ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ປາແລສໄຕນ໌ ຮຽກຮ້ອງ ໃຫ້ຫຼີກລ່ຽງ ຄວາມຮຸນແຮງ ກັບ ອິສຣາແອລ


ຊາວປາແລສໄຕນ໌ ຄົນນຶ່ງກຳລັງຈູດຕີນລົດ ຫລັງຈາກ ທະຫານອິສຣາແອລ ໄດ້ມ້າງເຮືອນຫລັງນື່ງ.
ຊາວປາແລສໄຕນ໌ ຄົນນຶ່ງກຳລັງຈູດຕີນລົດ ຫລັງຈາກ ທະຫານອິສຣາແອລ ໄດ້ມ້າງເຮືອນຫລັງນື່ງ.

ປະທານາທິບໍດີປາ​ແລສ​ໄຕ​ນ໌ ທ່ານ Mahmoud Abbas ກ່າວ
ວ່າ ທ່ານຕ້ອງການຫລີກລ່ຽງ ການເພີ້ມຄວາມຮຸນແຮງ ກັບອິສ
ຣາແອລ ທີ່ເປັນຄຳຖະແຫຼງໂດຍ ກົງ ນັບແຕ່ຄວາມບໍ່ສະຫງົບ
​ໄດ້​ແຜ່​ລາມອອກ​ໄປ ​ຫວ່າງ​ບໍ່​ເທົ່າໄດ​ມື້ທີ່​ຜ່ານ​ມາ​ນີ້​ແລະ​ກໍ່ໃຫ້​
ເກີດ​ຄວາມ​ຢ້ານ​ກົວ​ກ່ຽວກັບ​ການ​ລຸກ​ຮື​ຂື້ນ​ຄັ້ງໃໝ່.

ການໃຫ້ຄວາມເຫັນຂອງ​ທ່ານ ​ມີ​ຂື້ນໃນ​ວັນ​ອັງຄານ​ວານ​ນີ້ ​ໃນ
ຂະນະທີ່ກຳລັງທະຫານອິສຣາແອລປະທະກັບພວກຊາວໜຸ່ມ
ປາ​ແລ​ສ​ໄຕ​ນ໌ລະຫວ່າງ​ການ​ປະ​ທ້ວງ ​ຢູ່​ດ່ານ​ກວດແຫ່ງນຶ່ງ ທີ່
ຕັ້ງຢູ່ລະຫວ່າງ​ນະຄອນ Jurusalem ​ແລະເມື​ອງ Ramallah
ທາງ​ພາກຕາ​ເວັນ​ຕົກ​ຂອງ​ແມ່ນໍ້າຈໍແດນ.

ຊາວ​ປາແລ​ສ​ໄຕ​ນ໌ຫລາຍ​ຮ້ອຍ​ຄົນ​ພາກັນປະ​ທ້ວງ​ຢູ່​ດ່ານ​ກວດ Qalandia ​ໂດຍການ​
ແກວ່ງ​ກ້ອນ​ຫີນເຂົ້າໃສ່. ກຳລັງ​ອິສຣາ​ແອລ ທີ່ໃສ່​ເຄື່ອງປາບຈາລະ​ຈົນ ໄດ້ຍິງ​ລູກປືນ​
ຢາງ ​ແລະ​ຍິງ​ລະ​ເບີດສຽງດັງ ​ເພື່ອ​ຂັບ​ໄລ່​ຝູງ​ຊົນ.

ຄວາມ​ຮຸນ​ແຮງ​ລະຫວ່າງກຳລັງອິສຣາ​ແອ​ລ ​ແລະ​ຊາວ​ປາ​ແລ​ສ​ໄຕ​ນ໌ ​ໄດ້ເພີ້ມ​ທະວີ​ຂື້ນ​
ໃນ​ອາທິດ​ທີ່​ຜ່ານ​ມາ ​ໂດຍ​ສະ​ເພາະ ​ຢູ່ທີ່ວັດ​ສັກສິດ ທີ່​ຕັ້ງ​ຢູ່ທາງກ້ຳຕາເວັນ ອອກຂອງ
ນະຄອນ Jerusalem ທີ່​ຊາວ​ມຸສລິ​ມເອີ້ນວ່າ​ ວັດ al-Aqsa ​ແລະ​ຊາວ​ຢີວເອີ້ນວ່າ​ ​ວັດ
Temple Mount ນັ້ນ.

ຊາວ​ອິສຣາ​ແອ​ລ ສີ່​ຄົນ​ໄດ້​ເສຍ​ຊີວິດໃນ​ອາທິດ​ແລ້ວ​ນີ້ ​ໃນ​ການ​ຍິງ​ແລ​ະແທງ​ກັນ ຢູ່​ໃນ​ນະຄອນ Jerusalem ​ແລະ​ຢູ່ທາງ​ພາກຕາ​ເວັນ​ຕົກ​ຂອງ​ແມ່​ນໍ້າ ຈໍ​ແດນ ​ໃນ​ຂະນະ​ທີ່​ກຳ
ລັງ​ທະຫານອິສຣາ​ແອ​ລ ​ໄດ້​ສັງຫານ​ຊາວ​ປາ​ແລ​ສ​ໄຕ​ນ໌ສີ່​ຄົນ ຮວມ ທັງ​ເດັກນ້ອຍ​ຜູ້​ຊາຍ​
ອາຍຸ 13 ປີ ທ່າ​ມກາງ​ການ​ປະ​ທ້ວງທີ່ຮຸນແຮງ.

ຕຳຫລວດ​ອິສຣາ​ແອລ ຍັງ​ໄດ້​ຈັບ​ກຸມຊາວ​ປາ​ແລ​ສ​ໄຕ​ນ໌ຫ້າ​ຄົນ ທີ່ຖືກກ່າວ​ຫາ​ວ່າ ​ຂີ່​ລົດ
​ຜ່ານໄປແລ້ວ​ຍິງປືນເຂົ້າໃສ່ຜູ້ຄົນ ທີ່​ເຮັດ​ໃຫ້ຊາວ​ອິສຣາ​ແອ​ລສອງ​ຄົນ​ເສຍ​ຊີວິດ.

Israel Palestinians
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG