ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

2 ຄົນ ເສຍຊີວິດ ຍ້ອນການໂຈມຕີ ສະລະຊີບ ຢູ່ປາກິສຖານ


ຜູ້ຄົນຫາມຄົນເຈັບໄປໂຮງໝໍ ຍ້ອນຖືກລະເບີດແຕກໃສ່ ໃນເວລາມີການໂຈມຕີຂອງພວກວາງລະເບີດສະລະຊີບ
ຜູ້ຄົນຫາມຄົນເຈັບໄປໂຮງໝໍ ຍ້ອນຖືກລະເບີດແຕກໃສ່ ໃນເວລາມີການໂຈມຕີຂອງພວກວາງລະເບີດສະລະຊີບ
ຜູ້ວາງລະເບີດສະລະຊີບສອງຄົນ ໄດ້ໂຈມຕີຄ້າຍທະຫານ ຢູ່
ທາງພາກຕາເວັນຕົກສຽງເໜືອຂອງປາກິສຖານ ຊຶ່ງໄດ້ເຮັດໃຫ້
ທະຫານຢ່າງໜ້ອຍສອງຄົນເສຍຊີວິດແລະອີກຫຼາຍ ຄົນໄດ້ ຮັບບາດເຈັບ.

ພວກເຈົ້າໜ້າທີ່ຮັກສາຄວາມປອດໄພຂອງປາກິສຖານເວົ້າໃນ
ວັນພຸດມື້ນີ້ວ່າ ພວກໂຈມຕີ ໄດ້ຂັບລົດທີ່ບັນຈຸວັດຖຸລະເບີດເຂົ້າໄປໃນປະຕູເຂົ້າຄ້າຍທະ ຫານ ໃນເມືອງ Wana ຊຶ່ງເປັນເມືອງໃຫຍ່ສຸດ ໃນເຂດຊົນເຜົ່າ Waziritan ໃຕ້.

ຍັງບໍ່ມີຝ່າຍໃດອ້າງເອົາຄວາມຮັບຜິດຊອບໃນທັນໃດເທື່ອ.

ເຂດ Waziritan ໃຕ້ ແມ່ນນຶ່ງໃນຈໍານວນ 7ເຂດຊົນເຜົ່າ ທີ່ຢູ່ພາຍໃຕ້ການບໍລິຫານຄຸ້ມ ຄອງໂດຍລັດຖະບານກາງປາກິສຖານ. ທາງກອງທັບປາກິສຖານ ໄດ້ດໍາເນີນການປາບ ປາມຢ່າງຮຸນແຮງຫລາຍຄັ້ງຢູ່ໃນເຂດດັ່ງກ່າວ ໂດຍແນໃສ່ພວກຫົວຮຸນແຮງ ທີ່ມີສ່ວນ ກ່ຽວພັນກັບເຄືອຂ່າຍ al-Qaida ແລະກຸ່ມ Taliban ທີ່ມີທີ່ໝັ້ນຕັ້ງຢູ່ໃນເຂດຊາຍແດນນັ້ນ.

ການໂຈມຕີຂອງຍົນທີ່ບໍ່ມີຄົນຂັບຂອງສະຫະລັດ ຊຶ່ງບໍ່ເປັນທີ່ນິຍົມກັນຢູ່ໃນປາກິສຖານ ກໍ ໄດ້ແນເປົ້າໃສ່ພວກຫົວຮຸນແຮງຢູ່ໃນເຂດດັ່ງກ່າວນີ້ ເປັນປະຈໍາ ເຊັ່ນກັນ.

ໃນອາທິດແລ້ວນີ້ ການວາງລະເບີດສະລະຊີບຢູ່ໃນເມືອງ Wana ໄດ້ເຮັດໃຫ້ທ່ານ Maulvi Nazir ຜູ້ບັງຄັບບັນຊາການຄົນສຳຄັນຂອງພວກຫົວຮຸນແຮງຢູ່ໃນເຂດ Waziritan ໃຕ້ ໄດ້ຮັບບາດເຈັບ.
XS
SM
MD
LG