ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພະມະຫາກະສັດ Bhumibol Adulyadej ຂອງໄທ ຊົງຮັບການປິ່ນປົວ ພະຍາດຫຼາຍຢ່າງ


ບັນດາປະຊາຊົນຜູ້ທີ່ສະໜັບສະໜູນ ພະມະຫາກະສັດ Bhumibol Adulyadej ຂອງໄທ, ຖືຮູບພາບຂອງພະອົງ ແລະ ປ້າຍຄຳຂວັນຕ່າງໆນາໆ ກຳລັງສະເຫຼີມສະຫຼອງ ວັນປະສູດ ຄົບຮອບ 87 ພັນສາ ໃນບາງກອກ ປະເທດໄທ ວັນທີ 5 ທັນວາ 2014.
ບັນດາປະຊາຊົນຜູ້ທີ່ສະໜັບສະໜູນ ພະມະຫາກະສັດ Bhumibol Adulyadej ຂອງໄທ, ຖືຮູບພາບຂອງພະອົງ ແລະ ປ້າຍຄຳຂວັນຕ່າງໆນາໆ ກຳລັງສະເຫຼີມສະຫຼອງ ວັນປະສູດ ຄົບຮອບ 87 ພັນສາ ໃນບາງກອກ ປະເທດໄທ ວັນທີ 5 ທັນວາ 2014.

ພະມະຫາກະສັດ ສົມເດັດ Bhumibol Adulyadej ຂອງໄທ
ສະເດັດພະຣາຊະດຳເນີນສູ່ ພະຣາຊະວັງໃນບາງກອກ ເມື່ອ
ວັນຈັນມື້ນີ້ ມື້ໜຶ່ງຫຼັງຈາກວັງດັ່ງກ່າວໄດ້ປະກາດວ່າ ພະອົງໄດ້
ຮັບການຮັກສາພະໂລຫິດ ເພາະຕິດເຊື້ອພະຍາດ ແລະ ພະ
ຍາດປອດໃຄ່ ອີງຕາມລາຍງານຂອງອົງການຂ່າວ Reuters.

ເຈົ້າໜ້າທີ່ຂອງວັງ ທ່ານນຶ່ງ ຜູ້ປະສົງບໍ່ຢາກລະບຸຕົວ ເວົ້າວ່າ
“ພະມະຫາກະສັດ ຈະສະເດັດພະຣາຊະດຳເນີນສູ່ ວັງ
Chitralada ເພື່ອເປັນການປ່ຽນບັນຍາກາດ.”

ພະມະຫາກະສັດຂອງໄທ ຊົງມີພະຊົນມາຍຸໄດ້ 88 ພັນສາ
ຊຶ່ງເປັນກະສັດທີ່ປົກຄອງປະເທດທີ່ຍາວນານທີ່ສຸດຂອງໂລກ ພະອົງຊົງພະປະຊວນ
ນັບຕັ້ງແຕ່ເດືອນພຶດສະພາ ປີກາຍນີ້ ແລະ ໄດ້ຮັບການຮັກສາປິ່ນປົວພະໄທ ສຳລັບ
ພະຍາດຫຼາຍຢ່າງ.

ຖະແຫລງການສະບັບໜຶ່ງ ໄດ້ຖືກເປີດເຜີຍ ໃນວັນອາທິດວານນີ້ ວ່າ ພະມະຫາກະສັດ
ໄດ້ມີໄຂ້ສູງເປັນເວລາສອງອາທິດຜ່ານມາ ແລະ ໄດ້ຮັບດູແລຈາກທ່ານໝໍຫຼາຍຄົນ.
ຖະແຫລງການຍັງກ່າວອີກວ່າ ການກວດສອບໄດ້ພົບເຫັນວ່າ “ມີການຕິດແປດເຊື້ອ
ພະຍາດ ໃນສ່ວນລຸ່ມຂອງປອດ”
ແລະ ມີການຕິດແປດເຊື້ອພະຍາດໃນເລືອດ ແລະ
ມີອາການອັກເສບ ໃນຂໍ້ຕໍ່ຫົວເຂົ່າເບື້ອງຂົວຂອງພະອົງ.

ຄວາມເປັນຫ່ວງເປັນໃຍ ກ່ຽວກັບສຸຂະພາບຂອງພະອົງ ໄດ້ເພີ້ມສູງຂຶ້ນ ໃນເວລາ ພະມະ
ຫາກະສັດ ບໍ່ໄດ້ເຂົ້າຮ່ວມໃນພິທີຊົງພະຣາຊະໂອວາດ ແກ່ປວງຊົນ ເພື່ອເປັນຂີດໝາຍ
ເນື່ອງໃນວັນພະບໍຣົມຣາຊະສົມພົບ ປະຈຳປີ ຄື ວັນທີ 5 ທັນວາ. ແຕ່ພະອົງຊົງໄດ້ປາກົດ
ພະກາຍຕໍ່ສາທາລະນະ ເມື່ອວັນທີ 14 ທັນວາ.

ປະຊາຊົນຫຼາຍຮ້ອຍຄົນລຽນແຖວຕາມທ້ອງຖະໜົນສາຍຕ່າງໆ ໃນຂະນະທີ່ ພະມະຫາ
ກະສັດ ຊົງອອກມາຈາກໂຮງໝໍ Siriraj ຂອງບາງກອກ ໃນວັນຈັນມື້ນີ້ ອີງຕາມລາຍງານ
ຂອງ Reuters.

XS
SM
MD
LG