ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນຢ່າງໜ້ອຍ 20 ຄົນຖືກຂ້າຕາຍໃນ ປາກິສຖານ


ແຜນທີ່ແຂວງ Punjab, ແຂວງ Sindh, ແຂວງ Khyber-Pakhtunkhwa ແລະ ແຂວງ Balochistan, ປະເທດ ປາກິສຖານ.
ແຜນທີ່ແຂວງ Punjab, ແຂວງ Sindh, ແຂວງ Khyber-Pakhtunkhwa ແລະ ແຂວງ Balochistan, ປະເທດ ປາກິສຖານ.

ຕຳຫຼວດໃນປະເທດ ປາກິສຖານ ກ່າວວ່າ ຜູ້ຖືກຄວບຄຸມຕົວຢູ່ສານເຈົ້າແຫ່ງໜຶ່ງໃນແຂວງ
Punjab ທີ່ຕັ້ງຢູ່ພາກຕາເວັນອອກຂອງປະເທດ ແມ່ນມີຄວາມຮັບຜິດຊອບສຳລັບການ
ທໍລະມານ ແລະ ຂ້າປະຊາຊົນຢ່າງໜ້ອຍ 20 ຄົນໃນຂ້າມຄືນດຽວ.

ບັນດາເຈົ້າໜ້າທີ່ກ່າວວ່າ ທ້າວ Abdul Waheed ແລະ ຜູ້ສົມຮູ້ຮ່ວມຄິດຫຼາຍຄົນໄດ້ວາງ
ຢາປະຊາຊົນຢູ່ສານເຈົ້າ, ແລ້ວກໍໄດ້ໂຈມຕີພວກເຂົາເຈົ້າດ້ວຍໄມ້ຄ້ອນ ແລະ ມີດ.

ບັນເຈົ້າໜ້າທີ່ກ່າວວ່າ ພວກເຂົາເຈົ້າເຊື່ອວ່າທ້າວ Waheed ຜູ້ທີ່ໄດ້ເປັນພະນັກງານຂອງ
ຄະນະກຳມະທິການການເລືອກຕັ້ງເມືອງ Sargoda ມີຈິດໃຈທີ່ບໍ່ປົກກະຕິ. ລາວ ແລະ ຄົນອື່ນໆຫຼາຍຄົນໄດ້ຖືກຄວບຄຸມຕົວໄວ້.

ຜູ້ເຄາະຮ້າຍສ່ວນໃຫຍ່ແມ່ນຜູ້ຊາຍ, ແຕ່ຢ່າງໜ້ອຍ 3 ຄົນແມ່ນແມ່ຍິງ. ແລະ ຜູ້ເຄາະຮ້າຍ
ຄົນອື່ນໆແມ່ນໄດ້ຮັບບາດເຈັບສາຫັດ.

ປະຊາຊົນສອງສາມຄົນສາມາດຫຼົບໜີອອກມາຈາກການຂ້າຄົນຈຳນວນຫຼາຍນັ້ນໄປໄດ້ ແລະ ແຈ້ງໃຫ້ບັນດາເຈົ້າໜ້າທີ່ຮູ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG