ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານວ່າ ການໂຈມຕີຂອງເນໂຕ້ ເຮັດໃຫ້ທະຫານ 25 ຄົນເສຍຊີວິດ


ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງປາກິສຖານຢຸດລົດບັນທຸກ ທີ່ຂົນເຄື່ອງໄປໃຫ້ທະຫານເນໂຕ້ໃນອັຟການິສຖານ ທີ່ດ່ານກວດ Takhtabeg ໃນເຂດຊົນເຜົ່າຂອງປາກິສຖານ (26 ພະຈິກ 2011)
ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງປາກິສຖານຢຸດລົດບັນທຸກ ທີ່ຂົນເຄື່ອງໄປໃຫ້ທະຫານເນໂຕ້ໃນອັຟການິສຖານ ທີ່ດ່ານກວດ Takhtabeg ໃນເຂດຊົນເຜົ່າຂອງປາກິສຖານ (26 ພະຈິກ 2011)

ເຈົ້າໜ້າທີ່ປາກິສຖານກ່າວວ່າ ເຮືອບິນເຮຣີຄອບເຕີ້ຂອງອົງການເນໂຕ້ ຈາກອັຟການິສຖານ ໄດ້ໂຈມຕີດ່ານກວດທາງທະຫານແຫ່ງນຶ່ງຂອງປາກິສຖານໃນພາກຕາເວັນຕົກສຽງເໜືອຂອງ
ປະເທດເຮັດໃຫ້ທະຫານ 25 ຄົນເສຍຊີວິດແລະອີກ 7 ຄົນໄດ້ຮັບບາດເຈັບ.

ໂຄສົກຄົນນຶ່ງຂອງກອງທັບປາກິສຖານກ່າວວ່າ ການໂຈມຕີໃນຕອນເຊົ້າມືດຂອງວັນເສົາມື້ນີ້
ຢູ່ໃນເຂດຊົນເຜົ່າ Mohmand ທີ່ຕັ້ງຢູ່ໃກ້ໆກັບຊາຍແດນອັຟການິສຖານນັ້ນມີຂຶ້ນແບບທີ່ບໍ່ ໄດ້ມີການກວນຫຼືທ້າທາຍໃຫ້ເກີດຄວາມໂມໂຫແລະຢ່າງບໍ່ມີການເລືອກໜ້າ.

ປາກິສຖານໄດ້ສັ່ງໃຫ້ປິດເສັ້ນທາງລຳລຽງຂົນສົ່ງຜ່ານປາກິສຖານຂອງອົງການເນໂຕ້ລຸນຫຼັງ ທີ່ໄດ້ມີການໂຈມຕີທາງອາກາດ.

ໂຄສົກຄົນນຶ່ງຂອງອົງການເນໂຕ້ ທີ່ນະຄອນຫຼວງກາບູລກ່າວວ່າ ກຳລັງປະສົມນາໆຊາດຮູ້
ແລ້ວກ່ຽວກັບເຫດຮ້າຍທີ່ວ່ານີ້ ແລະຈະເປີດເຜີຍລາຍລະອຽດໃຫ້ຊາບຕື່ມຫຼັງຈາກໄດ້ເກັບຂໍ້
ມູນເພີ່ມຕື່ມກ່ຽວກັບວ່າແມ່ນຫຍັງໄດ້ເກີດຂຶ້ນແທ້.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ເຂດຊົນເຜົ່າທີ່ຍາວຢຽດຂອງປາກິສຖານແມ່ນເປັນບ່ອນຫຼົບລີ້
ຂອງພວກຕາລີບານທີ່ໄດ້ສູ້ລົບກັບກຳລັງທະຫານອະເມຣິກັນໃນອັຟການິສຖານມາໄດ້ 10
ປີແລ້ວນັ້ນ.

XS
SM
MD
LG