ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຕາລີບານໃນປາກິສຖານ ສັງຫານ ທະຫານພິເສດ 15 ຄົນ


ພວກທະຫານປາກິສຖານທີ່ປະຕິບັດງານຢູ່ໃນເຂດ Pastwana Parami ທີ່ເປັນເຂດຢູ່ອາໃສ
ຂອງຊົນເຜົ່າອາໃສຢູ່ເຂດນຶ່ງ
ພວກທະຫານປາກິສຖານທີ່ປະຕິບັດງານຢູ່ໃນເຂດ Pastwana Parami ທີ່ເປັນເຂດຢູ່ອາໃສ ຂອງຊົນເຜົ່າອາໃສຢູ່ເຂດນຶ່ງ

ພວກຕາລີບານ​ໃນປາກິສຖານກ່າວໃນວັນພະຫັດມື້ນີ້ວ່າ ພວກຕົນໄດ້ສັງຫານທະຫານ
ພິເສດ 15 ຄົນ ທີ່ໄດ້ຖືກລັກພາຕົວໄປໃນທ້າຍເດືອນແລ້ວນີ້ ​ໃນ​ເຂດຊາຍແດນທີ່ວຸ້ນວາຍ
ຕິດກັບອັຟການິສຖານນັ້ນ.

ໂຄສົກຂອງພວກຕາລີບານຄົນນຶ່ງ ບອກພວກນັກຂ່າວວ່າ ພວກທະຫານປາກິສຖານ
ເຫລົ່າ​ນັ້ນຖືກຍິງຕາຍ ແລະສົບຂອງເຂົາເຈົ້າຖືກໂຍນຖິ້ມຢູ່ໃນເຂດຊາຍແດນ Waziristan
ເໜືອ ຂອງພວກຊົນເຜົ່ານັ້ນ. ພວກເຈົ້າໜ້າທີ່ທ້ອງຖິ່ນເວົ້າວ່າ ພວກເຂົາເຈົ້າໄດ້ກູ້ເອົາສົບ
ຂອງພວກທະຫານດັ່ງກ່າວມາ​ແລ້ວ ຊຶ່ງມີຮ່ອງຮອຍສະແດງໃຫ້ເຫັນວ່າ ຖືກທໍລະມານແລະ ຖືກ​ຍິງ.

ພວກທະຫານດັ່ງກ່າວນັ້ນ ໄດ້ຖືກລັກພາຕົວໄປໃນວັນທີ 22 ທັນວາ ໃນຂະນະທີ່ພວກຫົວ ຮຸນແຮງຫລາຍສິບຄົນໄດ້ບຸກເຂົ້າໄປໃນຄ້າຍທະຫານພິເສດ ຢູ່ໃນເມືອງ Tank ຢູ່ໃນແຂວງ
Khyber-Pakhtunkhwa ຢູ່ທາງພາກຕາເວັນຕົກສຽງເໜືອຂອງປະເທດ.

ພວກເຂົາເຈົ້າເປັນສະມາຊິກຂອງກອງຕໍາຫລວດແນວໜ້າຂອງປາກິສຖານ ຊຶ່ງເປັນກໍາລັງ
ທະຫານພິເສດ ທີ່ປະຕິບັດງານຢູ່ໃນເຂດຊາຍແດນຕິດກັບອັຟການິສຖານ ຊຶ່ງເປັນບ່ອນ ຢູ່ຂອງພວກຫົວຮຸນແຮງຫລາຍກຸ່ມ.

ພວກຕາລິບານກ່າວອີກວ່າ ການໂຈມຕີດັ່ງກ່າວແມ່ນເພື່ອເປັນການແກ້ແຄ້ນຕໍ່ການດໍາ
ເນີນງານຂອງທະຫານປາກິສຖານ ຕ້ານພວກຫົວຮຸນແຮງຢູ່ໃນເຂດຊົນເຜົ່າ ທີ່ມີຂຶ້ນຫວ່າງ
ໝໍ່ໆມານີ້.

XS
SM
MD
LG