ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໜ່ວຍຕໍ່ຕ້ານ ສໍ້ລາດບັງຫຼວງ ປາກິສຖານ ບໍ່ຍອມຈັບ ນາຍົກ (ສະໄລດ໌)


ຜູ້ສະໜັບສະໜຸນ ອາຈານ Tahir-ul Qadri ທໍາການນັ່ງປະທ້ວງ ຢູ່ອ້ອມຕຶກສະພາໃນນະຄອນຫຼວງ Islamabad ບ່ອນທີ່ພວກເຂົາເຈົ້າ ໄດ້ຮຽກຮ້ອງໃຫ້ມີການຍຸບລັດຖະບານ.
ຜູ້ສະໜັບສະໜຸນ ອາຈານ Tahir-ul Qadri ທໍາການນັ່ງປະທ້ວງ ຢູ່ອ້ອມຕຶກສະພາໃນນະຄອນຫຼວງ Islamabad ບ່ອນທີ່ພວກເຂົາເຈົ້າ ໄດ້ຮຽກຮ້ອງໃຫ້ມີການຍຸບລັດຖະບານ.

ຫົວໜ້າຫ້ອງການຕໍ່ຕ້ານການສໍ້ລາດບັງຫລວງຂອງປາກິສ
ຖານເວົ້າວ່າ ຕົນຕັດສິນໃຈທີ່ຈະບໍ່ຈັບນາຍົກລັດຖະມົນຕີ
Raja Pervez Ashraf ເຖິງແມ່ນວ່າ ຈະມີຄໍາສັ່ງຈາກສານ
ສູງສຸດໃຫ້ຈັບຜູ້ກ່ຽວກໍຕາມ.

ທ່ານ Fasih Bokhari ຫົວໜ້າກວດກາຄວາມຮັບຜິດຊອບ
ແຫ່ງຊາດກ່າວຕໍ່ສານ ໃນວັນພະຫັດມື້ນີ້ວ່າ ທ່ານບໍ່ມີຫລັກ
ຖານພຽງພໍ ທີ່ຈະຈັບ ກຸມທ່ານ Ashraf ໃນຂໍ້ຫາສໍ້ລາດບັງ
ຫລວງ.

ໃນວັນອັງຄານຜ່ານມາ ສານສູງສຸດຂອງປາກິສຖານໄດ້ອອກ
ຄໍາສັ່ງໃຫ້ ຈັບທ່ານນາຍົກລັດຖະມົນຕີ ພ້ອມກັບອີກ 15 ຄົນ
ໃນຂໍ້ຫາທີ່ກ່ຽວຂ້ອງ ກັບການພົວພັນໃນຄະດີໂຮງໄຟຟ້າເອກະຊົນ ທີ່ຕົກເປັນຂ່າວນອງ ນັນ ເລື້ອງນຶ່ງ.

ທ່ານ Ashraf ຖືກກ່າວຫາວ່າ ໄດ້ຮັບສິນບົນໃນການຈັດແຈງໃຫ້ມີການສ້າງໂຮງໄຟຟ້າ ເພື່ອໃຊ້ທົດແທນການຂາດເຂີນພະລັງງານໄຟ ຟ້າຂອງປາກິສຖານ ແຕ່ທ່ານໄດ້ປະຕິເສດ ຕໍ່ການກ່າວຫາດັ່ງກ່າວນັ້ນ.

ພ້ອມກັນນັ້ນ ໃນວັນພະຫັດມື້ນີ້ ນັກສອນສາສະໜາຊາວມຸສລິມ ອາຈານ Tahir-ul Qadri ເວົ້າວ່າ ມື້ນີ້ຈະເປັນມື້ສຸດທ້າຍ ທີ່ຜູ້ສະໜັບ ສະໜຸນທ່ານ ຈະທໍາການນັ່ງປະທ້ວງ ຢູ່ອ້ອມຕຶກສະພາໃນນະຄອນຫຼວງ Islamabad ຊຶ່ງເປັນບ່ອນທີ່ພວກເຂົາເຈົ້າໄດ້ຮຽກ ຮ້ອງໃຫ້ມີການຍຸບ ລັດຖະບານ.

ປະມວນພາບການປະທ້ວງທີ່ກຸງ Islamabad

XS
SM
MD
LG