ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປາ​ກິ​ສຖານ​ ຮຽກ ເອກ​ອັກຄະ​ລັດຖະທູດ​ ສຫລ ເຂົ້າພົບ (ວີດີໂອ)


ທ້າວ Mehsud (ຊ້າຍ) ທີ່ຖືກ​ສັງຫານ ​ໃນ​ການ​​ໂຈມ​ຕີ​ ດ້ວຍເຮືອບິນ
ບໍ່ມີຄົນຂັບ ຂອງສະຫະລັດ.
ທ້າວ Mehsud (ຊ້າຍ) ທີ່ຖືກ​ສັງຫານ ​ໃນ​ການ​​ໂຈມ​ຕີ​ ດ້ວຍເຮືອບິນ ບໍ່ມີຄົນຂັບ ຂອງສະຫະລັດ.
ປາ​ກີ​ສຖານ​ໄດ້​ຮຽກ​ຕົວ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ເຂົ້າພົບ ​ເພື່ອ​ທຳການ​ປະ​ທ້ວງ​ຢ່າງ​ແຮງຕໍ່ການ​ສັງຫານທ້າວ Hakimullah Mehsud ຜູ້​ນໍາກຸ່ມ​ຕາ​ລິ​ບານ ປາ​ກີ​ສ ຖານ ​ໃນ​ການ​ໂຈມ​ຕີ​ໂດຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບຂອງ​ສະຫະລັດ.

ທ່ານ Chaudhry Nisar Ali Khan ລັດຖະມົນຕີ​ກະຊວງ​ພາຍ​ໃນ​ປາ​ກີ​ສຖານ ​ກ່າວ ເມື່ອ​ວັນ​ເສົາ​ວານ​ນີ້​ວ່າ ການ​ໂຈມ​ຕີ​ຂອງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ແມ່ນ​ໄດ້ທຳລາຍ​ການ​ດຳ​ເນີນຄວາມ​ພະຍາຍາມ​ຂອງ​ລັດຖະບານ ​ເພື່ອ​ເຈ ລະຈາຢ່າງ​ສັນຕິ ​ຫາ​ທາງຍຸຕິ​ການ​ກໍ່​ຄວາມ​ຮຸນ​ແຮງ​ຂອງ​ກຸ່ມ​ຕາ​ລິ​ບານ ທີ່​ຍືດ​ເຍື້ອມາ​ໄດ້​ສິບ​ປີ​ແລ້ວນັ້ນ.

ທ່ານ Khan ​ເວົ້າ​ວ່າ ນອກ​ນີ້​ແລ້ວ​ລັດຖະບານ​ຍັງ​ໄດ້​ທໍາການ​ຕັດສິນ​ໃຈ ເອົາ​ມາດ​ຕະ ການ​ຕອບ​ໂຕ້​ຫຼາຍໆ​ຢ່າງ​ຕໍ່​ສະຫະລັດ ​ແຕ່​ທ່ານ​ບໍ່​ໄດ້​ເວົ້າເຖິງ​ວ່າ​ ໂຮມ​ທັງ​ການໂຈະ​ການລໍາລຽງ​ສໍາພາລະ​ຜ່ານ​ປາ​ກີ​ສຖານ​ໄປໃຫ້​ກໍາລັງ​ທະຫານ​ນາໆ​ຊາດ ​ທີ່​ນໍາ​ພາໂດຍ​ສະຫະລັດ ​ໃນ​ອັຟກາ​ນີສຖານ ຫລື​ບໍ່.

ກ່ອນ​ໜ້າ​ນີ້ ທ່ານ Imran Khan ນັກ​ການ​ເມືອງ​ປາ​ກີ​ສຖານ ​ແລະອະດີດ ນັກ​ກິລາ cricketer ປະຕິ​ຍານ​ວ່າ ​ຈະຂັດຂວາງ​ການ​ສົ່ງສໍາພາລະ​ຂອງ​ເນ​ໂຕ້ ບໍ່​ໃຫ້ຜ່ານ​ເຂດ​ແຂວງ Khyber-Pakhtunkhwa ຕາມຊາຍ​ແດນ​ຕິດ​ກັບອັຟກາ​ນີສຖານ​ນັ້ນ.

​ແຂວງ​ດັງ​ກ່າວ ຊຶ່ງປົກຄອງ​ໂດຍ​ພັກ​ການ​ເມືອງ​ຂອງ​ທ່ານ Imran Khan ​ເປັນ​ເສັ້ນທາງ​ສໍາຄັນ​ ທີ່​ກອງ​ລໍາລຽງສໍາພາລະ​ຂອງ​ເນ​ໂຕ້ ຜ່ານເຂົ້າອອກ ​ ອັຟກາ​ນີສຖານ.

ລັດຖະມົນຕີ​ກະຊວງ​ພາຍ​ໃນ​ເວົ້າ​ວ່າ ກ່ອນ​ເກີດ​ເຫດ​ນັ້ນ ຄະນະຜູ້ຕາງໜ້າ​ຂອງ​ລັດຖະ ບານ​ ກໍາລັງ​ມຸ້ງ​ໜ້າ​ໄປ​ເຈລະຈາກັບທ້າວ Mehsud ​ເມື່ອ​ວັນ​ສຸກ​ຜ່ານ​ມາ ​ເວລາລູກ​ສອນ​ໄຟ​ຂອງເຮືອບິນບໍ່​ມີ​ຄົນ​ຂັບ​ໄດ້​ໂຈມ​ຕີ​ບໍລິ​ເວນ​ທີ່​ພັກ​ຂອງ​ທ່ານ ​ໃນ​ເຂດ Waziristan ​ເໜືອ​ນັ້ນ.

ທັງ​ເຈົ້າໜ້າ​ທີ່​ປາ​ກີ​ສຖານ ​ແລະ​ສະຫະລັດ ​ໄດ້​ຢືນຢັນ​ວ່າ ທ້າວ Mehsud ຖືກ​ສັງຫານ ​ໃນ​ການໂຈມ​ຕີ​ດັ່ງກ່າວ.

ເບິ່ງວີດີໂອ:

Pakistan Mehsud
please wait
Embed

No media source currently available

0:00 0:00:49 0:00
XS
SM
MD
LG