ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສມຊ ສະພາ ຊຸດໃໝ່ ປາກິສຖານ ສາບານໂຕ ເຂົ້າຮັບໜ້າທີ່ (ວີດິໂອ)


ແຜນທີ່ປາກິສຖານ
ແຜນທີ່ປາກິສຖານ
ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ ທີ່​ຖືກ​ເລືອກ​ໃໝ່ຂອງປາ​ກິ​ສ
ຖານ ​ໄດ້​ສາບານ​ໂຕ​ເຂົ້າ​ຮັບໜ້າ​ທີ່​ ​ໃນ​ວັນ​ເສົາ​ມື້​ນີ້ ຊຶ່ງ​ເປັນ​ຂີດ​
ໝາຍ​ເທື່ອ​ທຳ​ອິດ ທີ່​ມີ​ການ​ໂອນ​ອຳນາດ ການ​ປົກຄອງ​ແບບ​
ປະຊາທິປະໄຕ ​ໃນປະຫວັດ​ສາດ 66 ປີ​ ຂອງ​ປະ​ເທດ.

​ປະທານສະພາແຫ່ງ​ຊາດ ທ່ານ Fehmida Mirza ແມ່ນ​ເປັນ
​ຜູ້​ກຳກັບ ໃນພິທີສາບານ​ໂຕເຂົ້າຮັບ​ໜ້າ​ທີ່ຂອງບັນດາ​ສະມາ
ຊິກ​ສະພາ ​ຊຶ່ງ​ໄດ້​ມີ​ການອອກ​ອາກາດ​ສົດ ​ທາງ​ໂທລະພາບ ນັ້ນ.

ສະພາ​ຊຸດ​ໃໝ່​ຈະຕ້ອງໄດ້​ຮັບ​ມືກັບການ​ຂາດ​ເຂີນ​ພະລັງງາ​ນ
ຢ່າງ​ໃຫຍ່ຫລວງ ​ເສດຖະກິດ​ທີ່​ຊຸດ​ໂຊ​ມ ​ແລະ​ການ​ກໍ່ກວນ​ຈາກ​ກຸ່ມ​ຫົວ​ຮຸນ​ແຮງທາ​ລິ​ບານ ​ແລະ​ພວກ​ຫົວຮຸນ​ແຮງ​ອື່ນໆ.

ນາຍົກລັດຖະມົນຕີ ທີ່ໄດ້​ຮັບ​ເລືອ​ກ​ໃໝ່ ທ່ານ Nawaz Sharif ຈາກພັກສັນນິບາດ​ມຸສລິ​ມ ປາ​ກິ​ສຖານ ຈະ​ຄວບ​ຄຸມສຽງ​ສ່ວນ​ຫຼາຍ 177 ສຽງ ຢູ່​ໃນສະພາ​ແຫ່ງ​ຊາດ​ທີ່​ມີ​ທັງ​ໝົດ 342 ບ່ອນ​ນັ່ງ​ ຊຶ່ງ​ເປັນ​ຈໍານວນ​ສໍາຄັນ​ ໃນ​ການ​ຊຸກຍູ້ໃຫ້​ມີ​ການ​ຮັບຜ່ານ​ນະ​ໂຍບາຍ​ຂອງ​ທ່ານ. ​
Pakistan Pol
please wait
Embed

No media source currently available

0:00 0:00:25 0:00
XS
SM
MD
LG