ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາງ Malala ຮຽກຮ້ອງ ໃຫ້ເດັກນ້ອຍ ທຸກໆຄົນ ໄດ້ຮັບ ການສຶກສາ (ວິດິໂອ)


On Her Birthday, Malala Brings Education Message to UN
please wait

No media source currently available

0:00 0:02:47 0:00
ລິງໂດຍກົງ

ນັກ​ເຄື່ອນ​ໄຫວ​ ເຍົາວະ​ຊົນ​ຍິງປາ​ກິ​ສຖານ ນາງ Malala You-
safzai ກໍາ​ລັງ​ສະຫລອງ​ວັນ​ເກີດຄົບຮອບ 16 ປີທີ່​ບໍ່​ແມ່ນດ້ວຍ
ການຈັດ​ງານແບບ​ຊຸມ​ແຊວມ່ວນຊື່ນ ​ແຕ່ເປັນ​ການ​ປະກາດ ໃຫ້
​ຄຳ​ໝັ້ນສັນຍາ​ຂອງ​ນາງ ​ຕໍ່​ຂໍ້​ລິ​ເລີ້ມຂອງ​ເລຂາທິການ​ໃຫຍ່ ສະ
ຫະ​ປະຊາ​ຊາດ ເພື່ອ​ເຮັ​ດ​ໃຫ້ ​ເດັກນ້ອຍທັງ​ໝົດ ໂດຍ​ສະ​ເພາະ​
ແລ້ວຜູ້​ຍິງ ​ໄດ້​ເຂົ້າ​ໂຮງຮຽນ ​ໃນ​ປີ 2015.

ນາງ Yousafzai ​ໄດ້​ຖືກ​ຍິງໃສ່​ຫົວໂດຍ​ມື​ປືນທາ​ລິ​ບານເມື່ອ 9
​ເດືອນ​ກ່ອນ ໃນຂະນະທີ່​ນາງ ​ກັບ​ບ້ານ​ຈາກ​ໂຮງຮຽນ. ນາງໄດ້​
ເປັນ​ເປົ້າ​ໝາ​ຍ​ເພາະວ່າ ນາງກ້າ​ເວົ້າ​ກ້າ​ວ່າ ​ໃຫ້​ພວກເດັກນ້ອຍ​
ຜູ້​ຍິງ​ສິດ​ໄປ​ໂຮງຮຽນໃນປາ​ກິ​ສຖານ.

ນາງ Yousafzai ນັ່ງ​ຢູ່ທີ່ບ່ອນ​ນັ່ງໃນຫ້ອງປະຊຸມສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດ ຊຶ່ງ​ຕາມ​ທໍາ​ມະ​ດາ​ແລ້ວ ​ແມ່ນ​ສະຫງວນໄວ້​ສໍາລັບ ເລຂາທິການ​ໃຫຍ່ສະຫະ ​ປະຊາ​ຊາດ ທ່ານ Ban Ki-moon ທໍ່​ນັ້ນ ​ໃນ​ຂະນະ​ທີ່ທ່ານປະກາດ​ໃຫ້​ວັນ​ສຸກ ​ວານ​ນີ້ ເປັນ “ວັນ Malala​.” ນາງ​ກ່າວ​ວ່າ ການ​ໃຫ້​ກຽດ​ນີ້ບໍ່​ແມ່ນ​ພຽງ​ແຕ່​ກ່ຽວ​ກັບນາງທໍ່​ນັ້ນ.

“ວັນ Malala ບໍ່​ແມ່ນ​ວັນ​ສໍາລັບ ຂ້າພະ​ເຈົ້າ​. ມື້​ນີ້ ​ເປັນ​ມື້​ສໍາລັບຜູ້​ຍິງ​ທຸກໆ​ຄົນເດັກນ້ອຍ​
ຜູ້​ຊາຍ​ທຸກໆຄົນ ​ແລະ​ເດັກນ້ອຍ​ຜູ້ຍິງ​ທຸກໆ​ຄົນ ຊຶ່ງ​ເປັນຜູ້​ທີ່ກ້າ​ປາກກ້າ ​ເວົ້າ ເພື່ອສິດທິ​ຂອງພວກ​ເຂົາ​ເຈົ້າ.

ນາງ Malala ​ໄດ້​ຖະ​ແຫລ​ງ​ຕໍ່ບັນດາ​ຜູ້​ນໍາ​ຊາວ​ໜຸ່ມ ທີ່​ສໍານັກງານ​ໃຫຍ່ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ນະຄອນ​ນິວຢອກ. ນາງໄດ້​ປະນາມ​ຄວາມ​ຮຸນ​ແຮງແລະ​ກ່າວ​ຫາ ພວກ​ຫົວ​ຮຸນ​ແຮງ​ຈັດອິດສລາມ​ຢູ່​ໃນ​ປະ​ເທດ​ຂອງນາງ​ວ່າ ຢ້ານ​ກົວຄວາມ​ສະ​ເໝີ​ພາບ ທີ່ພວກ​ໄດ້​ຮັບ​ການສຶກສາ​ ຈະ​ນໍາ​ມາ​ສູ່​ສັງຄົມ.

ການ​ລິ​ເລີ້ມ ການສື​ກສາກ່ອນ​ອື່ນ​ໃດ​ໝົດ ຂອງ​ໂລກ ມີ​ຄວາມ​ໝາຍ​ໝັ້ນທີ່​ຈະ​ໃຫ້​ທຶນ​ແກ່​ພວກນາຍຄູ​ໃໝ່ ​ໂຮງຮຽນແລະ​ປື້​ມຮຽນ ​ອັນ​ເປັນ​ພາກ​ສ່ວນທີ່​ແນ່​ໃສ່ເພື່ອ ເຮັ​ດ​ໃຫ້ເດັກ
ນ້ອຍ​ຜູ້​ຍິງ​ແລະ​ເດັກ​ນ້ອຍ​ຜູ້​ຊາຍທຸກໆຄົນ​ໄດ້​ເຂົ້າ​ໂຮງຮຽນ​ໃນ​ເດືອນ ​ທັນວາ ປີ 2015​.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG