ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

3 ລ້ານຄົນໄດ້ຮັບຜົນກະທົບ ຈາກນໍ້າຖ້ວມທີ່ປາກີສຖານ


ປະຊາຊົນທີ່ປະສົບກັບໄພນໍ້າຖ້ວມ ໃນປາກິສຖານ.
ປະຊາຊົນທີ່ປະສົບກັບໄພນໍ້າຖ້ວມ ໃນປາກິສຖານ.

ຝົນ​ຍັງ​ສືບ​ຕໍ່​ຕົກລົງມາຢ່າງ​ໜັກ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ
ຂອງ​ປາ​ກີ​ສ ຖານ​ໃນ​ວັນ​ອັງຄານ​ມື້​ນີ້ ບ່ອນ​ທີ່ເກີດ​ນໍ້າ​ຖ້ວມ
ຢ່າງ​ຮ້າຍ​ແຮງ​ທີ່ສຸດ​ໃນ ປະວັດ​ສາດ​ ​ແລະໄດ້​ເອົາ​ຊີວິດຜູ້​ຄົນ​ໄປ​ແລ້ວ​ຢ່າງ​ນ້ອຍ 1400 ຄົນ​ນັ້ນ.


ຄວາມ​ພະຍາຍາມ​ຊ່ອຍ​ບັນ​ເທົາ​ທຸກ​ໄດ້​ຖືກ​ຂັດຂວາງ​ ຍ້ອນ
ຖະໜົນຫົນ ທາງ​ຖືກ​ນໍ້າ​ຖ້ວມ​ ແລະ​ຂົວ​ກໍ​ໄດ້​ຖືກ​ນໍ້າ​ພັດ
ໄຫລ​ໜີ​ໄປ ຕລອດ​ທັງ​ສາທາລະນູປະ​ໂພ​ກ​ຕ່າງໆ ກໍໄດ້​
ຮັບ​ຄວາມ​ເສຍ​ຫາຍ​.


ສະຫະ​ປະຊາ​ຊາດ​ກ່າວ​ວ່າ ນໍ້າ​ຖ້ວມຄັ້ງ​ນີ້​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ປະຊາຊົນ ຫລາຍ​ກວ່າ
3 ລ້ານ​ຄົນ. ພວກ​ທ່ີ​ລອດ​ຊີວິດ​ມາ​ບາງ​ຄົນໄດ້​ຈົ່ມ​ວ່າ ກ່ຽວ​ກັບ​ການ​ຮັບ​ມື​ຂອງ​ລັດຖະ
ບານຕໍ່​ໄພ​ຫາຍຍະນະ​ຄັ້ງ​ນີ້.


ກອງ​ທຶນ​ເດັກ​ຂອງສະຫະ​ປະຊາ​ຊາດກ່າວ​ວ່າ ມີ​ຄວາມ​ຕ້ອງການເຂົ້າປາ​ອາຫານ
ແລະ​ນໍ້າ​ດື່ມ​ນໍ້າ​ໃຊ້​ທີ່​ສະອາດ​ເປັນ​ທີ່​ສຸດ ​ແລະ​ວ່າຄວາມ​ສາມາດ ບົ່ມ​ຊ້ອນທ່ີ​ຈະ​ມີ​
ການລະບາດ​ຂອງ​ເຊື້ອ​ໂຣກຕ່າງໆ​ທີ່ເກີດ​ຈາກ​ນໍ້າເປື້ອນ ນັ້ນ ​ແມ່ນ​ເປັນຄວາມກັງວົນ
ເປັນ​ຫ່ວງອັນ​ໃຫຍ່​ຫລວງ.

ອົງ​ການ​ອາຫານ​ໂລກກ່າວ​ວ່າ ຕົນ​ກໍາລັງ​ປະ​ຕິ​ບັດ​ງານ​ຊ່ວຍ​ເຫລືອ​ຢູ່​ໃນ​ເຂດ​ທີ່​ ຖືກ​ກະທົບຮ້າຍ​ແຮງ​ທີ່​ສຸດ ຂອງ​ເມືອງ Peshawar, Mardan, Charsadda ​ແລະ Nowshera ​ແລະ​ວ່າ​ອາດ​ມີ​ປະຊາຊົນ​ຮອດ 2 ລ້ານ​ຄົນໃນ​ຂົງ​ເຂດ ທີ່​ຕ້ອງການການ​ຊ່ວຍ​ເຫລືອ​ດ້ານ​ອາຫານ.


ໂຄສົກ​ສະພາກາ​ແດງ​ທີ່​ກຸງ​ວໍ​ຊິງ​ຕັນ ກ່າວ​ກັບ​ວີ​ໂອ​ເອວ່າ ມີ​ຄວາມ​ສ່ຽງໃນ​ອັດຕາ​ສູງ​ຫລາຍ
ທີ່ວ່າ​ນໍ້າ​ຈະ​ເປິ​ະ​ເປື້ອນ​ເປັນ​ພິດ​ໃນ​ບັນດາຂົງ​ເຂດ​ທີ່ຖືກ​ກະທົບ​ນັ້ນ.

XS
SM
MD
LG