ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຄຣິສຕຽນ ປະທ້ວງຕໍ່ ການຈູດເຮືອນ ເຂົາເຈົ້າ ຢູ່ປາກິສຖານ


ພວກນັບຖືສາສະໜາຄຣິສ ພາກັນເດີນຂະບວນ ຢູ່ໃນປາກິສຖານ ເພື່ອປະທ້ວງຕໍ່ການຈູດເຜົາບ້ານເຮືອນ ຂອງຊາວຄຣິສ ຫລາຍກວ່າ 100 ຫລັງ ຍ້ອນການໝິ່ນປະໝາດສາສະໜາ.
ພວກນັບຖືສາສະໜາຄຣິສ ພາກັນເດີນຂະບວນ ຢູ່ໃນປາກິສຖານ ເພື່ອປະທ້ວງຕໍ່ການຈູດເຜົາບ້ານເຮືອນ ຂອງຊາວຄຣິສ ຫລາຍກວ່າ 100 ຫລັງ ຍ້ອນການໝິ່ນປະໝາດສາສະໜາ.
ໃນວັນອາທິດວານນີ້ ພວກນັບຖືສາສະໜາຄຣິສພາກັນເດີນ
ຂະບວນປະທ້ວງ ຢູ່ໃນຕົວເມືອງໃຫຍ່ຕ່າງໆຂອງປາກິສຖານ ເພື່ອປະທ້ວງຕໍ່ການຈູດເຜົາບ້ານເຮືອນ ຂອງຊາວຄຣິສຫລາຍ
ກວ່າ 100 ຫລັງ ໃນມື້ວັນເສົາ ຍ້ອນມີເຫດການ ໝິ່ນປະໝາດ
ສາສະໜາ ເກີດຂຶ້ນ ຕາມທີ່ມີການກ່າວຫາກັນ.

ພວກປະທ້ວງໄດ້ໄປເຕົ້າໂຮມກັນຢູ່ນະຄອນຫລວງ Islamabad
ແລະຢູ່ ທາງຫລວງໃຫຍ່ສາຍນຶ່ງໃນເມືອງ Lahore ໂດຍທີ່
ບາງຄົນໄດ້ຮຽກຮ້ອງ ໃຫ້ລັດຖະບານສ້າງເຮືອນທີ່ຖືກທໍາລາຍ
ໄປນັ້ນຄືນ ໃນຂະນະທີ່ຜູ້ອື່ນໆຮ້ອງຂໍ ໃຫ້ລັດຖະບານປົກປ້ອງ
ພວກຊົນກຸ່ມນ້ອຍ ໃຫ້ດີຂຶ້ນກວ່າເກົ່າ.

ໃນວັນເສົາຜ່ານມາ ຊາວມຸສລິມຫລາຍພັນຄົນ ໄດ້ພາກັນໄປ
ອາລະວາດທົ່ວ ຄຸ້ມຢູ່ອາໄສຂອງຊາວຄຣິສຢູ່ໃນເມືອງ Lahore ລຸນຫລັງໄດ້ຍິນຂ່າວວ່າ ຊາວຄຣິສຜູ້ນຶ່ງໄດ້ເວົ້າແບບເປັນການ ໝິ່ນປະໝາດຕໍ່ພະເຈົ້າ Muhammad ກັບເພື່ອນທີ່ເປັນຄົນ
ມຸສລິມຄົນນຶ່ງ. ລຸນຫລັງທີ່ມີການກໍ່ຄວາມຮຸນແຮງດັ່ງກ່າວ ຊາວ ຄຣິສຫລາຍຄອບຄົວ ໄດ້ຫລົບໜີຈາກເຂດດັ່ງກ່າວ.

ຕໍາຫລວດໃນພາກຕາເວັນອອກຂອງປາກິສຖານ ໄດ້ຄຸມຂັງຫລາຍສິບຄົນ ທີ່ຖືກກ່າວຫາ
ວ່າ ໄດ້ເອົາໄຟໄປຈູດບ້ານເຮືອນຕ່າງໆ. ຊາຍຊາວຄຣິສຄົນນັ້ນ ກໍໄດ້ຖືກຕໍາຫລວດຄວບ
ຄຸມໂຕໄວ້ເຊັ່ນກັນ ແລະອາດຈະຖືກຂໍ້ຫາ ໝິ່ນປະໝາດສາສະໜາ ກໍໄດ້.

ປາກິສຖານ ຊຶ່ງປະຊາຊົນສ່ວນໃຫຍ່ເປັນມຸສລິມນັ້ນ ມີການລົງໂທດບາງຢ່າງທີ່ໜັກທີ່ສຸດ
ຂອງໂລກ ຕໍ່ການໝິ່ນປະໝາດສາສະໜາ. ຜູ້ໃດກໍຕາມ ທີ່ຖືກຕັດສິນວ່າ ໄດ້ດູໝິ່ນພະເຈົ້າ
Muhammad ແມ່ນປະເຊີນກັບການຖືກລົງ ໂທດປະຫານຊີວິດ.
XS
SM
MD
LG