ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກຫົວຮຸນແຮງ 10 ຄົນ ເສຍຊີວິດ ຍ້ອນເຮືອບິນໂດຣນ ທີ່ປາກິສຖານ


ແຜນທີ່ປາກິສຖານ.
ແຜນທີ່ປາກິສຖານ.
















ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ປາ​ກິ​ສຖານ​ກ່າວ​ວ່າ ການໂຈມ​ຕີ​ຂອງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ລໍາ​ນຶ່ງ​ຂອງ​ສະຫະລັດ​ ໄດ້​ສັງຫານພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ຢ່າງ​ໜ້ອຍ 10 ຄົນ​ ໃນ​ເຂດ​ຊົນ​ເຜົ່າ​ແຫ່ງນຶ່ງ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ.

ທາງ​ການ​ປາ​ກິ​ສຖານ​ກ່າວ​ວ່າ ​ເຮືອບິນໂດຣນໄດ້ຍິງ​ລູກ​ສອນ​ໄຟ 4 ລູກ​ໃສ່ໝູ່​ບ້ານ​ແຫ່ງ​ນຶ່ງ​
ໃນ​ວັນ​ອາທິດ​ມື້​ນີ້​ ໃນ​ເຂດ Waziristan ​ໃຕ້ ​ໃກ້​ກັບ​ຊາຍ​ແດນ​ອັຟກາ​ນິສຖານ. ບັນດາ​ເຈົ້າ​
ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີດັ່ງກ່າວ ​ໄດ້​ແນ​ເປົ້າໝາຍ​ໃສ່​ບ້ານ​ເຮືອນ​ຂອງ​ຜູ້​ບັນຊາ​ການ​ຫົວ​
ຮຸນແຮງ​ຄົນ​ນຶ່ງ.

​ໃນ​ວັນ​ເສົາ​ວານ​ນີ້ ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ລໍາ​ນຶ່ງ​ກໍ​ໄດ້​ທໍາ​ການ​ໂຈມ​ຕີ​ໃນຂົງ​ເຂດ​ດຽວກັນ ຊຶ່ງ​ໄດ້​ສັງຫານ​ພວກ​ກະບົດ​ຢ່າງ​ໜ້ອຍ 2 ຄົນ.

ການ​ໂຈມ​ຕີ​ຂອງ​ພວກ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ໄດ້​ກາຍ​ມາ​ເປັນ​ເລື້ອງທີ່​ຂັດ​ແຍ້​ງກັນຫລາຍຂຶ້ນ
ເລື້ອຍໆ​ລະຫວ່າງ​ກຸງ​ວໍ​ຊິງ​ຕັນ​ແລະ​ກຸງ​ອິສລາມາ​ບັດ ຫຼັງ​ຈາກ​ການ​ໂຈມ​ຕີ​ບັ້ນ​ນຶ່ງ​ໃນ​ເດືອນ​
ພະຈິກ​ປີ​ແລ້ວ​ນີ້ ໄດ້ສັງຫານ​ທະຫານ​ປາ​ກິ​ສຖານ 24 ຄົນ.

ປາ​ກິ​ສຖານ​ຮຽກຮ້ອງ​ໃຫ້​ສະຫະລັດ​ຂໍ​ຂະ​ມາ​ໂທດ​ສໍາລັບ​ການ​ໂຈມ​ຕີໃນ​ເດືອນ​ພະຈິກ​ນັ້ນ ​ແຕ່​ທາງ​ກຸງ​ວໍ​ຊິງ​ຕັນໄດ້​ປະຕິ​ເສດ.

ປາ​ກິ​ສຖານ​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟສົ່ງ​ຜົນ​ສະທ້ອນ​ໃນ ທາງ​ກົງກັນຂ້າມ ພ້ອມ​ທັງ​ເປັນ​ຝ່າຝືນ​ອະທິປະ​ໄຕ​ຂອງ​ຕົນສັງຫານ​ພວກ​ພົນລະ​ເຮືອນ ​ແລະ​ເປັນ​ເຊື້ອໄຟເຮັດ​ໃຫ້​ຄວາມ​ຮູ້ສຶກ​ຕໍ່ຕ້ານ​ສະຫະລັດ​ ທະວີ​ຮຸນ​ແຮງຂຶ້ນ.

XS
SM
MD
LG