ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາກິສຖານ ອະນຸມັດ ການໂຈມຕີ ຂອງເນໂຕ້ ໃນເດືອນແລ້ວ (ເບິ່ງວີດີໂອ)


ພວກສະໜັບສະໜຸນກຸ່ມ Jamaat-e-Islami ຊຶ່ງເປັນກຸ່ມສາສະໜາແລະພັກການເມືອງນຶ່ງຂອງປາກິສຖານ ຖືທຸງ ແລະປ້າຍຄຳຂວັນຂອງພັກໃນການໂຮມຊຸມປະທ້ວງຕໍ່ຕ້ານອະເມຣິກັນທີ່ເມືອງ Peshawar (2 ທັນວາ 2011)
ພວກສະໜັບສະໜຸນກຸ່ມ Jamaat-e-Islami ຊຶ່ງເປັນກຸ່ມສາສະໜາແລະພັກການເມືອງນຶ່ງຂອງປາກິສຖານ ຖືທຸງ ແລະປ້າຍຄຳຂວັນຂອງພັກໃນການໂຮມຊຸມປະທ້ວງຕໍ່ຕ້ານອະເມຣິກັນທີ່ເມືອງ Peshawar (2 ທັນວາ 2011)

ໜັງສືພິມທີ່ມີຊື່ສຽງສະບັບນຶ່ງຂອງສະຫະລັດໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດທີ່ກ່າວ
ວ່າ ເຈົ້າໜ້າທີ່ປາກິສຖານໄດ້ໃຫ້ການອະນຸມັດຕໍ່ການໂຈມຕີທາງອາກາດຂອງອົງການເນໂຕ້
ໃນວັນທີ 27 ພະຈິກທີ່ເປັນເຫດໃຫ້ທະຫານປາກິສຖານ 24 ຄົນເສຍຊີວິດໂດຍບໍ່ຮູ້ວ່າມີກຳ ລັງຂອງຕົນຢູ່ໃນບໍລິເວນດັ່ງກ່າວ.

ໜັງສືພິມ Wall Street Journal ລາຍງານໃນວັນສຸກມື້ນີ້ວ່າ ເຈົ້າໜ້າທີ່ສະຫະລັດໄດ້ໃຫ້
ການອະທິບາຍໂດຍລະອຽດເປັນເທື່ອທຳອິດ ກ່ຽວກັບການລະດົມຍິງໃສ່ຝ່າຍດຽວກັນທີ່ຮ້າຍ
ແຮງສຸດໃນການເຮັດສົງຄາມເປັນເວລາ 10 ປີຢູ່ໃນອັຟການິສຖານ.

ອີງຕາມເຈົ້າໜ້າທີ່ ທີ່ບໍ່ໄດ້ລະບຸຊື່ຂອງສະຫະລັດຄົນນີ້ແລ້ວ ກອງກຳລັງໂຈມຕີພາຍໃຕ້ການ
ນຳພາຂອງອັຟການິສຖານຊຶ່ງມີຮວມທັງໜ່ວຍກ້າຕາຍຂອງສະຫະລັດນຳດ້ວຍພວມຕາມລ່າ ຄົ້ນພວກຫົວຮຸນແຮງຕາລີບານເວລາກຸ່ມດັ່ງກ່າວໄດ້ຖືກລະດົມຍິງໃສ່ ຈາກຄ້າຍທີ່ຕັ້ງຢູ່ເລາະ ຕາມບໍລິເວນຊາຍແດນອັຟການິສຖານທີ່ຕິດກັບປາກິສຖານໃນເຂດຊົນເຜົ່າ Mohmand.

ເຈົ້າໜ້າທີ່ສະຫະລັດກ່າວວ່າພວກໜ່ວຍກ້າຕາຍຄິດວ່າພວກເຂົາເຈົ້າໄດ້ຖືກລະດົມຍິງໃສ່ໂດຍ
ພວກຫົວຮຸນແຮງ ແຕ່ພວກໂຈມຕີກັບກາຍເປັນທະຫານປາກິສຖານ ທີ່ຕັ້ງຄ້າຍຊົ່ວຄາວຢູ່ໃນ
ບໍລິເວນດັ່ງກ່າວ.

ລາຍງານຂ່າວແຈ້ງວ່າອີງຕາມເລື່ອງລາວຂັ້ນຕົ້ນຂອງສະຫະລັດຈາກສະໝໍລະພູມແລ້ວໜ່ວຍ
ກ້າຕາຍຂອງສະຫະລັດ ໄດ້ຕິດຕໍ່ໄປຍັງສູນກາງຄວບຄຸມຊາຍແດນຮ່ວມ ຊຶ່ງແຈ້ງໃຫ້ຊາບວ່າ
ບໍ່ມີທະຫານປາກິສຖານ ຢູ່ໃນບໍລິເວນດັ່ງກ່າວ ກ່ອນທີ່ຈະຮ້ອງຂໍ ການໂຈມຕີທາງອາກາດຕໍ່
ຄ້າຍແຫ່ງນັ້ນ.

ໜັງສືພິມ Wall Street Journal ເວົ້າວ່າ ເຈົ້າໜ້າທີ່ສະຫະລັດຮັບຮູ້ວ່າທັງ 2 ຝ່າຍຕ່າງ
ກໍໄດ້ດຳເນີນການຢ່າງຜິດພາດ ໃນເຫດຮ້າຍຄັ້ງນີ້ ຊຶ່ງພາໃຫ້ປາກິສຖານ ບອຍຄອດຫຼືບໍ່ເຂົ້າ
ຮ່ວມກອງປະຊຸມນາໆຊາດເປັນເວລານຶ່ງອາທິດກ່ຽວກັບອະນາຄົດຂອງອັຟການິສຖານ.

XS
SM
MD
LG