ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກບວດປາກິສຖານ ກັບຄືນປະເທດ ເພື່ອນຳພາ ການຕໍ່ຕ້ານ ນາຍົກ ລມຕ (ສະໄລດ໌ /ວີດີໂອ)


ທ່ານ Muhammad Tahirul Qadri ນັກບວດ ແລະຜູ້ນຳອົງ
ການສາສະໜາ Minhaj-ul-Quran ກ່າວຕໍ່ບັນດາຜູ້ສະໜັບ
ສະໜຸນທ່ານ ທີ່ນະຄອນຫຼວງອິສລາມາບັດ,
ວັນທີ 15 ມັງກອນ 2013.
ທ່ານ Muhammad Tahirul Qadri ນັກບວດ ແລະຜູ້ນຳອົງ ການສາສະໜາ Minhaj-ul-Quran ກ່າວຕໍ່ບັນດາຜູ້ສະໜັບ ສະໜຸນທ່ານ ທີ່ນະຄອນຫຼວງອິສລາມາບັດ, ວັນທີ 15 ມັງກອນ 2013.
ນັກບວດ​ປາ​ກິ​ສຖານ​ທີ່​ມີ​ຊື່​ສຽງ​ຄົນ​ນຶ່ງ ທີ່​ອາ​ໄສ​ຢູ່​ໃນ​ກາ​ນາ​ດາ
​ໄດ້​ເດີນທາງ​ໄປ​ຮອດ​ເມືອງ Lahore ​ໃນ​ວັນ​ຈັນ​ມື້​ນີ້ ຫຼັງ​ຈາກ​
ຖ້ຽວບິນ​ຂອງ​ຜູ້ກ່ຽວ ​ທີ່​ມຸ່ງ​ໜ້າ​ໄປ​ຍັງ​ນະຄອນ​ຫລວງອິສລາມາ​
ບັດໄດ້​ຖືກ​ປ່ຽນ​ທິດ​ທາງ ຫຼັງ​ຈາກ​ເກີດ​ການປະ​ທະກັນລະຫວ່າງ
ພວກ​ສະໜັບສະໜຸນທ່ານ ແລະ​ເຈົ້າ​ໜ້າທີ່​ຕຳຫຼວດ ທີ່​ສະໜາມ​
ບິນອິສລາມາ​ບັດ​ນັ້ນ.

ທ່ານ Tahir-ul-Qadri ​ເດີນທາງ​ກັບ​ຄືນ​ໄປ​ຍັງ​ປາ​ກິ​ສຖານ​
​ເພື່ອ​ນຳພາ​ໃນ​ການ​ປະຕິວັດ​ທີ່​ທ່ານປະກາດ​ຈັດ​ຕັ້ງ​ຂຶ້ນ​ເອງ
ຕໍ່ຕ້ານ​ນາຍົກ ລັດຖະມົນຕີ Nawaz Sharif.

ໄດ້​ມີການ​ເອົາ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ຢ່າງເຄັ່ງ​ຄັດໃນ​ວັນ​ຈັນ​ມື້​ນີ້ ​ລ່ວງ​ໜ້າ
ກຳນົດ​ການ​ເດີນທາງ​ໄປ​ຮອດຂອງທ່ານ ທີ່​ອິສລາມາ​ບັດ​ນັ້ນ. ​ໄດ້​ມີ​ການ​ສົ່ງກຳລັງ​ປະ
ກອບ​ອາວຸດ​ໄປ​ຍາມ ​ຢູ່​ໃນ​ທົ່ວ​ນະຄອນຫຼວງ ​ແລະ​ມີ​ການ​ເອົາ ລັງຂົນ​ສົ່ງສິນຄ້າ​ໃຫຍ່ໆ ​
ໄປ​ຕັນຖະໜົນ​ຫົນທາງ​ສາຍ​ຕ່າງໆທີ່​ເນ່ງ​ໄປ​ໃສ່​ສະໜາມ​ບິນນັ້ນ​ໄວ້ ​ໃນ​ຄວາມພະຍາ
ຍາມເພື່ອຂັດຂວາງ​ພວກ​ສະໜັບສະໜຸນ​ ນັກ​ບວດ​ທ່ານ​ນີ້.

​ພວກ​ສະໜັບສະໜຸນ​ທ່ານ Qadri ບາງ​ຄົນ​ ​ໄດ້​ແກວ່ງໄມ້ຄ້ອນ​ແລະ​ກ້ອນ​ຫິນ​ໃສ່ຕຳຫຼວດ ທີ່​ຕອບ​ໂຕ້ດ້ວຍ​ການ​ຍິງແກັ​ສນ້ຳຕາ​.

​ໂຄສົກກົມ​ການບິນ​ພົນລະ​ເຮືອນຂອງ​ປາ​ກິ​ສຖານ ກ່າວ​ວ່າ ຖ້ຽວ​ບິນ​ຂອງ​ທ່ານ Qadri ​ໄດ້ຖືກ​ປ່ຽນ​ໄປ​ລົງ​ທີ່​ເມືອງ Lahore “​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ ໃຫ້​ແກ່​ພວກ ​
ຄົນ​ໂດຍສານ​ແລະ​ເຮືອບິນ.”


ທ່ານ Qadri ​ທີ່ເປັນ​ນັກບວດ​ຫົວ​ນິຍົມ​ແນວທາງ​ປານ​ກາງ ມີ​ຜູ້​ຕິດຕາມ​ຢ່າງ​ຫຼວງ​ຫຼາຍ​ ຢູ່ໃນ​ປາ​ກິ​ສຖານ.
pakistancleric23june14
please wait

No media source currently available

0:00 0:01:08 0:00
XS
SM
MD
LG