ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Clinton ຢ້ຽມຢາມປາກິສຖານ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton ກ່າວຕໍ່ກອງປະຊຸມຖະແຫຼງ ຂ່າວ ຢູ່ສະຖານທູດສະຫະລັດ ໃນນະຄອນຫຼວງອິສລາມາບັດ (27 ພຶດສະພາ 2011)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton ກ່າວຕໍ່ກອງປະຊຸມຖະແຫຼງ ຂ່າວ ຢູ່ສະຖານທູດສະຫະລັດ ໃນນະຄອນຫຼວງອິສລາມາບັດ (27 ພຶດສະພາ 2011)

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary
Clinton ກຳລັງຢູ່ທີ່ນະຄອນຫຼວງປາກິສຖານເພື່ອເຈລະຈາ
ຫາລືກັບພວກເຈົ້າໜ້າທີ່ຂັ້ນສູງຂອງປະເທດດັ່ງກ່າວແນໃສ່
ເພື່ອປົວແປງຄວາມສຳພັນທີ່ໄດ້ຊຸດໂຊມລົງ ນັບແຕ່ໜ່ວຍ
ກ້າຕາຍສະຫະລັດໄດ້ສັງຫານນາຍ Osama bin-Laden
ຜູ້ນຳກຸ່ມການຮ້າຍ ອາລກາຍດາໃນປາກິສຖານ.

ທ່ານນາງ Clinton ພວມພົບປະກັບປະທານາທິບໍດີ Azif
Ali Zadari ແລະເຈົ້າໜ້າທີ່ຄົນອື່ນໆ ຮວມທັງຫົວໜ້າສືບ
ລັບຂອງກອງທັບປາກິສຖານໃນລະຫວ່າງການເດີນທາງໄປ
ຢ້ຽມຢາມນະຄອນຫຼວງອິສລາມາບັດ ໂດຍບໍ່ໄດ້ມີການປະ
ກາດໃຫ້ຊາບລ່ວງໜ້າ ໃນວັນສຸກມື້ນີ້. ປະທານເສນາທິການ
ຮ່ວມຂອງກອງທັບສະຫະລັດພົນເຮືອເອກ Mike Mullen
ຮ່ວມຕິດຕາມທ່ານນາງ Clinton ໃນການເຈລະຈາຫາລື ກັບປາກິສຖານ.

ກ່ອນທີ່ທ່ານນາງ Clinton ຈະເດີນທາງໄປຮອດນັ້ນ ເຈົ້າໜ້າທີ່ສະຫະລັດປະກາດວ່າ
ປາກິສຖານໄດ້ຕົກລົງ ທີ່ຈະອະນຸຍາດໃຫ້ເຈົ້າໜ້າທີ່ສືບລັບຊີໄອເອ ເຂົ້າໄປກວດກາເບິ່ງ
ບ້ານພັກທີ່ນາຍ bin-Laden ອາໄສຢູ່ກ່ອນທີ່ຜູ້ກ່ຽວຈະຖືກຂ້າຕາຍນັ້ນ.

ໜ່ວຍກ້າຕາຍຂອງສະຫະລັດໄດ້ທຳການຊອກຄົ້ນຢ່າງວ່ອງໄວເບິ່ງບ້ານພັກທີ່ ເມືອງ
Abbottabad ຫຼັງນີ້ ທັນທີຫຼັງຈາກໄດ້ມີການບຸກເຂົ້າໄປ ທີ່ຍັງຜົນໃຫ້ມີການສັງຫານ
ນາຍ bin-Laden ນັ້ນ ແຕ່ພວກເຈົ້າໜ້າທີ່ສືບລັບສະຫະລັດ ຢາກທຳການກວດຄົ້ນ
ຢ່າງລະອຽດເບິ່ງຕື່ມອີກ.

ທ່ານນາງ Clinton ກ່າວຕໍ່ພວກນັກຂ່າວໃນລະຫວ່າງກອງປະຊຸມທີ່ກຸງປາຣີເມື່ອໄວໆ
ມານີ້ວ່າ ປາກິສຖານບໍ່ໄດ້ທຳການຕັດສິນໃຈຢ່າງເດັດຂາດສະເໝີໄປ ໃນການເຮັດສົງ
ຄາມຕໍ່ຕ້ານພວກກໍ່ການຮ້າຍ ແລະມັນເຖິງເວລາແລ້ວທີ່ອິສລາມາບັດຈະຕ້ອງບັນລຸໃນ
ຄວາມຄາດຫວັງຂອງສະຫະລັດ. ທ່ານນາງບໍ່ໄດ້ແຈ້ງໃຫ້ຊາບວ່າ ຄວາມຄາດຫວັງເຫຼົ່າ
ນັ້ນມີຫຍັງແດ່.

ເຖິງແມ່ນໄດ້ເກີດຄວາມເຄັ່ງຕຶງກັບປາກິສຖານ ເມື່ອໄວໆມານີ້ກໍຈິງ ແຕ່ທ່ານ ນາງ
Clinton ກໍເວົ້າວ່າ ຈຳເປັນຕ້ອງໄດ້ສືບຕໍ່ຮັກສາໄວ້ຊຶ່ງຄວາມສຳພັນຍຸດທະສາດໄລ
ຍະຍາວກັບອິສລາມາບັດ. ນອກນັ້ນ ທ່ານນາງຍັງໄດ້ກ່າວຊົມເຊີຍປາກິສຖານທີ່ໄດ້ ທຳການປາບປາມຢ່າງໜັກຕໍ່ພວກກໍ່ການຮ້າຍເຫຼົ່ານີ້.

XS
SM
MD
LG