ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ 7 ຄົນ ​ໃນ​ປາ​ກີ​ສຖານ ຖືກສັງຫານ


ລົດ​ບັນທຸກ​ສໍາພາລະທາງທະຫານຂອງ​ກຸ່ມ NATO
ລົດ​ບັນທຸກ​ສໍາພາລະທາງທະຫານຂອງ​ກຸ່ມ NATO

​ທາງ​ການປາ​ກີ​ສຖານ ກ່າວ​ວ່າ ມື​ປືນ​ກຸ່ມ​ນຶ່ງໄດ້​ສັງຫານເຈົ້າ​ໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ
7 ຄົນ ຢູ່​ທີ່​ຄ້າຍພັກ​ເຊົາ​ຊົ່ວຄາວຂອງທະຫານບົກ​ ໃນ​ແຂວງ Punjab ​ທີ່​ໂດຍ​ທົ່ວ​ໄປ​ແລ້ວ
​ຂ້ອນ​ຂ້າງ​ສະ​ງົບ​ງຽບນັ້ນ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ​ປືນ​ທີ່​ບໍ່​ຊາບ​ຈໍາ​ນວນ ​ໄດ້ສັງຫານທະຫານ 6 ຄົນ ​ແລະຕໍາ​ຫຼວດ
ຜູ້​ນຶ່ງ ​ໃນ​ເຊົ້າ​ວັນ​ຈັນ​ມື້​ນີ້ ​ແລະ​ຕໍາ​ຫຼວດອີກ 3 ຄົນ​ໄດ້​ຮັບ​ບາດ​ເຈັບ.

ການ​ໂຈມ​ຕີ​ດັ່ງກ່າວ​ແມ່ນ​ມີ​ຂຶ້ນ ​ໃນ​ຂະນະ​ທີ່ພວກ​ປະ​ທ້ວງ​ຈໍານວນ​ຫຼາຍ​ພັນ​ຄົນກໍາລັງ
ເດີນ​ຂະ​ບວນຜ່ານ​ເຂດ​ນັ້ນ ໄປ​ຍັງ​ນະຄອນຫຼວງ Islamabad ​ເພື່ອ​ປະ​ທ້ວງ​ຕໍ່ການ​ເປີດ
​ຄືນໃໝ່ ​ເສັ້ນ​ທາງ​ລໍາ​ລຽງສໍາພາລະ​ຂອງ​ NATO ​ເຂົ້າ​ໄປ​ຍັງ Afghanistan ນັ້ນ.

ຄ້າຍທີ່​ຖືກ​ໂຈມ​ຕີ​ ​ແມ່ນ​ໄດ້​ຕັ້ງ​ຂຶ້ນ ​ເພື່ອ​ຊອກຄົ້ນ​ຫາ​ນັກ​ບິນ​ທີ່​ຫາຍ​ສາບ​ສູນຄົນ​ນຶ່ງ​ແລະ
​ຊາກ​ຫັກ​ພັງ​ຂອງ​ເຮືອບິນ​ເຮ​ລິ​ຄອບ​ເຕີລໍາ​ນຶ່ງ ທີ່​ໄດ້​ຕົກລົງ​ໃນ​ເຂດນັ້ນ​ເມື່ອ​ໄວໆມາ​ນີ້.


XS
SM
MD
LG