ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ຊາຍ ປາກິສຖານ ຖືກຕັດສິນໂທດ ປະຫານຊີວິດ ຖານໝິ່ນປະໝາດ ອິສລາມ


ຜູ້​ຊາຍ​ຄຣິສຕຽນ ຄົນ​ນຶ່ງທີ່ຖືກກ່າວຫາ ​​ໝິ່ນປະໝາດສາສະໜາ
ອິສລາມ ຖືກສານຕັດສິນ ປະຫານຊີວິດ
ຜູ້​ຊາຍ​ຄຣິສຕຽນ ຄົນ​ນຶ່ງທີ່ຖືກກ່າວຫາ ​​ໝິ່ນປະໝາດສາສະໜາ ອິສລາມ ຖືກສານຕັດສິນ ປະຫານຊີວິດ
ສານ ປາ​ກິ​ສຖານ ​ແຫ່ງ​ນຶ່ງໄດ້​ຕັດສິນ​ລົງ​ໂທດ​ປະຫານຊີ
ວິດ ຜູ້​ຊາຍ​ຄຣິສຕຽນ ຄົນ​ນຶ່ງທີ່ຖືກກ່າວຫາໝິ່ນປະໝາດ
ສາສະໜາອິສລາມ ໃນຄະດີ​ ທີ່ໄດ້ກໍ່​ໃຫ້​ເກີດ ​ມີການຈະ
ລາຈົນທີ່​ນະຄອນ Lahore ທາງພາກຕາເວັນອອກຂອງ
ປະເທດ.

ທ້າວ Sawan Marish ​ໄດ້​ຖືກ​ຈັບ​ໃນ​ປີ​ແລ້ວ​ນີ້ ຫລັງ​ຈາກ
​ໝູ່ຂອງ​ລາວ ​ໄດ້​ກ່າວ​ຫາ​ລາວ​ວ່າ ກ່າວວິຈານໄປໃນທາງທີ່
ບໍ່ດີ ​ກ່ຽວ​ກັບພະ​ສາດສະດາ Muhammed. ຊາວ​ມຸສລິ​ມ
ຫລາຍ​ພັນ​ຄົນ​ໄດ້​ພາກັນ​ອາ​ລະວາ​ດຢູ່​ທີ່ຄຸ້ມ Josph Colony
ຊຶ່ງ​ເປັນ​ຄຸ້ມ​ຂອງ​ຊາວ​ຄຣິສຕຽນ ​ຢູ່ໃນ​ນະຄອນ Lahore ​ເພື່ອ​ປະ​ທ້ວງ​ຕໍ່ການ​ກ່າວ​ຫາ
ກ່ຽວກັບການ​ໝິ່ນປະ​ໝາດດັ່ງກ່າວ.

ອົງການນິລະໂທດສາກົນປະນາມການ​ຈັບ​ກຸມ​ແລະຕັດສິນ​ລົງ​ໂທດທ້າວ Masih ວ່າ​ “ເປັນ​ເລື້ອງ​ທີ່​ໜ້າ​ວິຕົກຢ່າງຮ້າຍແຮງ” ກ່ຽວ​ກັບ​ຄວາມ​ເປັນ​ທຳ​ຂອງ​ການ​ດໍາ​ເນີນ​ຄະດີ. ອົງການ​ດັ່ງກ່າວເວົ້າວ່າ ກົດໝາຍ​ໝິ່ນປະໝາດສາສະໜາ​ ຂອງປາ​ກິ​ສຖານນັ້ນ ແມ່ນ “​ໂຫດຮ້າຍຫຼາຍ.”

ຮອງ​ຫົວໜ້າ ອົງການນິລະໂທດສາກົນເຂດ​ເອ​ເຊຍ​ປາຊິຟິກ ທ່ານ David Griffits
ກ່າວວ່າ “ການ​ໂຕ້​ຖຽງ​ກັນ​ລະຫວ່າງ​ໝູ່​ເພື່ອນ​ສອງ​ຄົນ ບໍ່​ມີພື້ນຖານ​ສຳລັບການ​ສົ່ງ​ຜູ້ໃດ​ຜູ້​ນຶ່ງ ​ໄປ​ໃສ່​ຫ້ອງ​ກັກຂັງ.” ທ່ານ​ກ່າວ​ອີກ​ວ່າ ການ​ຕັດສິນ​ລົງ​ໂທດ​ນີ້ ແມ່ນຄວາມ “​ຍຸດຕິ​ທຳແບບຈອມປອມ.”

ປາ​ກິ​ສຖານຊຶ່ງປະຊາຊົນສ່ວນໃຫຍ່ນັບຖືສາສະໜາອິສລາມນັ້ນ ມີ​ການ​ລົງ​ໂທດ​ທີ່​ຮ້າຍ​ແຮງໃນໂລກ ກ່ຽວກັບການ​ໝິ່ນ​ປະໝາດສາສະໜາ. ຜູ້​ໃດ​ຜູ້​ນຶ່ງ​ຫາກຖືກເຫັນ​ວ່າ ​ມີ​ຄວາມ​ຜິດ​ໃນ​ຖານ​ໝິ່ນປະໝາດສາສະໜາ​ອິສລາມ ​ແລະພະ​ສາ​ດສະ​ດາ Mohammed ແລ້ວ ຕ້ອງ​ປະ​ເຊີນ​ກັບ​ໂທດປະຫານຊີວິດ.
XS
SM
MD
LG