ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກຫົວຮຸນແຮງ 25 ຄົນ ຖືກຂ້າຕາຍ ໃນການໂຈມຕີ ທາງອາກາດ ຂອງ ປາກິສຖານ


ແຜນທີ່ Waziristan ເໜືອ ແລະ Khyber, ປາກິສຖານ
ແຜນທີ່ Waziristan ເໜືອ ແລະ Khyber, ປາກິສຖານ

ກອງທັບຂອງ ປາ​ກິສຖານ ກ່່າວວ່າ ​ເຮືອ​ບິນຮົບ​ຂອງ​ຕົນ​ໄດ​ຖິ້ມ ລະ​ເບີດ​ໃສ່​ບ່ອນ​ຫຼົບ​ລີ້ທີ່​ຕ້ອງ​ສົງ​ໄສ​ຂອງ​ພວກ​ຫົວ​ຮຸນ​ແຮງ ຢູ່​ໃກ້​ກັບ​ເຂດຊາ​ຍ​ແດນ​ ​ອັຟກາ​ນິສຖານ ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ພະຫັດ​ມື້​ນີ້, ​ເຮັດໃຫ້ມີ​ພວກ​ກໍ່​ການ​ຮ້າຍ​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 25 ຄົນ.

ຖະ​ແຫຼງການ​ຂອງ​ເຈົ້າໜ້າ​ທີ່​ກ່າວ​ວ່າ ການ​ໂ​ຈມຕີ​ທາງ​ອາກາດ​ໄດ້​ເກີດ ຂຶ້ນທີ່​ເມືອງ Datta Khel ໃນເຂດ Waziristan ເໜືອ, ​ເຊິ່ງ ພິຈາລະ​ວ່າ​ເປັນ​ຖານ​ທີ່​ໝັ້ນ​ຂອງ​ພວກ​ຫົວ​ຮຸນ​ແຮງ​ທີ່​ພົວ​ພັນ​ກັບ​ພວກ​ ຕາ​ລີ​ບານ ປາ​ກິ​ສຖານ ​ແລະ ​ເຄືອ​ຂ່າຍ​ຕໍ່ຕ້ານ​ລັດຖະບານ Haqqani ທີ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ໂຈມ​ຕີ​ຮ້າຍ​ແຮງ​ໃນ
​ອັ​ຟກາ​ນິສຖານ.

ປະທານາທິບໍດີ Nawaz Sharif ​ໃນ​ຂະນະ​ທີ່​ທ່ານ​ກ່າວ​ສຸນທອນພົດ​ຕໍ່ ​ກອງ​ປະ​ຊຸມ​ສະມັດຊາໃຫຍ່ ສະຫະ​ປະຊາ​ຊາດ ​ໃນ​ນະຄອນ​ ນິວຢອກ ວັນພຸດ​ວານ​ນີ້​ໄດ້​ກ່າວ​ຢ້ຳເຖິງ
ການ​ແກ້​ບັນຫາ​ເພື່ອລົບ​ລ້າງ​ພວກ​ກໍ່​ການ​ຮ້າຍໃຫ້​ໝົດ​ໄປຈາກ​ດິນ​ແດນ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ​ໄດ້​ກ່າວ​ວ່າ ການ​ປະຕິບັດການຕໍ່ຕ້ານພວກ​ຫົວ​ຮຸນ​ແຮງທີ່​ເອີ້ນ​ວ່າ Zarb-e-Azb ໃນ Waziristan ເໜືອ ​ແລະ ບ່ອນ​ອື່ນໆ​ໃນ​ປະ​ເທດ​ຈະ​ສືບ​ຕໍ່​ຈົນ​ກວ່າ​ໄດ້​ບັນລຸ​ຈຸ​ດປະສົງ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ Sharif ​ໄດ້​ກ່າວ​ວ່າ “ການ​ປະຕິບັດ​ການ​ Zarb-e-Azb ຂອງ​ພວກ​ເຮົາ​ ​ແມ່ນ ການປະຕິບັດການຕໍ່ຕ້ານ​ພວກກໍ່​ຮ້າຍ​ທີ່​ໃຫຍ່ທີ່​ສຸດ​ເທົ່າທີ່ເຄີຍມີມາ, ​ເຊິ່ງປະກອບ​ມີທະຫານ​ຮັກສາ​ຄວາມ​ປອດໄພ​ຂອງພວກ​ເຮົາຫຼາຍ​ກວ່າ 180,000 ຄົນເຂົ້າ ຮ່ວມ. ມັນ​ໄດ້​ມີ​ຄວາມ​ກ້າວໜ້າ​ທີ່​ຍິ່ງ​ໃຫຍ່ ໃນ​ການກວາດລ້າງ​ພວກ​ກໍ່​ການ​ຮ້າຍ ໃຫ້​ໝົດ​ຈາກ​ປະ​ເທດຂອງ ພວກ​ເຮົາ ​ແລະ ຈະໃຫ້​ບົດ​ສະຫຼຸບ​ໃນ​ເມື່ອ​ເປົ້າ​ໝາຍ ຂອງ​ພວກ​ເຮົາ​ໄດ້ ສຳ​ເລັດ​ຜົນ.”

ການ​ໂຈ​ມຕີ​ນຳ​ພາ​ໂດຍ​ທະຫານ​ໄດ້​ດຳ​ເນີນ​ຂຶ້ນ​ໃນ​ເດືອນ ມິ​ຖຸນາ 2014 ​ແລະ ບັນດາເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມາ​ຮອດຕອນ​ນີ້​ ພວກ​ເຂົາ​ເຈົ້າ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ​ຫຼາຍ​ກວ່າ 3,500 ຄົນ, ລວມທັງ​ຊາວ​ຕ່າງ​ຊາດ ​ໃນ​ຂະນະ​ດຽວ​ກັນ​ທະຫານ​ເກືອບ 400 ຄົນ​ກໍ​ໄດ້​ເສຍ​ຊີວິດ.

ການ​ປະຕິບັດ​ການ, ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຂອງ ປາ​ກິ​ສຖານ, ​ໄດ້​ນຳໄປ​ສູ່​ການ​ຫຼຸດ​ລົງ​ໃນການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ໃນ​ທົ່ວ​ປະ​ເທດ​ເຖິງ 70 ​ເປີ​ເຊັນ.

XS
SM
MD
LG