ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ ປາກິສຖານ ເລືອກທ່ານ Ashraf ເປັນນາຍົກ ຄົນໃໝ່


Выжившие в тайфуне вешают на шею самодельные плакаты перед пасадкой в военный самолет С-130, чтобы покинуть зону бедствия.
Выжившие в тайфуне вешают на шею самодельные плакаты перед пасадкой в военный самолет С-130, чтобы покинуть зону бедствия.

ສະມາຊິກ​ສະພາ​ແຫ່ງ​ຊາດ​ປາ​ກິ​ສຖານ​ໄດ້​ເລືອກ​ເອົາ​ນາຍົກລັດຖະມົນຕີຄົນ​ໃໝ່ ​ເພື່ອ​ເຂົ້າຮັບ
​ຕຳ​ແໜ່​ງແທນ​ທ່ານ Yousuf Raza Gilani ທີ່​ຖືກ​ຂັບ​ໄລ່​ອອກຈາກ​ໜ້າ​ທີ່ ​ໃນ​ຄວາມ​ພະຍາ
ຍາມ​ເພື່ອເຮັດ​ໃຫ້​ວິ​ກິດ​ການ​ທາງ​ດ້ານ​ການ​ເມືອງ​ໃນ​ປະ​ເທດ​ດັ່ງກ່າວສິ້ນສຸດ​ລົງ.

ສະພາ​ແຫ່ງ​ຊາດ ​ໄດ້​ລົງ​ຄະ​ແນນ​ສຽງຢ່າງ​ຖ້ວມ​ລົ້ນ​ໃນ​ມື້ວັນ​ສຸກ​ວານ​ນີ້ ​ເຫັນ​ພ້ອມກັບ​ການ
​ແຕ່ງຕັ້ງທ່ານ Raja Pervez Ashraf ອະດີດ​ລັດ​ຖະມົນຕີ​ກະຊວງນໍ້າແລະ​ພະລັງງານ ທີ່​
ໄດ້​ຖືກ​ກ່າວ​ຫາ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ມີ​ການຖິ້ມ​ໂທດ​ໃສ່​ວ່າເປັນ​ຜູ້​ຮັບຜິດຊອບ
​ສ່ວນ​ນຶ່ງກ່ຽວ​ກັບ​ວິກິດ​ການ​ໄຟຟ້າ​ຂອງ​ປະເທດ.

ທ່ານ Ashraf ​ໄດ້​ຮັບ​ຄະ​ແນນ​ສຽງ​ສະໜັບສະໜຸນ 211 ສຽງ ຢູ່​ໃນ​ສະພາ​ແຫ່ງຊາດ​ທີ່​ມີ
ສະມາຊິກ​ທັງ​ໝົດ 342 ທ່ານ. ທ່ານ​ເປັນ​ສະມາຊິກ​ຂອງ​ພັກ​ປະຊາຊົນປາ​ກິ​ສຖານຊຶ່ງ​ເປັນ
​ພັກ​ລັດຖະບານ ທີ່​ກຳ​ສຽງ​ສ່ວນ​ຫຼາຍຢູ່​ໃນ​ສະພາ​ແຫ່ງ​ຊາດ ພ້ອມ​ດ້ວຍ​ພາຄີ ​ທີ່​ຮ່ວມ​ຢູ່​ໃນ​
ລັດຖະບານ​ປະສົມ.

ທ່ານ Sardar Mehtab Abbasi ຈາກ​ພັກ​ຝ່າຍ​ຄ້ານ​ສັນນິບາດ​ມຸສລິ​ມ ​ໄດ້​ຮັບຄະ​ແນນ
​ສະ​ໜັບສະ​ໜຸນ 89 ສຽງ.

​ໃນ​ການ​ຮັບ​ເອົາ​ຕຳ​ແໜ່​ງນັ້ນ ທ່ານ Ashraf ​ໄດ້​ຮຽກຮ້ອງ​ໃຫ້​ພັກ​ຝ່າຍ​ຄ້ານ​ຮ່ວມກັບ​ລັດ
ຖະບານ​ຊ່ອຍ​ແກ້​ໄຂ​ບັນຫາ​ຕ່າງໆ ​ເຊັ່ນ​ວິ​ກິດ​ການ​ດ້ານເສດຖະກິດ​ ແລະດ້ານພະລັງງານ.
ນອກ​ນັ້ນ​ແລ້ວ ທ່ານ​ຍັງ​ຮຽກຮ້ອງ​ໃຫ້​ພວກ​ຫົວ​ຮຸນ​ແຮງວາງ​ອາວຸດ​ເຂົ້າມອບ​ຕົວ.

ໃນ​ການສະ​ແດງ​ຄວາມ​ເຫັນ​ ຕໍ່​ການ​ລົງ​ຄະ​ແນນ​ສຽງ​ດັ່ງກ່າວ​ນີ້ ສະຫະລັດ​ເວົ້າວ່າ ຕົນ​ມີ​
ຄວາມພໍ​ໃຈ​ ທີ່​ບັນຫາ​ຜູ້ນຳ​ຂອງ​ປາ​ກິ​ສຖານໄດ້​ຮັບ​ການ​ແກ້​ໄຂ​ ແລະຫວັງວ່າຈະ​ໄດ້​ຮ່ວມ
​ງານ​ກັບ​ລັດຖະບານ​ຊຸດໃໝ່​ຂອງ​ປາ​ກິ​ສຖານ.

ສານ​ສູງ​ສຸດ​ຂອງ​ປາ​ກິ​ສຖານ​ ໄດ້​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ທາງ​ດ້ານ​ການ​ເມືອງ​ເວລາສານ​ສູງ​
ສຸດ​ໄດ້​ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ຄຳ​ຕັດສິນ​ໃນ​ມື້ວັນ​ອັງຄານ​ຜ່ານ​ມາ​ທີ່​ວ່າ ທ່ານ Gilani
ບໍ່​ມີ​ຄຸນສົມບັດ​ທີ່​ຈະ​ກຳ​ຕຳ​ແໜ່​ງ​ໄດ້​ຕໍ່​ໄປ. ກ່ອນ​ໜ້ານີ້ສານ​ພົບເຫັນວ່າ​ທ່ານ​ມີ​ຄວາມ​ຜິດ ​
ໃນ​ຖານ​ໝິ່ນປະໝາດ ທີ່​ບໍ່​ຍອມ​ປະຕິບັດຕາມ​ຄຳ​ສັ່ງຂອງ​ສານ​ ​ເພື່ອ​ຮ້ອງ​ຂໍ​ໃຫ້​ທາງ​ການ​
Switzerland ສືບສວນ​ກ່ຽວ​ກັບ​ການ​ກ່າວອ້າງ​ ​ໃນ​ຂໍ້​ຫາ​ສໍ້​ລາດ​ບັງ​ຫຼວງຕໍ່​ປະທານາທິ
ບໍດີ Asif Ali Zardari ນັ້ນ.

XS
SM
MD
LG