ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມືປືນ ປາເລສໄຕນ໌ ໄດ້ສັງຫານປະຊາຊົນ ອິສຣາແອລ 2 ຄົນ


ຕຳຫຼວດ ອິສຣາແອລ ຄຸ້ມກັນ ຈຸດເກີດເຫດ ບ່ອນທີ່ ມືປືນຊາວ ປາເລສໄຕນ໌ ຖືກຍິງເສຍຊີວິດໃນນະຄອນ Jerusalem, 9 ຕຸລາ, 2016.
ຕຳຫຼວດ ອິສຣາແອລ ຄຸ້ມກັນ ຈຸດເກີດເຫດ ບ່ອນທີ່ ມືປືນຊາວ ປາເລສໄຕນ໌ ຖືກຍິງເສຍຊີວິດໃນນະຄອນ Jerusalem, 9 ຕຸລາ, 2016.

ຕຳຫຼວດ ອິສຣາແອລ ໄດ້ຍິງຊາວ ປາເລສໄຕນ໌ ຄົນໜຶ່ງເສຍຊີວິດ, ຜູ້ທີ່ພວກເຂົາເຈົ້າເວົ້າ ວ່າໄດ້ຍິງປືນຮວດໃສ່ຄົນໃນນະຄອນ Jerusalem, ເຮັດໃຫ້ຊາວ ອິສຣາແອລ ເສຍຊີວິດ ຢ່າງໜ້ອຍ 2 ຄົນນັ້ນ.

ບັນດາເຈົ້າໜ້າທີ່ ອິສຣາແອລ ກ່າວວ່າ ຄົນຮ້າຍໄດ້ເຮັດໃຫ້ປະຊາຊົນຢ່າງໜ້ອຍ 6 ຄົນ ບາດເຈັບໃນການໂຈມຕີໃນວັນອາທິດມື້ນີ້.

ຕຳຫຼວດກ່າວວ່າ ຜູ້ໂຈມຕີ ແມ່ນຊາວ ປາເລສໄຕນ໌ ອາຍຸ 39 ປີ ມາຈາກໝູ່ບານ Silwan ໃນພາຕາເວັນອອກຂອງນະຄອນ Jerusalem.

ບັນດາເຈົ້າໜ້າທີ່ກ່າວ່າ ມືປືນໄດ້ຍິງປືນໃສ່ກຸ່ມຄົນຈາກລົດຂອງລາວ ຢູ່ໃກ້ໆກັບສະຖານີ ຕຳຫຼວດ, ຈົນໄດ້ນຳໄປສູ່ການໄລ່ລ້າຕົວໂດຍຕຳຫຼວດ ໃນຂະນະທີ່ຜູ້ໂຈມຕີໄດ້ສືບຕໍ່ຍິງ ປືນໃສ່, ແລະ ໄດ້ຍິງຖືກອີກຢ່າງໜ້ອຍໜຶ່ງຄົນ. ໃນເວລາທີ່ລາວໄດ້ຍິງປືນໃສ່ຕຳຫຼວດນັ້ນ, ພວກເຂົາເຈົ້າສາມາດຍິງປືນໂຕ້ຕອບ, ແລະ ເຮັດໃຫ້ຜູ້ຊາຍຄົນດັ່ງກ່າວເສຍຊີວິດ.

ຕຳຫຼວດ ອິສຣາແອລ ໄດ້ມີການກຽມພ້ອມ ສຳລັບການຄຸກຄາມທີ່ເພີ່ມຂຶ້ນໃນລະຫວ່າງ ບຸນປີໃໝ່ຂອງຊາວ ຢິວ. ເຊິ່ງບຸນ Rosh Hashanah ຫຼື ປີໃໝ່ຂອງຊາວ ຢິວ ໄດ້ມີຂຶ້ນໃນ ສັບປະດາແລ້ວນີ້ ແລະ ວັນທີ່ມີຄວາມສັກສິດທີ່ສຸດ ຫຼື Yom Kippur ຈະເລີ່ມຂຶ້ນໃນວັນ ອັງຄານຈະມາເຖິງນີ້.

ຊາວ ປາເລສໄຕນ໌ ຫຼາຍກວ່າ 200 ຄົນ ແລະ ຊາວ ອິສຣາແອລ 34 ຄົນໄດ້ຖືກຂ້າຕາຍ ໃນຄວາມຮຸນແຮງທີິ່ເພີ່ມທະວີຂຶ້ນໃນປີທີ່ຜ່ານມາ.

ອິສຣາແອລ ໄດ້ກ່າວຫາຄວາມຮຸນແຮງໃສ່ການໂຄສະນາ ກ່ຽວກັບ ຍຸຍົງ ໂດຍບັນດາຜູ້ນຳ ດ້ານການເມືອງ ແລະ ສາສະໜາຂອງ ປາເລສໄຕນ໌.

ຊາວ ປາເລສໄຕນ໌ ກ່າວວ່າ ຄວາມຮຸນແຮງແມ່ນຜົນຂອງຄວາມກົດດັນ ເນື່ອງມາຈາກ ການຖືກຍຶດຄອງທີ່ມີມາຫຼາຍທົດສະວັດແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Israel Palestine
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG