ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປາກິສຖານ ຖະຫລົ່ມ ເຂດຊົນເຜົ່າ ທາງພາກ ​ຕາ​ເວັນ​ຕົກ​ສຽງເໜືອ ​ຂອງປະເທດ (ວີດີໂອ)


ຂະບວນລົດ ທະຫານປາກິສຖານ ກຳລັງມຸ້ງໜ້າ ສູ່ເຂດຊົນເຜົ່າ
ຂະບວນລົດ ທະຫານປາກິສຖານ ກຳລັງມຸ້ງໜ້າ ສູ່ເຂດຊົນເຜົ່າ
ບັນດາ​ເຈົ້າ​ໜ້າ​ທີ່ປາ​ກິ​ສຖານກ່າວ​ວ່າ ຫຼາຍ​ກວ່າ 100,000
ຄົນໄດ້​ຫລົບໜີ​ໄປຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າຢູ່ໃນເຂດ
​ຊົນ​ເຜົ່າທາງພາກ​ຕາ​ເວັນ​ຕົກ​ສຽງເໜືອ​ຂອງປະເທດ ທີ່ຕິດ
ກັບຊາຍ​ແດນ​ອັຟກາ​ນິສຖານ ຫຼັງຈາກພວກ​ທະຫານລັດຖະ
ບານໂຈມຕີ​ບ່ອນ​ລີ້​ຊ່ອນ​ ຂອງພວກທາ​ລິ​ບານ.

ພວກ​ເຈົ້າ​ໜ້າທີ່ກ່າວ​ວ່າ​ ທະ​ຫານ​ໄດ້​ຍິງ​ຖະຫຼົ່ມໃສ່​ເປົ້າ​ໝາຍ
​ຂອງພວກ​ຫົວ​ຮຸນ​ແຮງ​ຢູ່​ໃນເຂດ Waziristan ເໜືອໃນ​ວັນ
​ສຸກ​ມື້​ນີ້ແຕ່​ຍັງບໍ່​ເປັນ​ທີ່​ແຈ້​ງຂາ​ວໃນ​ທັນທີເທື່ອ​ວ່າມີ​ພວກ​ຫົວ
​ຮຸນ​ແຮງ​ຖືກ​ຂ້າ​ຕາຍ​ຈັກ​ຄົນ.

ການ​ສູ້​ລົບ​ກັນນີ້ ໄດ້​ເຮັດ​ໃຫ້ມີພົນລະ​ເຮືອນຈຳນວນຫຼວງຫລາຍ​ພາກັນຫລົບໜີ​ ຈາກ​
ເຂດ​ຊົນ​ເຜົ່າ ​ໄປ​ສູ່​ຫົວ​ເມືອງ​ຕ່າງໆ​ໃນ​ປາ​ກິ​ສຖານ ​ແລະ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນອັຟ
ກາ​ນິສຖານນຳດ້ວຍ.

ພວກ​ກະບົດຫລາຍ​ກວ່າ 200 ຄົນ​ໄດ້​ຖືກ​ຂ້າ​ຕາຍ ນັບ​ຕັ້ງ​ແຕ່ທະຫານໄດ້ເລີ້ມ​ ທຳ​ການ​ໂຈມຕີໃນອາທິດ​ແລ້ວ​ນີ້ ລຸນຫລັງທີ່ໄດ້ມີ​ການ​ໂຈມ​ຕີ​ຢ່າ​ງນອງ​ເລືອດໂດຍພວກຫົວ
ຮຸນແຮງ ​ທີ່​ສະໜາມບິນ Karachi.

ການປະຕິບັດງານຂອງ​ພວກທະຫານ ​ໄດ້​ເຮັດໃຫ້​ຄວາມ​ພະຍາຍາມຂອງລັດຖະບານ ທີ່
ມີມາເປັນ​ຫລາຍ​ເດືອນ ​ເພື່ອ​ເຈລະຈາສັນຕິພາບ ກັບພວກທາລິບານໃນ ປາ​ກິ​ສຖານ
ສິ້ນສຸດລົງ.
PAKISTAN VO
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG