ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ວາງລະເບີດ ສະຫຼະຊີບ ສັງຫານ ເຈົ້າໜ້າທີ່ແຄວ້ນ ປັນຈາບ ຂອງປາກິສຖານ


ບັນດາທະຫານບົກ ແລະ ພະນັກງານກູ້ໄພ ພະຍາຍາມ ຊ່ວຍເອົາພວກຄົນ ທີ່ຖືກຖັບຖົມ ຢູ່ພາຍໃຕ້ ຊາກຫັກພັງຂອງເຮືອນ ຢູ່ສະຖານທີ່ ໂຈມຕີ ລະເບີດສະຫຼະຊີບ ໃນເມືອງ Shadi Khan ຫ່າງຈາກນະຄອນຫຼວງ ຂອງປາກິສຖານ ປະມານ 80 ກິໂລແມັນ ທາງກ້ຳຕາເວັນຕົກສຽງເໜືອ, ວັນທີ 16 ສິງຫາ 2015.
ບັນດາທະຫານບົກ ແລະ ພະນັກງານກູ້ໄພ ພະຍາຍາມ ຊ່ວຍເອົາພວກຄົນ ທີ່ຖືກຖັບຖົມ ຢູ່ພາຍໃຕ້ ຊາກຫັກພັງຂອງເຮືອນ ຢູ່ສະຖານທີ່ ໂຈມຕີ ລະເບີດສະຫຼະຊີບ ໃນເມືອງ Shadi Khan ຫ່າງຈາກນະຄອນຫຼວງ ຂອງປາກິສຖານ ປະມານ 80 ກິໂລແມັນ ທາງກ້ຳຕາເວັນຕົກສຽງເໜືອ, ວັນທີ 16 ສິງຫາ 2015.

ຫົວໜ້າ​ຜູ້​ຮັກສາ​ການ​ ກະຊວງພາຍ​ໃນປະຈຳ​ແຄວ້ນປັນ​ຈາບ ​
ໄດ້​ຖືກ​ສັງຫານ ​ໃນ​ການ​ໂຈມ​ຕີ​ດ້ວຍລະ​ເບີດ​ສະຫຼະຊີບ ​ເມື່ອ​
ວັນ​ອາທິດ​ຜ່ານ​ມາ. ຢ່າງ​ໜ້ອຍ ອີກ 14 ຄົນໄດ້​ເສຍ​ຊີວິດນຳ​ ​
ໃນ​ການ​ໂຈມ​ຕີດັ່ງກ່າວ ຢູ່​ຫ່າງ​ຈາກ​ນະຄອນຫຼວງ ອິສລາມາ​ບັດ​
ໄປ​ທາງ ກ້ຳຕາ​ເວັນ​ຕົກ​ສຽງ​ເໜືອ ປະມານ 100 ລັກກິ​ໂລແມັດ.
ຜູ້​ສື່​ຂ່າວ​ Ayaz Gul ມີ​ລາຍ​ລະອຽດ ຈາກ​ນະຄອນຫຼວງຂອງ​
ປາ​ກິ​ສຖານ ຊຶ່ງ​ໄຊ​ຈະ​ເລີ​ນສຸກ ຈະ​ນຳເອົາມາສະ​ເໜີ​ທ່ານ.

ບັນດາ​ຜູ້​ເຫັນ​ເຫດການ ກ່າວ​ວ່າ ຫົວໜ້າ​ຜູ້​ຮັກສາ​ການ​ ກະຊວງພາຍ​ໃນປະຈຳ​ແຂວງປັນ​ຈາບ ທ່ານ Shuja Khanzada ຜູ້​ທີ່ເສຍ​ຊີວິດ​ນັ້ນ ກຳລັງ​ຮັບຟັງ ຄຳ​ຮ້ອງທຸກ​ຂອງຊາວບ້ານ ຢູ່​ທີ່​ເຮືອນ​ພັກ​ຂອງ​ທ່ານ ຢູ່​ໃນ​ເມືອງ Attock ​ໃນ​ເວລາ​ຜູ້​ວາງ​ລະ​ເບີດ​ສະຫຼະຊີບ​ຄົນ​ໜຶ່ງ​ໄດ້​ບີບ​ຂະ​ນວນ ​ລະ​ເບີດທີ່​ຜູ້ກ່ຽວ​ມັດໃສ່​ຮ່າງກ່າຍຕົນ​ເອງ ​ໃຫ້​ແຕກຂຶ້ນນັ້ນ​. ລະ​ເບີດທີ່​ແຕກ​ຂຶ້ນຢ່າງ​ແຮງ​ ​ເປັນ​ເຫດ​ໃຫ້​ອາຄານ​ເຮືອນຫຼັງນັ້ນພັງ​ທະລາ​ຍລົງ ​ແລະ ​ໄດ້​ເຮັດ​ໃຫ້ຫຼາຍສິບ​ຄົນ ຄ້າງຄາ​ຢູ່​ໃຕ້​ຊາກ​ຫັກ​ພັງ​ດັ່ງກ່າວ. ທ່ານ Saeed Elahi ​ທີ່​ປຶກສາ​ຂອງແຂວງດັ່ງກ່າວ ​ເວົ້າ​ວ່າ ພົນລະ​ເຮືອນ ​ແລະ ບັນດາ​ທິມງານ​ກູ້​ໄພ ​ໄດ້​ໄປ​ເຖິງ​ສະຖານ​ທີ່​ເກີດ​ເຫດ​ຢ່າງໄວວາ ​ເພື່ອ​ທຳ​ການ​ເກັບ​ກູ້​ເອົາ​ພວກຊາກສົບ ​ແລະ ຊ່ວຍ​ເຫຼືອຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ.

ມື້ລາງ ຫົວໜ້າ​ຜູ້​ຮັກສາ​ການ​ ກະຊວງພາຍ​ໃນປະຈຳ​ແຄວ້ນປັນ​ຈາບ ທ່ານ Shuja Khanzada
ມື້ລາງ ຫົວໜ້າ​ຜູ້​ຮັກສາ​ການ​ ກະຊວງພາຍ​ໃນປະຈຳ​ແຄວ້ນປັນ​ຈາບ ທ່ານ Shuja Khanzada

ທ່ານ Elahi ​ເວົ້າວ່າ “ແຕ່ໃຜໆ​ກໍ​ຮູ້​ດີ​ວ່າ ມັນ​ເປັນເມືອງ​ນ້ອຍ​ທີ່​ແອ​ອັດ ຖະໜົນ​ສາຍ​ຕ່າງໆ ​ຄັບ​ແຄບ ​ແລະ ຫຼາຍສາຍ​ເປັນ​ທາງ​ຕັນ ສະນັ້ນ ອັນ​ນັ້ນ​ຈຶ່ງ ​ເປັນ​ບັນຫາ​ໃນ​ການ​ໄປ​ເຖິງ​ແຫ່ງ​ດັ່ງກ່າວ.”

ໂຄສົກຂອງ ​ກົມ​ໜ່ວຍ​ງານ​ກູ້​ໄພ​ໃນ​ທ້ອງ​ຖິ່ນ ທ່ານນາງ Deeba Shahnaza ​ກ່າວ​ວ່າ ​ໄດ້​ມີ​ການພະ​ຍາ​ຍາມ​ຈະ​ສະຫລຸບຜົນ​ຂອງ​ການ ປະຕິ​ບັດ​ງານ ​ໃຫ້ວ່ອງ​ໄວທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປໄດ້.

Pakistan
please wait
Embed

No media source currently available

0:00 0:00:49 0:00

ທ່ານນາງ Shahnaz ​ເວົ້າ​ວ່າ “ສົບຂອງມື້ລາງພັນເອກບຳນານ Shuja ​ແມ່ນສາມາດ
ກູ້ເອົາອອກມາໄດ້ ແລະ ພາລະກິດການຄົ້ນຫາ ຍັງສືບຕໍ່ໄປຢູ່.”

ມື້ລາງຫົວໜ້າ​ຜູ້​ຮັກສາ​ການ​ ກະຊວງພາຍ​ໃນປະຈຳ​ແຂວງປັນ​ຈາບ ທ່ານ Khanzada
ໄດ້ນໍາພາການປາບປາມຕໍ່ຕ້ານພວກຫົວຮຸນແຮງ ທີ່ເປັນເຄືອຂ່າຍ ຂອງພວກທາລີບານ
ປາກິສຖານ ແລະ ກຸ່ມແອລກາອີດາ ໃນແຂວງດັ່ງກ່າວນີ້.

ທີ່ປຶກສາຂອງແຂວງທ່ານ Elahi ກ່າວວ່າ ທ່ານ Khanzada ຫົວໜ້າ​ຜູ້​ຮັກສາ​ການ​ ກະຊວງ
ພາຍ​ໃນປະຈຳ​ແຂວງປັນ​ຈາບ ຜູ້ທີ່ເສຍຊີວິດນັ້ນ ໄດ້ຖືກຂົ່ມຂູ່ມາແລ້ວຫຼາຍຄັ້ງ ໂດຍສະເພາະ ຫຼັງຈາກທີ່ຫົວໜ້າ ກຸ່ມ Lashkar-e-Jhangvi, ນາຍ Malik Ishaq ຂອງພວກຫົວຮຸນແຮງ ນິກາຍຊູນີ ໄດ້ຖືກສັງຫານ ເມື່ອເດືອນແລ້ວນີ້ ໃນການປະທະກັນ ກັບເຈົ້າໜ້າທີ່ຕຳຫຼວດ ປາກິສຖານ.

ທ່ານ Elahi ເວົ້າອີກວ່າ “ທ່ານ Khanzada ໄດ້ຖືກຂົ່ມຂູ່ຫຼາຍຄັ້ງແລ້ວ ຈາກກຸ່ມ
ກໍ່ການຮ້າຍຕ່າງໆ ທີ່ແຕກຕ່າງກັນ ຊຶ່ງປະຕິບັດການຕໍ່ຕ້ານກຸ່ມ ທີ່ທຳການຂົ່ມຂູ່
ນັ້ນເອງ ທີ່ໄດ້ເປີດສາກ​ໂຈມ​ຕີ ຢູ່ໃນແຂວງປັນຈາບນັ້ນ. ສະນັ້ນ ມັນກໍ​ອາດເປັນ
ການຕອບໂຕ້ຕໍ່ເຫດການ ທີ່ຜູ້ນຳກຸ່ມ LeJ ຖືກຂ້າຕາຍນັ້ນ​ກໍ​ເປັນ​ໄດ້.”

ບໍ່ພໍເທັ່າໃດຊົ່ວໂມງ ຫຼັງຈາກລະເບີດແຕກ ກອງທັບປາກິສຖານ ກ່າວວ່າ ຕົນໄດ້ປະຕິບັດ
ການໂຈມຕີ ທາງອາກາດຫຼາຍບັ້ນ ຕໍ່ບ່ອນທີ່ສົງໄສວ່າເປັນສະຖານທີ່ລີ້ຊ່ອນຕ່າງໆ ຂອງ
ພວກຫົວຮຸນແຮງ ໃນເຂດຊົນເຜົ່າ Waziristan ເໜືອ ທີ່ຕິດກັບຊາຍແດນ ປະເທດ
ອັຟການິນຖານ ຊຶ່ງໄດ້ສັງຫານ ພວກກະບົດ 40 ຄົນ ແລະ ອີກຫຼາຍຄົນໄດ້ຮັບບາດເຈັບ.

ການໂຈມຕີຫຼາຍໆບັ້ນຜ່ານມາຂອງພວກຫົວຮຸນແຮງ ໄດ້ສັງຫານ ຊາວປາກິສຖານ ຫຼາຍ
ໝື່ນຄົນ ໃນຊ່ວງທົດສະວັດ ທີ່ຜ່ານມາ. ແຕ່ຄວາມຮຸນແຮງ ກໍໄດ້ຫລຸດລົງ ຢ່າງ​ຫຼວງຫຼາຍ
ເມື່ອສອງສາມເດືອນບໍ່ດົນມານີ້. ບັນດາເຈົ້າໜ້າທີ່ ອ້າງ​ເຫດຜົນ​ຂອງ​ການຕົກ​ຕ່ຳລົງນັ້ນ
ວ່າ ​ເປັນ​ຜົນ​ມາຈາກ​ການ​ສືບຕໍ່ ປະຕິ​ບັດ​ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ຢູ່​ໃນ​ບໍລິ​ເວນ​ເຂດ​
ຊົນ​ເຜົ່າທີ່​ມີ​ຄວາມ​ລໍ່​ແຫຼມ​ນັ້ນ.

XS
SM
MD
LG