ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຫດລະເບີດ ຢູ່ພາກຕາເວັນອອກ ປາກິສຖານ ສັງຫານ 5 ຄົນ


ຕຳຫຼວດ ໄດ້ປິດລ້ອມ ບໍລິເວນ ເກີດເຫດລະເບີດ ໃນນະຄອນ Lahore ຂອງປາກິສຖານ, ວັນທີ 23 ກຸມພາ 2017.
ຕຳຫຼວດ ໄດ້ປິດລ້ອມ ບໍລິເວນ ເກີດເຫດລະເບີດ ໃນນະຄອນ Lahore ຂອງປາກິສຖານ, ວັນທີ 23 ກຸມພາ 2017.

ເຫດລະເບີດແຕກ ໃນວັນພະຫັດມື້ນີ້ ຢູ່ທາງພາກຕາເວັນອອກ ຂອງປາກິສຖານ ໄດ້
ສັງຫານ ຢ່າງນ້ອຍ 5 ຄົນ ແລະ ອີກ 15 ຄົນ ໄດ້ຮັບບາດເຈັບ.

ເຫດລະເບີດແຕກ ໄດ້ເກີດຂຶ້ນ ຢູ່ໃນຕະຫຼາດຂາຍເຄື່ອງແຫ່ງນຶ່ງ​ໃນ​ຄຸ້ມ​ຮັ່ງ​ມີ ໃນ
ນະຄອນ Lahore.

ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ສາເຫດທີ່​ພາໃຫ້ ລະເບີດແຕກນັ້ນ ແມ່ນຍັງບໍ່​ທັນ​ເປັນທີ່​
ຈະແຈ້ງເທື່ອ.

​ເຫດ​ລະ​ເບີດມີຂຶ້ນ ນຶ່ງມື້ ຫລັງຈາກ ປາກິສຖານ ໄດ້ເລີ້ມຕົ້ນ ປະຕິບັດການດ້ານທະຫານ
ໃນທົ່ວປະເທດ ເປັນຄັ້ງທຳອິດ ທີ່ບໍ່ເຄີຍມີມາກ່ອນ “ເພື່ອກວດລ້າງກຳຈັດ ໄພຂົ່ມຂູ່
ຂອງການກໍ່ການຮ້າຍ.”

ປາກິສຖານ ເມື່ອບໍ່ດົນມານີ້ ໄດ້ປະສົບກັບການ​ໂຈມລະເບີດສະຫລະຊີບ ແລະ ການ
ໂຈມຕີ ໂດຍພວກຫົວຮຸນແຮງ ທີ່ເພີ້ມທະວີຂຶ້ນ ຊຶ່ງໄດ້ສັງຫານພົນລະເມືອງ ຢ່າງນ້ອຍ
130 ຄົນ ໃນສອງສາມສັບປະດາທີ່ຜ່ານມາ. ກຸ່ມເຄືອຂ່າຍຂອງພວກຕາລີບານ ​ໃນ
ປາກິສຖານ ແລະກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ​ໃນການໂຈມຕີ
ທັງຫຼາຍເຫຼົ່ານັ້ນ.

Pakistan Blast
please wait
Embed

No media source currently available

0:00 0:00:36 0:00

A blast Thursday in eastern Pakistan killed at least five people and wounded 15 others.

The explosion happened in an upscale market in the city of Lahore.

Officials said the cause of the blast was not immediately clear.

It comes a day after Pakistan launched it first ever nationwide military operation "to eradicate the threat of terrorism."

Pakistan has seen a recent surge in suicide bombings and militant attacks, which have killed at least 130 people in the past few weeks.An offshoot of the Pakistani Taliban and the Islamic State group have claimed responsibility for those attacks.

XS
SM
MD
LG