ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປາກິສຖານ ໄວ້ອາໄລ 3 ມື້ ແກ່ພວກນັກຮຽນ ທີ່ເສຍຊີວິດ ໃນການສັງຫານໝູ່


ແມ່ຜູ້ນຶ່ງກຳລັງໂສກເສົ້າ ໄວ້ອາໄລໃຫ້ລູກຊາຍ ທ້າວ Mohammed Ali Khan ອາຍຸ 15 ປີ.
ແມ່ຜູ້ນຶ່ງກຳລັງໂສກເສົ້າ ໄວ້ອາໄລໃຫ້ລູກຊາຍ ທ້າວ Mohammed Ali Khan ອາຍຸ 15 ປີ.

ປາ​ກິ​ສຖານ ເລີ້ມ​ໄວ້ອາ​ໄລ​ເປັນ​ເວລາ​ສາມ​ມື້ໃຫ້ແກ່ພວກເຄາະ
ຮ້າຍ ຫລັງ​ຈາກພວກ​ຫົວຮຸນແຮງທາ​ລິ​ບານ ​ໄດ້​ໂຈມ​ຕີໂຮງຮຽນ
​ແຫ່ງນຶ່ງ​ໃນເມືອງ Peshawar ​ທີ່ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 141 ຄົນ ​
ເກືອບ​ທັງ​ໝົດ​ເປັນ​ນັກຮຽນ.

ບາງຄອບຄົວ​ ໄດ້ພາກັນ​ຝັງ​ສົບຜູ້​ເຄາະ​ຮ້າຍ ບໍ່​ພໍ​ເທົ່າ​ໃດ​ຊົ່ວ​
ໂມງ​ຕໍ່​ມາຫລັງ​ຈາກ​ການ​ໂຈມ​ຕີ​ໄດ້​ຍຸດຕິ​ລົງ ​ໃນ​ຂະນະ​ທີ່​ພິທີ​ສົ່ງ​
ສະການ ໃຫ້ພວກເຄາະຮ້າຍອີກຈຳ ນວນນຶ່ງ ກຳລັງ​ດຳ​ເນີນກັນ
ໃນ​ວັນ​ພຸດມື້​ນີ້.

​ໃນ​ຂະນະ​ດຽວກັນ ນາຍົກລັດຖະມົນຕີ Nawaz Shariff ​ໄດ້ໃຫ້
ການອະນຸມັດ ຕໍ່ການຍົກເລີກການໂຈະການນຳໃຊ້ໂທດປະຫານຊີວິດ ເປັນການຊົ່ວຄາວ
ໃນຄະ ດີພວກກໍ່ການຮ້າຍ. ປາ​ກິ​ສຖານ​ໄດ້​ປະຫານ​ຊີວິດ​ນັກ​ໂທດ​ແຕ່ພຽງຄົນດຽວເທົ່າ
ນັ້ນນັບ​ຕັ້ງ​ແຕ່ໄດ້ມີ​ການໂຈະການນຳໃຊ້ໂທດປະຫານຊີວິດ ທີ່​ມີຜົນບັງຄັບໃຊ້ໃນ​ປີ 2008.

ທ່ານ Sharif ຍັງ​ໄດ້​ໃຫ້​ຄຳໝັ້ນ​ສັນຍາຫລັງ​ຈາກ​ການ​ໂຈມ​ຕີ​ໃນວັນ​ອັງຄານວານ ນີ້ທີ່​ຈະ​
ທຳ​ການບຸກໂຈມ​ຕີ​ທາງ​ທະຫານຕໍ່ພວກ​ຫົວ​ຮຸນ​ແຮງ ໂດຍ​ກ່າວ​ວ່າ ປາ​ກິ​ສຖານ ຈະແກ້​
ແຄ້ນ​ໃຫ້ແກ່ "ທຸກໆ​ຢົດເລືອດ” ຂອງ​ພວກ​ເດັກນ້ອຍທີ່ສູນເສຍໄປ.

ພວກ​ທາ​ລິ​ບານໃນປາ​ກິ​ສຖານ ກ່າວ​ວ່າ ການ​ໂຈມຕີ​ໂຮງຮຽນກຫຼວງ ​ແລະວິທະຍາ​ໄລ​ທີ່​ບໍລິຫານງານໂດຍທະຫານນັ້ນ​ ແມ່ນ​ເພື່ອເປັນການ​ຕອບ​ໂຕ້​ຕໍ່​ການທີ່ທະຫານ ໄດ້ບຸກເຂົ້າ
ໄປໂຈມຕີພວກກະບົດ ​ຢູ່ເຂດ​ຊົນ​ເຜົ່າທາງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງປະເທດ ​ໃກ້​ກັບ
|ຊາ​ຍ​ແດນອັຟກາ​ນິສຖານ.

​ໂລກ​ໄດ້​ປະນາມ ອັນ​ທີ່ສະພາ​ຄວາ​ມໝັ້ນຄົງສະຫະປະຊາ​ຊາດ ຮ້ອງ​ວ່າ ການ​ປະພຶດ​ທີ່ “​
ຊົ່ວ​ຊ້າ ​ແລະ​ປ່າ​ເຖື່ອນ” ຂອງ​ການ​ກໍ່​ການ​ຮ້າຍ​ຕໍ່ເດັກນ້ອຍ.

Will Pakistan School Shooting Galvanize Pakistan Against Extremism?
please wait

No media source currently available

0:00 0:03:09 0:00

​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ
ສະ​ແດງໃຫ້ເຫັນເຖິງ​ຄວາມ​ຂີ້​ຂາດ​ຕາຂາວແລະ “ບໍ່​ມີ​ເຫດຜົນໃດໆ​ທີ່​ສາມາດໃຫ້ການ
ອະທິບາຍເພື່ອເປັນການແກ້ໂຕໄດ້ຕໍ່ການກະທຳທີ່ໂຫດຮ້າຍ​ດັ່ງກ່າວ.

ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​ໄດ້​ສະ​ແດງ​ຄວາ​ມ​ເສົ້າ​ສະຫ​ລົດ
​ໃຈ ​ໂດຍ​ທາງ​ໂທລະສັບ​ ​ຕໍ່​ນາຍົກລັດຖະມົນຕີ Nawaz Sharif ​ໂດຍກ່າວວ່າ ສະຫະລັດ
ແມ່ນມີຄວາມເປັນ​ນໍ້າ​ ນຶ່ງ​ໃຈ​ດຽວ ​ແລະ​ໃຫ້ການສະໜັບ ສະໜຸນຕໍ່ປາ​ກິ​ສຖານ​ ​ໃນ​ການ​ຕໍ່
ສູ້ກັບ​ການ​ກໍ່​ການ​ຮ້າຍ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ການ​ໂຈມ​ຕີ​ເລີ້ມ​ຂື້ນ ​ເວລາ​ພວກ​ຫົວຮຸນແຮງ​ເຈັດ​ຄົນ ນໍາ​ ເອົາ
​ລູກປືນ ​ແລະ​ລະ​ເບີດ ​ໃຊ້​ຂັ້ນໃດ​ປິນຂ້າມກຳແພງເຂົ້າໄປທາງຫລັງ​ໂຮງ ຮຽນທີ່ມີນັກຮຽນ
ແລະ​ພະ​ນັກ​ງານຢູ່​ຫລາຍ​ກວ່າ 1,000 ຄົນ. ​ເວລາ​ເຂົາ​ເຈົ້າ​ໄດ້​ເຂົ້າ​ໄປ​ເຖິງ​ບ່ອນ​ເຕົ້າ​ໂຮມ
​ຂອງ​ນັກຮຽນ ທີ່​ແອ​ອັດກັນຢູ່​ໃນ​ຫ້ອງ​ປະຊຸມ​ໃຫຍ່ແລ້ວ ​ເຂົາ​ເຈົ້າ​ກໍ​ເລີ້ມ​ເປີດສາກລະດົມ​
ຍິງເຂົ້າໃສ່.

ຈາກ​ນັ້ນ ບັນດາ​ຜູ້​ເຫັນ​ເຫ​ດການ ກ່າວ​ວ່າ ພວກ​ໂຈມ​ຕີ ​ໄດ້​ຍ້າຍ​ຈາກ​ຫ້ອງຮຽນ​ນຶ່ງ​ໄປ​ຫາ
​ອີກຫ້ອງຮຽນ​ນຶ່ງ ໂດຍໄດ້ສັງຫານ​ທຸກໆຄົນ​ທີ່​ເຂົາ​ເຈົ້າ​ສາມາດພົບເຫັນ. ພວກ​ຫົວ​ຮຸນ​ແຮງ​
ຍັງ​ໄດ້​ຍິງພວກ​ເດັກ​ນ້ອຍ 121 ຄົນ ​ແລະ​ພະນັກງານອີກ​ສາມ​ຄົນ ບາດເຈັບ.

PAKISTAN SCHOOL REACT CNPK
please wait

No media source currently available

0:00 0:03:00 0:00

XS
SM
MD
LG