ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

1,000 ກ່ວາຄົນຕາຍ ຍ້ອນນໍ້າຖ້ວມທີ່ປາກີສຖານ


ພວກຊາວບ້ານພາກັນຂົນສິ່ງຂອງຂອງເຂົາເຈົ້າຍ່າງຂ້າມນໍ້າຖວ້ມໃນເຂດ Mohib Bhanda ຂອງປາກີສຖານ ວັນທີ 31 ກໍລະກົດ 2010
ພວກຊາວບ້ານພາກັນຂົນສິ່ງຂອງຂອງເຂົາເຈົ້າຍ່າງຂ້າມນໍ້າຖວ້ມໃນເຂດ Mohib Bhanda ຂອງປາກີສຖານ ວັນທີ 31 ກໍລະກົດ 2010

ພວກ​ຊາວ​ເມືອງ​ໃນ​ຂົງ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ ​ປາ​ກີ​ສຖານ​ພາກັນ​ຈົ່ມ​ວ່າ​ກ່ຽວ​ກັບ​ການ​ຮັບ​ມືຂອງ​ລັດຖະ ບານ​ຂອງ​ເຂົາ​ເຈົ້າ​ຕໍ່ໄພຫາຍຍະນະ​ນໍ້າ​ຖ້ວມ ​ທີ່ໄດ້​ເອົາຊີວິດ​ປະຊາຊົນ ໄປ​ແລ້ວ​ ຫລາຍ​ກ່ວາ 1000 ຄົນ. ບັນດາ​ເຈົ້າ ໜ້າ​ທີ່ປາ​ກີ​ສຖານ​ຍອມຮັບ​ຮູ້​ວ່າ ເຂົາ​ເຈົ້າ​ກຳລັງ​ປະສົບ​ຄວາມ​ລຳບາກ​ຢ່າງ​ໜັກ ໃນ​ການ​ພະຍາຍາມ​ເຂົ້າ​ໄປ​ໃຫ້ເຖິງພວກ ຊາວບ້ານ​ຫລາຍ​ພັນ​ຄົນ​ທີ່ຍັງ​ຕົກ​ຄ້າງ​ຢູ່ ຍ້ອນໄພ​ນ້ຳ​ຖ້ວມທີ່ ເກີດຈາກຝົນ​ລະດູ​ມອນ​ສູນທີ່​ຕົກ​ໜັກ​ມາ​ເປັນ​ເວລາ​ຫລາຍ​ມື້​ນັ້ນ.


ແຂວງ Khyber-Pakhtunkhwa ​ແມ່ນໄດ້​ປະ​ທະ​ກັບ​ໄພ​ນ້ຳ​ຖ້ວມຄັ້ງນີ້ທີ່ໜັກກວ່າໝູ່
ເຈົ້າ​ໜ້າ​ທີ່ຝ່າຍຄຸ້ມ​ຄອງໄພພິບັດ​ປະຈຳ​ແຂວງ​ທ່ານ​ນຶ່ງ​ກ່າວ​ຕໍ່​ ອົງການ ຂ່າວ AP ວ່າການ​ຕິດຕາມ​ເບິ່ງ​ສະຖານະ​ການ​ທາງ​ອາກາດໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ເສຍ​ຫາຍທີ່​ທ່ານບັນ​ລະ​ຍາຍ​ວ່າ ​ໃນ​ຂັ້ນ​ກ້ວາງ​ຂວາງ ແລະໜັກຫລາຍ​ນັ້ນ.


ບັນດາ​ເຈົ້າ​ໜ້າທີ່ກ່າວວ່າ ​ເຂົ້າ​ເຈົ້າ​ຢ້ານ​ວ່າຈະ​ເກີດ​ການລະບາດ ຂອງ​ເຊື້ອໂຣກຕ່າງ​ໆ ຈາກນໍ້າ ເຊັ່ນພະຍາດທ້ອງຂີ້ຮາກ ແລະໂຣກອະຫິວາ ໃນບັນດາພວກທີ່ລອດ ຊີວິດ ມາໄດ້ນັ້ນ. ສະຫະ​ປະຊາ​ຊາດ​ກະ​ປະມານ​ວ່າ ປະຊາຊົນ​ປາ​ກີ​ສຖານ ​ປະມານ 1 ລ້ານ​ຄົນ​ ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພຫາຍຍະນະ​ຄັ້ງ​ນີ້.

ໃນ​ຂະນະ​ດຽວ​ກັນ ທີ່ອັຟກາ​ນີສຖານ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ປາ​ກີ​ສຖານນັ້ນ ​ໄພນໍ້າຖ້ວມ ກໍໄດ້ເອົາຊີວິດຜູ້ຄົນໄປແລ້ວຫລາຍກວ່າ 60 ຄົນ. ກຳລັງ​ອັຟກາ​ນີສຖານ​ແລະ​ເນ​ໂຕ ກ່າວ​ວ່າ ​ເຂົາ​ເຈົ້າ​ໃຊ້​ພວກ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ ເພື່ອ​ທຳ​ການ​ຊ່ອຍກູ້​ຊີວິດ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ ​ແລະ​ແຈກ​ຢາຍ​ເຄື່ອງ​ຊ່ອຍ​ເຫລືອ​ ໃຫ້ແກ່​ພວກ​ປະຊາຊົນ​ໃນ​ຂົງ​ເຂດ​ທີ່ໄດ້​ຮັບ​ຜົນກະທົບ​ ຮ້າຍ​ແຮງ​ກວ່າ​ໝູ່ ​ໃນ​ອັຟກາ​ນີສຖານ ຊຶ່ງ​ມີຮວມທັງ​ແຂວງ Kunar ແລະ​ແຂວງ Nangarhar ນໍານັ້ນ​.

XS
SM
MD
LG