ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານໄວ້ທຸກ ໃຫ້ພວກເຄາະຮ້າຍ


ປາກິສຖານ ໄວ້ທຸກໃນທົ່ວປະເທດ ໃຫ້ແກ່ພວກເຄາະຮ້າຍ ໃນວັນພະຫັດມື້ນີ້ ຫຼັງຈາກໄດ້ເກີດອຸບັດຕິເຫດທາງເຮືອບິນ ທີ່ຮ້າຍແຮງສຸດ ໃນປະວັດສາດ ຂອງປາກິສຖານ.

ເຮືອບິນທີ່ບັນທຸກຜູ້ໂດຍສານ 146 ຄົນ ແລະພະນັກງານ ປະຈຳເຮືອບິນອີກ 6 ຄົນ ໄດ້ປະສົບອຸບັດຕິເຫດ ບິນເຂົ້າ ຕຳໜ້າຜາ ໃກ້ໆນະຄອນຫຼວງ ປາກິສຖານ ໃນມື້ວັນພຸດ ວານນີ້ ເຮັດໃຫ້ທຸກໆຄົນ ຢູ່ເທິງເຮືອບິນລຳດັ່ງກ່າວ ເສຍຊີວິດ.

ພວກກູ້ໄພ ຍັງສືບຕໍ່ຊອກຄົ້ນຫາ ເຄື່ອງບັນທຶກຂໍ້ມູນ ຂອງ ເຮືອບິນ ຂະນະທີ່ພວກເຈົ້າໜ້າທີ່ ພະຍາຍາມທີ່ຈະຊອກຫາ ຮ່ອງຮອຍວ່າ ແມ່ນຫຍັງ ຄືສາເຫດ ທີ່ພາໃຫ້ເຮືອບິນ ປະສົບອຸບັດຕິເຫດ ໃນຄັ້ງນີ້.

ລັດຖະມົນຕີ ກະຊວງຖະແຫຼງຂ່າວ ຂອງລັດຖະບານກາງ ປາກິສຖານ ທ່ານ QAMAR ZAMAN KAIRA ກ່າວວ່າ ມາຮອດປັດຈຸບັນ ພວກກູ້ໄພໄດ້ພົບເຫັນ ສົບຄົນຕາຍແລ້ວ 115 ສົບ ແລະການກວດ DNA ແມ່ນມີຄວາມຈຳເປັນສຳ ລັບສົບສ່ວນໃຫຍ່.

ເຮືອບິນອາຍພົ່ນ ຂອງສາຍການບິນ AIRBLUE ໄດ້ເດີນທາງ ຈາກນະຄອນກາຣາຈີ ໃນພາກໃຕ້ປາກິສຖານ ໄປຍັງນະຄອນຫຼວງ ອິສລາມາບັດ ເວລາບິນເຂົ້າຕຳໜ້າຜາ MARGALLA ຂະນະທີ່ພະຍາຍາມ ຈະລົງຈອດ ທ່າມກາງສະພາບຝົນຕົກ ແລະມີ ເມກໝອກໜາ.

ພວກທີ່ເຫັນເຫດການ ກ່າວວ່າ ເຮືອບິນລຳນີ້ ໄດ້ບິນຕໍ່າຫຼາຍ ກ່ອນຈະບິນເຂົ້າໄປຕຳໜ້າຜາ ຂະນະທີ່ໂຄສົກ ຂອງສາຍການບິນ AIRBLUE ເວົ້າວ່າ ພວກນັກບິນ ບໍ່ໄດ້ສົ່ງສັນຍານ ສຸກເສີນໃດໆ ກ່ອນຈະປະສົບອຸບັດຕິເຫດ.

XS
SM
MD
LG