ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເອກອັກຄະລັດຖະທູດ ສະຫະລັດ ຈົ່ມກ່ຽວກັບ ບ່ອນຫຼົບລີ້ ຂອງກຸ່ມຮັກການີ ໃນປາກິສຖານ


ເອກອັກຄະລັດຖະທູດສະຫະລັດ ປະຈຳອັຟການິສຖານ ທ່ານ Ryan Crocker
ເອກອັກຄະລັດຖະທູດສະຫະລັດ ປະຈຳອັຟການິສຖານ ທ່ານ Ryan Crocker

ໜັງສືພິມ​ທີ່​ມີ​ຊື່​ສຽງ​ສະບັບ​ນຶ່ງ​ຂອງ​ສະຫະລັດ​ລາຍ​ງານ​ວ່າ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ
ປະຈຳ​ອັຟກາ​ນິສຖານ ​ໄດ້​ສົ່ງ​ໂທລະ​ເລກ​ລັບ​ສຸດ​ຍອດ​ສະບັບ​ນຶ່ງມາ​ຍັງ​ກຸງ​ວໍ​ຊິງ​ຕັນ​ໃນ​ເດືອນ
ແລ້ວນີ້​ເຕືອນ​ວ່າ ການ​ຍັງ​ມີ​ບ່ອນ​ຫຼົບລີ້ຂອງ​ສັດຕູ​ໃນປາ​ກິ​ສຖານເຮັດ​ໃຫ້​ຄວາມ​ສຳ​ເລັດ​ຂອງ​
ຍຸດ​ທະ​ສາດ​ສະຫະລັດ​ໃນ​ອັຟກາ​ນິສຖານ​ຕົກ​ຢູ່​ໃນ​ອັນຕະລາຍ. ລາຍ​ງານ​ຂ່າວ​ແຈ້ງວ່າ ​ໂທ
ລະ​ເລກ​ສະບັບ​ນີ້​ແມ່ນ​ຖືເປັນຄວາມ​ລັບ​ສຸດ​ຍອດ ຈຶ່ງ​ໄດ້​ຖືກສົ່ງ​ຜ່ານຊ່ອງ​ທາງ​ສື່ສານ​ຂອງ​ອົງ
ການ​ຊີ​ໄອ​ເອ ​ແທນ​ທີ່​ຈະ​ແມ່ນ​ຊ່ອງ​ທາງ​ທຳ​ມະ​ດາ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ.

ໜັງສືພິມ Washington Post ຊຶ່ງ​ໄດ້​ອ້າງ​ຄຳເວົ້າຂອງ​ພວກ​ເຈົ້າໜ້າ​ທີ່ໆ​ບໍ່​ໄດ້ລະບຸ​ຊື່ລາຍ
ງານ​ໃນ​ຕອນ​ແລງ ​ຂອງວັນ​ສຸກ​ວານ​ນີ້ວ່າ ທ່ານ Ryan Crocker ​ໄດ້​ສົ່ງ​ໂທລະ​ເລກ​ຊຶ່ງ​ທໍ່​
ກັບ​ເປັນ​ການ​ຍອມຮັບ​ວ່າ ການ​ດຳ​ເນີນ​ຄວາມ​ພະຍາຍາມມາ​ເປັນ​ເວລາ​ຫຼາຍໆປີ​ຂອງ​ສະຫະ
ລັດ ​ເພື່ອ​ບັ່ນ​ທອນ​ກິດຈະກຳ​ຂອງ​ພວກ​ຫົວ​ຮຸນແຮງ​ໃນ​ປາ​ກິ​ສຖານໂດຍ​ຕາໜ່າງຮັກ​ກາ​ນີໄດ້​
ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ. ຕາໜ່າງດັ່ງກ່າວ ​ເປັນ​ພັນທະ​ມິດ​ທີ່​ສຳຄັນ​ຂອງ​ກຸ່ມ​ຕາ​ລີ​ບານ.

ລາຍ​ງານ​ຂ່າວ ​ແຈ້ງ​ໃຫ້​ຊາບ​ຕື່ມ​ວ່າ​ ເຈົ້າໜ້າ​ທີ່​ທ່ານ​ນຶ່ງໄດ້​ເວົ້າ​ເຖິງ​ບ່ອນ​ຫຼົບລີ້ຂອງ​ພວກ​ຫົວ​
ຮຸນ​ແຮງ​ໃນ​ປາ​ກິ​ສຖານ​ວ່າ ​ເປັນ​ໂຕ​ທຳລາຍຍຸດ​ທະ​ສາດ​ການ​ເຮັດສົງຄາມ​ໃນ​ອັຟກາ​ນິສຖານ.

ບ່ອນ​ຫຼົບລີ້ຂອງ​ພວກ​ກະບົດ​ໃນ​ປາ​ກິ​ສຖານ ​ໄດ້​ສ້າງ​ຄວາມ​ອຶດ​ອັດ​ໃຈ ​ໃຫ້​ແກ່ສະຫະລັດ​ມາ​
ເປັນ​ເວລາ​ດົນ​ນານ​ແລ້ວ. ຄວາມ​ສຳພັນ​ລະຫວ່າງປະ​ເທດ​ທັງ​ສອງ​ໄດ້ຊຸດ​ໂຊມ​ລົງ​ຕື່ມ​ອີກ​ນັບ​
ແຕ່​ສະຫະລັດໄດ້​ບຸກ​ເຂົ້າ​ໄປ​ສັງຫານນາຍ​ໂອຊາ​ມາ​ບິນ​ລາເດັນຜູ້ນຳ​ຂອງ​ກຸ່ມ​ກໍ່​ການຮ້າຍອາລ
ກາຍ​ດາ​ໃນ​ປີ​ກາຍ​ນີ້ທີ່​ເມືອງ​ຊຶ່ງ​ເປັນ​ບ່ອນ​ຕັ້ງຂອງ​ຄ້າຍ​ທະຫານ​ແຫ່ງ​ນຶ່ງ​ໃນ​ປາ​ກິ​ສຖານ.

ໜັງສືພິມ​ Washington Post ກ່າວ​ວ່າ ​ເນື້ອ​ໄນ​ຂອງ​ໂທລະ​ເລກ​ສະບັບ​ນີ້ ອາດຈະ​ກາຍ
ເປັນ​ອາວຸດ​ ໃຫ້​ແກ່​ພວກ​ນາຍ​ທະຫານ​ອະ​ວຸ​ໂສ​ບາງ​ທ່ານ ທີ່​ຢາກ​ໃຫ້​ສະຫະລັດເອົາມາດ​ຕະ
ການ​ທີ່​ແຂງ​ຂັນກວ່າ​ເກົ່າ​ກ່ຽວ​ກັບບ່ອນ​ຫຼົບລີ້ຂອງ​ຕາໜ່າງຮັກ​ກາ​ນີ​ໃນ​ປາ​ກິ​ສຖານ​ນັ້ນ.

XS
SM
MD
LG