ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ລະລຶກເຖິງ ວັນຄົບຮອບ 4 ປີ ໃນການລອບສັງຫານ ມື້ລາງທ່ານນາງ Bhutto


ປະທານາທິບໍດີ Asif Ali Zardari, ພໍ່ໜ້າຍຂອງມື້ລາງນາຍົກລັດ
ຖະມົນຕີ Benazir Bhutto, ທີ່ສຸສານຂອງທ່ານນາງໃນວັນລະລຶກ
ຄົບຮອບ 4 ປີ ແຫ່ງການລອບສັງຫານທ່ານນາງ ທີ່ເມືອງ Garhi Khuda Bakhsh.
ວັນທີ 28 ທັນວາ 2011
ປະທານາທິບໍດີ Asif Ali Zardari, ພໍ່ໜ້າຍຂອງມື້ລາງນາຍົກລັດ ຖະມົນຕີ Benazir Bhutto, ທີ່ສຸສານຂອງທ່ານນາງໃນວັນລະລຶກ ຄົບຮອບ 4 ປີ ແຫ່ງການລອບສັງຫານທ່ານນາງ ທີ່ເມືອງ Garhi Khuda Bakhsh. ວັນທີ 28 ທັນວາ 2011

ພັກ​ການ​ເມືອງ​ທີ່​ປົກຄອງ​ປະ​ເທດ​ປາ​ກິ​ສຖານ​ໃນ​ປັດຈຸບັນ ໄດ້​ເຕືອນ​ປະຊາຊົນ​ໃນ​ວັນ​ອັງຄານ
ວານ​ນີ້​ວ່າ ປະຊາທິປະ​ໄຕ​ທີ່​ແຕກ​ຫັກ​ໄດ້​ງ່າຍຂອງ​ປະ​ເທດ​ຕົກ​ຢູ່​ໃນ​ການ​ສ່ຽງ​ໄພ ​ໃນ​ຂະນະ
ທີ່​ປະ​ເທດ​ໃນ​ເອ​ເຊຍ​ໃຕ້ ແຫ່ງ​ນີ້​ລະ​ລຶກ​ເຖິງ​ວັນ​ຂີດ​ໝາຍ​ຄົບຮອບ 4 ປີ​ຂອງ​ການ​ລອບ​ສັງ
ຫານ​ອະດີດນາຍົກລັດຖະມົນຕີ Benazir Bhutto ນັ້ນ.

ພວກ​ໄວ້ອາ​ໄລ​ຫລາຍ​ໝື່ນ​ຄົນຮວມທັງ​ພວກ​ຜູ້​ນໍາ​ປາ​ກິ​ສຖານ ​ໄດ້​ພາກັນ​ໄປ​ເຕົ້າ​ໂຮມ​ກັນ​ຢູ່
ໃນສຸສານ​ທີ່​ເຮັດ​ດ້ວຍ​ຫິນ​ອ່ອນ​ຢູ່​ໃນ​ເມືອງ Gahri Khuda Bakhsh ​ໃນ​ແຂວງ Sindh
ຊຶ່ງ​ເປັນບ່ອນ​ຝັງ​ສົບທ່ານ​ນາງ Bhutto ນັ້ນ.

ທ່ານ​ນາງ Bhutto ​ທີ່ໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີສອງສະ​ໄໝ​ໄດ້​ຖືກ​ລອບ​ສັງ
ຫານ​ພ້ອມ​ກັບອີກ 20 ຄົນໄດ້​ຖືກ​ຍິງ​ຕາຍ​ແລະໂຈມ​ຕີ​ດ້ວຍ​ລະ​ເບີດ​ສະລະ​ຊີບ​ ໃນ​ວັນ​ທີ 27
ທັນວາ ປີ 2007 ​ໃນ​ເມືອງ​ຖານ​ທັບ Rawalpindi ຫລັງ​ຈາກ​ກ່າວ​ຄໍາ​ປາໄສ​ຕໍ່​ທີ່ໂຮມ​ຊຸມ
ນຸມ​ໃນ​ການ​ເລືອກ​ຕັ້ງ. ບໍ່​ມີ​ບຸກຄົນ​ໃດເລີຍທີ່​ຖືກ​ຕັດສິນວ່າ​ມີ​ຄວາມ​ຜິດ​ໃນ​ການ​ລອບ​ສັງຫານ
ທ່ານ​ນາງ.

ໃນ​ການ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ໃນ​ລະຫວ່າງ​ການ​ຊຸມນຸມ​ຊົນ​ໃນ​ວັນ​ອັງຄານ​ວານ​ນີ້ ນາຍົກ
ລັດຖະມົນຕີ Yousuf Raza Gilani ກ່າວ ວ່າການ​ສືບສວນ​ສອບ​ສວນ​ກ່ຽວ​ກັບ​ການ
ລອບສັງຫານ​ທ່ານ​ນາງ Bhutto ​ໄດ້​ເສັດ​ສິ້ນ​ລົງ​ແລ້ວ ​ແລະ​ຄະດີ​ດັ່ງກ່າວ​ໄດ້​ຢູ່​ພາຍ​ໃຕ້
ການ​ຕັດສິນ.ນອກ​ນັ້ນ​ທ່ານ Gilani ຍັງ​ກ່າວ​ເຊ່ນ​ກັນ​ວ່າ ກະຊວງ​ພາຍ​ໃນຂອງ​ປະ​ເທດ
ສາມາດ​ແບ່ງປັນ​ຂໍ້​ມູນບາງ​ຢ່າງ​ກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງ​ທ່ານ​ນາງ​ກັບ​ປະຊາຊົນ​ໄດ້
ໃນໄວໆ​ນີ້. ຫລາຍຄົນ​ທີ່​ເຂົ້າ​ຮ່ວມ​ໃນການ​ໂຮມ​ຊຸມນຸມ​ຮຽກຮ້ອງ​ໃຫ້​ລົງ​ໂທດ​ພວກ​ກະ
ທຳ​ຜິດ.

ສາມີ​ຂອງ​ທ່ານ​ນາງ Bhutto ປະທານາທິບໍດີ Asif Ali Zardari ຊຶ່ງກໍາລັງ​ປະ​ເຊີນ​ກັບ​
ບັນຫາ ກ່າວ​ໃຫ້​ຄວາມ​ໝັ້ນ​ໃຈ​ຕໍ່​ພວກ​ທີ່​ມາ​ຮ່ວມ​ໃນ​ການຊຸມນຸມວ່າ ທ່ານ​ຈະ​ບໍ່​ລາ​ອອກ
ຈາກຕໍາ​ແໜ່​ງ ​ແລະ​ເວົ້າ​ຕື່ມ​ວ່າທ່ານ​ຈະ​ບໍ່​ປະລະ​ໃຫ້​ຜູ້​ໃດ​ທໍ​າລາຍ​ສະຫະພັນ​ການ​ເມືອງ​
ຂອງທ່ານ. ​ໃນຖ້ອຍ​ຖະ​ແຫລ​ງນຶ່ງ​ຕ່າງຫາກ ທ່ານ Gilani ​ຮຽກຮ້ອງ​ໃຫ້​ກໍາລັງ​ປະຊາ
ທິປະ​ໄຕແລະ​ຊາວ​ປາ​ກິ​ສຖານ​ຜູ້​ຮັກ​ຊາດ​ທັບ​ມ້າງ​ແຜນ​ຮ້າຍ​ຕໍ່​ລະບອບ​ປະຊາທິປະ​ໄຕ
ແລະ​ສະ​ຖາບັນ​ປະຊາທິປະ​ໄຕ​ຕ່າງໆ​ນັ້ນ.

XS
SM
MD
LG