ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳກຸ່ມຕາລີບັນໃນປາກີສະຖານຍັງມີຊີວິດຢູ່


ຮູບ​ວີ​ດີ​ໂອ​ໃໝ່​ຈາກ​ກຸ່ມ​ຕາ​ລີ​ບັນໃນປາ​ກີ​ສຖານສະ​ແດງ​ໃຫ້​ເຫັນ​ວ່າຜູ້ນຳ​ຂອງ​ກຸ່ມ​ຍັງ​ມີ​ຊີວິດ​ຢູ່ຊຶ່ງ​ເປັນ​ການ​ໂຕ້​ແຍ້​ງຄຳ​ກ່າວ​ອ້າງ​ທ່ີ​ວ່າ​ຜູ້ກ່ຽວເສຍ​ຊີວິດ​ໄປ​ແລ້ວໃນ​ການ​ໂຈມ​ຕີ​ດ້ວ​ຍ​ລູກ​ສອນ​ໄຟ​ຂອງ​ສະຫະລັດໃນ​ຕົ້ນ​ປີ​ນີ້. ໄດ້​ມີ​ການ​ນຳ​ເອົາ​ວີ​ດີ​ໂອ​ກ່ຽວ​ກັບ​ນາຍHakimulla Mehsud ອອກ​ເຜີຍ​ແຜ່ໃນ​ເວລາບໍ່​ດົນ​ຫລັງ​ຈາກ​ກຸ່ມ​ຕາ​ລີ​ບັນ​ກ່າວ​ວ່າພວກ​ຕົນ​ເປັນ​ຜູ້​ຮັບຜິດຊອບໃນ​ຄວາມ​ພະຍາຍາມ​ວາງ​ລະ​ເບີດລົດ​ໂຈມ​ຕີ ​ທີ່ຈະ​ຕຸລັດTimes Square ໃນ​ວັນ​ເສົາ​ຜ່ານ​ມາ​ນີ້.

ນາຍ Mehsud ກ່າວ​ຢູ່​ໃນ​ຟິມວີ​ດີ​ໂອ​ວ່າ ມື້​ທີ່ຕົນເວົ້າ​ຢູ່​ນີ້ ​ແມ່ນວັນ​ທີ 4 ​ເມສາ​ ປີ​ນີ້. ຜູ້ກ່ຽວ​ບໍ່​ໄດ້​ບົ່ງ​ຊື່ ນະຄອນ​ນີວຢອກ ອອກ​ມາ​ຢ່າງ​ເຈາະ​ຈົງ​ແຕ່ໄດ້ໃຫ້ ຄຳ​ໝັ້ນ​ສັນຍາ​ວ່າຈະ​ມີ​ການ​ໂຈມ​ຕີ​ອີກໃນ​ຫົວ​ເມືອງ​ໃຫຍ່ໆ​ຂອງ​ອາ​ເມຣິກາໃນ​ເວລາ​ໄວໆ​ນີ້. Intel Center ຊຶ່ງ​ເປັນ​ກຸ່ມ​ນຶ່ງ​ທ່ີ​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ ສະຫະລັດ​ທ່ີ​ຕິດ ຕາມ​ເບິ່ງ websites ຂອງ​ພວກ​ອີສລາມ ກ່າວ​ວ່າ ຮູບ​ວີ​ດີ​ໂອທ່ີ​ວ່າ​ນີ້ເປັນ​ທີ່ີ​ໜ້າ​ເຊື່ອ​ຖື​ໄດ້.

XS
SM
MD
LG