ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລົດໄຟຕຳກັນ ຢູ່ປາກິສຖານ ເຮັດໃຫ້ຢ່າງນ້ອຍ 21 ຄົນ ເສຍຊີວິດ


ພວກພະນັກງານກູ້ໄພ ໃຊ້ລົດກົນຈັກໜັກ ຕໍ່ຂະບວນລົດໄຟທີ່ຕຳກັນ ຢູ່ນອກເມືອງທ່າ Karachi ຂອງປາກິສຖານ, ວັນທີ 3 ພະຈິກ 2016.
ພວກພະນັກງານກູ້ໄພ ໃຊ້ລົດກົນຈັກໜັກ ຕໍ່ຂະບວນລົດໄຟທີ່ຕຳກັນ ຢູ່ນອກເມືອງທ່າ Karachi ຂອງປາກິສຖານ, ວັນທີ 3 ພະຈິກ 2016.

ລົດໄຟສອງຂະບວນ ໄດ້ຕຳກັນ ເມື່ອຕອນເຊົ້າວັນພະຫັດມື້ນີ້ ໃນເມືອງທ່າ Karachi ຂອງປາກິສຖານ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງນ້ອຍ 21 ຄົນ.

ເຈົ້າໜ້າທີ່ຢູ່ທີ່ໂຮງໝໍ Jinnah ​ໃນເມືອງ Karachi ໄດ້ກ່າວວ່າ ມີຜູ້ທີ່ໄດ້ຮັບບາດເຈັບ ຫຼາຍເຖິງ 50 ຄົນຕື່ມອີກ ໃນອຸບັດຕິເຫດລົດໄຟຕຳກັນ ທີ່ໄດ້ຖືກນຳມາຮັກສາຢູ່ທີ່ໂຮງໝໍ.

ພະນັກງານຢູ່ທີ່ໂຮງງານແຫ່ງໜຶ່ງ ໄດ້ບອກຕໍ່ອົງການຂ່າວ AFP ວ່າ ຂະບວນລົດໄຟ ທີ່ແລ່ນມຸ້ງໜ້າເຂົ້າມາສະຖານີ ໄດ້ຕຳກັບຂະບວນລົດ ໄຟທີ່ຈອດຢູ່ສະຖານີ.

ທ້າວ Ajab Gul ໄດ້ເວົ້າວ່າ “ໃນທັນທີທັນໃດ ລົດໄຟອີກຂະບວນໜຶ່ງ ໄດ້ແລ່ນເຂົ້າມາ ດ້ວຍຄວາມໄວສູງ ແລະ ໄດ້ຕຳຢ່າງແຮງໃສ່ຂະບວນລົດໄຟທີ່ໄດ້ຈອດຢູ່ນັ້ນ. ມີຂີ້ຝຸ່ນ ແລະ ຄວັນກຸ້ມ​ຂຶ້ນ. ຫຼັງຈາກນັ້ນພວກ ເຮົາໄດ້ຍິນສຽງຮ້ອງດັງຂຶ້ນ. ພວກຄົນຢູ່ໃນ ຂະບວນລົດໄຟ ທີ່ຕຳກັນນັ້ນ ໄດ້ຮ້ອງອອກມາ ແລະ ກໍ​ພາກັນໄຫ້.”

ລາຍ​ງານຂ່າວ ໄດ້ສະແດງໃຫ້ເຫັນ ພວກພະນັກກູ້ໄພ ຕັດຊາກຫັກພັງອອກ ໃນຂະນະທີ່ ພວກເຂົາເຈົ້າພະຍາຍາມເຂົ້າໄປຫາພວກຜູ້ໂດຍສານ ທີ່ຕົກຄ້າງຄາ ຢູ່ໃນຕູ້ລົດໄຟ.

ພວກຜູ້ໂດຍສານທີ່ໄດ້ຮັບບາດເຈັບ ຢູ່ໃນຕຽງຂອງໂຮງໝໍ ໄດ້ບັນລະຍາຍວ່າ ພວກເຂົາ ເບິ່ງດ້ວຍຄວາມຢ້ານ​ກົວ ຂະນະທີ່ລົດໄຟ Zakaria Express ທີ່ມາຈາກເມືອງ Multan ໄດ້ແລ່ນ​ເຂົ້າຕຳ ກັບລົດໄຟອີກຂະບວນໜຶ່ງ ທີ່ເຕັມໄປດ້ວຍຜູ້ໂດຍສານ ຊຶ່ງໄດ້ຈອດຢູ່ທີ່ ສະຖານີຢູ່ແລ້ວນັ້ນ.

ບັນດາເຈົ້າໜ້າທີ່ກ່າວວ່າ ການສືບສວນສອບສວນ ອຸບັດຕິເຫດດັ່ງກ່າວ ໃນເບື້ອງຕົ້ນ ໄດ້ສະເໜີແນະວ່າ ພະນັກງານລົດໄຟ ໄດ້ໃຫ້ສັນຍານໄຟຂຽວ ແກ່ລົດໄຟ ດ້ວຍຄວາມ ຜິດພາດ.

ໃນການກ່າວຖະແຫລງໃນນະຄອນຫຼວງ Islamabad ລັດຖະມົນຕີ ລົດໄຟ ແຫ່ງຊາດ ທ່ານ Khawaja Saad Rafique ໄດ້ກ່າວວ່າ ພວກຄົນຂັບ ໄດ້ເຫັນສັນຍານໄຟເຫຼືອງ ກ່ອນ ຕິດຕາມດ້ວຍສັນຍານໄຟແດງ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Pakistan Train Crash
please wait
Embed

No media source currently available

0:00 0:01:05 0:00

XS
SM
MD
LG