກ່າວໃນຖະ ແຫຼງການຕອນໜຶ່ງວ່າ ພວກເຂົາເຈົ້າໄດ້ເປີດການໂຈມຕີ ໂຕ້ຕອບ ໃສ່ຄ້າຍຝຶກຊ້ອມ 4 ແຫ່ງຂອງພວກຫົວຮຸນແຮງ Hamas ຫຼັງຈາກຈະຫຼວດ 4 ລູກຕົກ ໃສ່ທີ່ດິນ ເປົ່າວ່າງທາງພາກໃຕ້ຂອງ ອິສຣາແອລ ໃນຕອນແລງ ຂອງວັນສຸກທີ່ຜ່ານມາ. ບັນດາເຈົ້າໜ້າທີ່ກ່າວວ່າ ບໍ່ມີໃຜໄດ້ຮັບ ບາດເຈັບຍ້ອນລູກຈະຫຼວດດັ່ງກ່າວ.

ພວກເດັກນ້ອຍ 2 ຄົນໄດ້ເສຍຊີວິດຫຼັງຈາກສະເກັດຂອງລູກສອນໄຟຂີປະນາວຸດ ໄດ້ໄປຕົກ ໃສ່ເຮືອນຂອງເຂົາເຈົ້າ, ເຊິ່ງຕັ້ງຢູ່ໃກ້ກັບຄ້າຍຝຶກຊ້ອມ. ທ້າວ Yassin Abu Khoussa ໄດ້ ເສຍຊີວິດກ່ອນ ແລະ ນ້ອງສາວຂອງລາວ ນາງ Israa ໄດ້ ເສຍຊີວິດຕໍ່ມາໃນໂຮງໝໍ, ອີງຕາມ ໂຄສົກກະຊວງສາທາລະນະສຸກເຂດ Gaza ທ່ານ Ashraf al-Qidra.

ການຕາຍຂອງພວກເຂົາເຈົ້າໄດ້ເປັນຂີດໝາຍຂອງການເສຍຊີວິດຄັ້ງທຳອິດ ຈາກການໂຈມ ຕີທາງອາກາດນັບຕັ້ງແຕ່ເດືອນຕຸລາເປັນຕົ້ນມາ.

ໂຄສົກກອງທັບ ອິສຣາແອລ ພັນໂທ Peter Lerner ກ່າວວ່າພວກຫົວຮຸນແຮງໃຊ້ ການໂຈມຕີ ດ້ວຍຈະຫຼວດດັ່ງກ່າວເພື່ອ “ຂົ່ມຂູ່ຕໍ່ຄວາມໝັ້ນຄົງ ແລະ ຄວາມປອດ ໄພຂອງປະຊາຊົນທີ່ ອາໄສຢູ່ພາກໃຕ້ຂອງ ອິສຣາແອລ. ທາງກອງທັບຈະສືບຕໍ່ ປະຕິບັດການປ້ອງກັນຕ້ານພວກ ຂົ່ມຂູ່ຕໍ່ຊີວິດຂອງຄົນບໍລິສຸດ ແລະ ອະທິປະ ໄຕຂອງ ອິສຣາແອລ.”

ການໂຈມຕີດ້ວຍຈະຫຼວດໃນເຂດ Gaza ໄດ້ຫຼຸດລົງຢ່າງຫຼວງຫຼາຍນັບຕັ້ງແຕ່ປີ 2014 ເປັນ ຕົ້ນມາ, ເມື່ອການໂຈມຕີທາງອາກາດຂອງ ອິສຣາແອລ ໄດ້ສັງຫານ ຊາວ ປາເລສໄຕນ໌ ຫຼາຍ ກວ່າ 2,100 ຄົນ, ເຊິ່ງຄົນສ່ວນໃຫຍ່ເປັນພົນລະເຮືອນ. ກອງກຳລັງ ປາເລສໄຕນ໌ ໄດ້ຂ້າທະ ຫານ ອິສຣາແອລ 67 ຄົນ ແລະ ພົນລະເຮືອນ 6 ຄົນ.

Israel Palestinians
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG