ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ສະພາ​ປາ​ກິ​ສຖານ ​​ເປີດ​ກອງ​ປະຊຸມ​ ສຸກ​ເສີນ (ວີດີໂອ)


ທະຫານປາກິສຖານ ຢືນຍາມຢູ່ໃນອາຄານສະພາ ໃນລະຫວ່າງ ກອງປະຊຸມສຸກເສີນ ທີ່ນະຄອນຫລວງ Islamabad ຂອງ Pakistan ວັນອັງຄານ ທີ 2 ຕຸລາ 2014.
ທະຫານປາກິສຖານ ຢືນຍາມຢູ່ໃນອາຄານສະພາ ໃນລະຫວ່າງ ກອງປະຊຸມສຸກເສີນ ທີ່ນະຄອນຫລວງ Islamabad ຂອງ Pakistan ວັນອັງຄານ ທີ 2 ຕຸລາ 2014.

ສະພາ​ປາ​ກິ​ສຖານ ​ໄດ້​ເປີດ​ກອງ​ປະຊຸມ​ສຸກ​ເສີນ ​ເພື່ອ​ທີ່​ຈະ
​ເຕົ້າ​ໂຮມ ການ​ສະໜັບສະໜຸນ​ທາງ​ການ​ເມືອງ ຕໍ່ນາຍົກ
ລັດຖະມົນຕີ ທ່ານ Nawaz Sharif ຜູ້​ທີ່​ປະຕິ​ເສດທີ່​ຈະລາ
​ອອກຈາກ​ຕຳ​ແໜ່​ງ ​ເຖິງ​ແມ່ນ​ວ່າ​ໄດ້​ມີ​ການ​ປະ​ທ້ວງ​ຈາກ​ກຸ່ມ
ຝ່າຍຄ້ານເປັນ​ເວລາ 2 ອາ​ທິດ​ແລ້ວກໍຕາມ.

​ໃນຄຳ​ຖະ​ແຫລ​ງ​ເປີດ​ກອງ​ປະຊຸມນັ້ນ ລັດຖະມົນຕີ​ກະຊວງ
​ພາຍ​ໃນ ທ່ານ Chaudhry Nisar Ali Khan ​ໄດ້​ເອີ້ນພວກ
​ປະ​ທ້ວງ​ວ່າ​ເປັນ​ “ການ​ກະບົດ ຕໍ່ຕ້ານ​ປາ​ກິ​ສຖາ​ນ” ທີ່
ນຳພາ​ໂດຍ “ພວກ​ນັກ​ປະຕິວັດ​ທີ່​ຈອມ​ປອມ” ​ ແລະ
“ພວກ​ກໍ່​ການ​ຮ້າຍ.”

​ເປັນ​ເວລາຫຼາຍກວ່າ 2 ອາທິດ​ແລ້ວ ພວກ​ປະ​ທ້ວງຫຼາຍພັນ​ຄົນ ນຳ​ໂດຍ ນັກກິລາ cricket
ທີ່ໄດ້ກາຍມາເປັນ​ນັກ​ການ​ເມືອງ ທ່ານ Imran Khan ​ແລະ ນັກ​ສອນ​ສາສະໜາ​ທີ່ໄດ້ຮັບ
ຄວາມສະໜັບສະໜຸນຈາກ ມະຫາຊົນ ທ່ານ Tahir-ul-Qadri ​ໄດ້​ຕັ້ງຄ້າຍ​ຢູ່ໃນເຂດນຶ່ງ
ຂອງ ນະຄອນຫລວງ Islamabad.

ພວກ​ເຂົາ ຮຽກຮ້ອງ​ຕ້ອງການ​ນາຍົກລັດຖະມົນຕີ ຜູ້​ທີ່​ໄດ້​ເຂົ້າກຳ​ອຳນາດ ​ໃນ​ປີ​ແລ້ວ​ນີ້
ໃຫ້​ລາ​ອອກ ຍ້ອນ​ມີການກ່າວຫາ​ວ່າ ​ສໍ້​ໂກງ​ຄະແນນ ໃນການ​ເລືອກ​ຕັ້ງ ​ແລະ ການ​ສໍ້​
ລາດ​ບັງ​ຫລວງ​ຢ່າງ​ກວ້າງຂວາງ.

ພວກ​ປະ​ທ້ວງ​ໂດຍ​ທົ່ວ​ໄປ​ແລ້ວ ​ແມ່ນ​ດຳເນີນໄປດ້ວຍຄວາມສະຫງົບ ຈົນ​ເຖິງ​ທ້າຍອາທິດ
ແລ້ວ​ນີ້ ​ເວລາການປະ​ທະ​ກັນລະ​ເບີດ​ຂຶ້ນລະຫວ່າງ ​ພວກ​ປະ​ທ້ວງ ກັບ​ກຳລັງ​ຮັກສາຄວາມ​ ປອດ​ໄພ ທີ່​ເຮັດ​ໃຫ້ ມີ 3 ຄົນ​ເສຍ​ຊີວິດ ​ແລະ ຫຼາຍຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.

​ໃນ​ວັນ​ຈັນ​ວາ​ນນີ້ ​ໄດ້ເກີດ​ການສູ້​ລົບ​ກັນ​ຕື່ມອີກ​ ລະຫວ່າງ​ພວກ​ປະ​ທ້ວງ ​ແລະ​ຕຳຫລວດ.
ພວກ​ປະ​ທ້ວງໄດ້ເຂົ້າ​ຢຶດ​ເອົາ​ສະຖານີ​ໂທລະພາບ ຂອງ​ລັດຖະບານຍເປັນເວລາສັ້ນໆ
ທີ່​ໄດ້​ບັງຄັບ​ໃຫ້​ຊ່ອງດັ່ງກ່າວຢຸດ​ການ​ອອກ​ອາກາດໄປຊົ່ວຂະນະນຶ່ງນັ້ນ.

PAKISTAN POLITICS VO
please wait
Embed

No media source currently available

0:00 0:01:36 0:00

XS
SM
MD
LG