ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

20 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ປາກິສຖານ


ເຈົ້າໜ້າທີ່ຮັກສາຄວາມສະຫງົບປາກິສຖານ ກວດກາເບິ່ງບ່ອນທີ່ມີການ ໂຈມຕີສະຫຼະຊີ ທີ່ເມືອງ Khar ໃນເຂດຊົນເຜົ່າ Bajaur (4 ພຶດສະພາ 2012)
ເຈົ້າໜ້າທີ່ຮັກສາຄວາມສະຫງົບປາກິສຖານ ກວດກາເບິ່ງບ່ອນທີ່ມີການ ໂຈມຕີສະຫຼະຊີ ທີ່ເມືອງ Khar ໃນເຂດຊົນເຜົ່າ Bajaur (4 ພຶດສະພາ 2012)

ເຈົ້າໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສະຫຼະຊີບ​ໃນ​ເຂດ​ຊົນ​ເຜົ່າ​ທາງ​ພາກຕາ​ເວັນ​ຕົກ
​ສຽງ​ເໜືອ​ທີ່​ວຸ້ນວາຍ​ຂອງ​ປາ​ກິ​ສຖານ​ ໃນ​ບໍລິ​ເວນ​ຊາຍ​ແດນ​ຕິດ​ກັບ​ອັຟກາ​ນິສຖານ​ນັ້ນ​ເຮັດ​
ໃຫ້​ມີ​ຜູ້​ເສຍ​ຊີວິດ 20 ຄົນ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຢ່າງ​ນ້ອຍ 40 ຄົນ. ຕຳຫຼວດ 5 ຄົນ​ແມ່ນ
​ຮວມຢູ່​ໃນ​ຈຳນວນ​ພວກ​ທີ່​ເສຍ​ຊີວິດ.

​ເຈົ້າໜ້າ​ທີ່​ເວົ້າວ່າ ຜູ້​ໂຈມ​ຕີ​ໄດ້​ບີບ​ຄະ​ນວນ​ລະ​ເບີດ​ໃຫ້​ແຕກ​ຂຶ້ນ​ໃນ​ວັນ​ສຸກ​ມື້ນີ້ຂະນະ​ທີ່​ຜູ້ກ່ຽວ ​
ພວມຍ່າງໄປ​ຫາດ່ານ​ກວດ​ແຫ່ງ​ນຶ່ງ​ຂອງ​ຕຳຫຼວດ ໃກ້ໆ​ຕະຫຼາດໃນ​ເມືອງ Khar ຊຶ່ງ​ເປັນ​ຫົວ​
ເມືອງ​ສຳຄັນ​ໃນ​ເຂດ​ຊົນ​ເຜົ່າ Bajaur.

ກຸ່ມ​ຕາ​ລີ​ບານ​ໃນ​ປາ​ກິ​ສຖານ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີຄັ້ງນີ້. ​ໂຄສົກ​ຄົນ
​ນຶ່ງ​ຂອງ​ກຸ່ມ​ຕາ​ລີ​ບານ​ກ່າວ​ວ່າ ການ​ໂຈ​ມຕີ​ດັ່ງກ່າວ​ແມ່ນ​ເພື່ອ​ແກ້​ແຄ້ນ ໃຫ້​ແກ່​ການ​ສັງຫານ
​ສະມາ​ຊິກ​ຂອງ​ຕົນ.

ກຸ່ມ​ຕາລີບານ​ໃນ​ປາ​ກິ​ສຖານ ໄດ້​ທຳ​ການ​ໂຈມ​ຕີສະຫຼະຊີບ​ທີ່​ເຮັດ​ໃຫ້​ພົນລະ​ເຮືອນ​ເສຍ​ຊີວິດຢູ່​
ເລື້ອຍໆ​ແລະ​ການ​ຍິງ​ໂຈມ​ຕີ​ຕໍ່​ກຳລັງ​ຮັກສາ​ຄວາມ​ສະຫງົບ​ໃນ​ຄວາມພະຍາຍາມ​ເພື່ອ​ໂຄ່ນ​ລົ້ມ
ລັດຖະບານ.

ປາ​ກິ​ສຖານ​ບໍ່​ສາມາດ​ທີ່​ຈະ​ຍຸຕິ​ການ​ໂຈມ​ຕີ​ຂອງ​ພວກ​ຕາ​ລີ​ບານ​ໄດ້.

XS
SM
MD
LG