ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກ ປາກິສຖານ ຈະໄປຮ່ວມ ພິທີ ເຂົ້າຮັບຕຳແໜ່ງ ຂອງ ນາຍົກ ອິນເດຍ (ວີດີໂອ)


ນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif
ນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif
ເຈົ້າ​ໜ້າ​ທີ່ປາ​ກິ​ສຖານຄົນ​ນຶ່ງ​ກ່າວ​ວ່າ ນາຍົກລັດຖະມົນຕີ
Nawaz Sharif ຈະ​ເດີນທາງໄປຮ່ວມພິທີ​ສາບານໂຕເຂົ້າ
ຮັບ​ຕຳ​ແໜ່​ງ ຂອງນາຍົກລັດຖະມົນຕີອິນ​ເດຍ ທີ່​ຖືກແຕ່​ງ
ຕັ້ງໃໝ່ ທ່ານ Narendra Modi ໃນມື້ວັນຈັນຈະມານີ້.

​ຖະ​ແຫລ​ງການສະບັບນຶ່ງ ຈາກ​ຫ້ອງການທ່ານ Sharif ​ໃນ
​ວັນ​ເສົາມື້​ນີ້​ກ່າວ​ວ່າ ອິນເດຍໄດ້​ເຊີນນາຍົກລັດຖະມົນ​ຕີ
ປາກິສຖານ ໃນອາທິດ​ນີ້ ​ເພື່ອ​ໃຫ້ໄປ​ຮ່ວມ​ພິ ທີດັ່ງກ່າວ.

ການ​ໄປຮ່ວມພິທີ​ຮັບສາບານໂຕ ເຂົ້າຮັບຕຳແໜ່​ງຂອງ​ນາ
ຍົກລັດຖະມົນຕີອິນ​ເດຍໂດຍ ຜູ້ນຳປາກິສຖານ ແມ່ນຈະ​
ເປັນເທື່ອທຳອິດ ທີ່​ບໍ່​ເຄີ​ຍມີ​ມາ​ກ່ອນ ລະຫວ່າງ​ປະເທດຄູ່ປໍລະປັກທັງສອງ.

​ທ່ານ Prakash Javadekar ໂຄສົກພັກ Bharatiya Janata ຂອງທ່ານ Modi ທີ່
ໄດ້ຮັບໄຊຊະນະນັ້ນ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ​ໃນ​ວັນ​ເສົາມື້​ນີ້​ວ່າ ການ​ໄປຢ້ຽມຢາມ
ຂອງຜູ້ນຳປາກິສຖານຈະ​ເປັນຂີດ​ໝາຍໃນການເລີ້ມຕົ້ນຂອງຄວາມ ສຳພັນ​ໃໝ່.

ປາ​ກິ​ສຖານ ​ແລະ​ອິນ​ເດຍ ຊຶ່ງເປັນເພື່ອນ​ບ້ານ ​ຊຶ່ງເປັນ​ສັດຕູ​ກັນ​ມາ​ເປັນເວລາດົນ​ນານແລ້ວນັ້ນ ​ໄດ້​ເຮັດ​ສົງຄາມ​ກັນ​ສາມ​ຄັ້ງ ນັບ​ແຕ່​ໄດ້​ຮັບເອກ​ກະລາດ ຈາກ ອັງກິດ
​ໃນ​ປີ 1947.

ຄວາມ​ສຳພັນ​ລະຫວ່າງປະເທດ ຄູ່ປໍລະປັກ​ ນິວ​ເຄລຍທັງສອງ ໄດ້​ມີຄວາມເຄັ່ງຕຶງ
ເປັນພິເສດ ນັບຕັ້ງ​ແຕ່​ໄດ້​ມີ​ການ​ໂຈມ​ຕີທີ່​ນະຄອນ Mumbai ​ໃນ​ປີ 2008 ທີ່ມຖິ້ມ
ໂທດໃສ່ກຸ່ມຫົວຮຸນແຮງ ທີ່ມີຖານປະຕິບັດງານໃນປາ​ກິ​ສຖານນັ້ນ.
PAKISTAN INDIA VO
please wait
Embed

No media source currently available

0:00 0:00:36 0:00


XS
SM
MD
LG