ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວປາກິສຖານ ໄວ້ອາໄລ ແກ່ພວກຜູ້ເຄາະຮ້າຍ ທີ່ເສຍຊີວິດ ໃນການໂຈມຕີສະຫຼະຊີບ


ພວກແມ່ຍິງ ປາກິສຖານ ຄຣິສຕຽນ ໄວ້ທຸກ ແກ່ສະມາຊິກ ຄອບຄົວຜູ້ທີ່ໄດ້ເສຍຊີວິດ ໃນລະຫວ່າງ ການສົ່ງສະການ ຢູ່ທີ່ໂບດຂອງທ້ອງຖິ່ນ ໃນເມືອງ Lahore, ຂອງປະເທດປາກິສຖານ, ວັນທີ 28 ມີນາ 2016.
ພວກແມ່ຍິງ ປາກິສຖານ ຄຣິສຕຽນ ໄວ້ທຸກ ແກ່ສະມາຊິກ ຄອບຄົວຜູ້ທີ່ໄດ້ເສຍຊີວິດ ໃນລະຫວ່າງ ການສົ່ງສະການ ຢູ່ທີ່ໂບດຂອງທ້ອງຖິ່ນ ໃນເມືອງ Lahore, ຂອງປະເທດປາກິສຖານ, ວັນທີ 28 ມີນາ 2016.

ປາກິສຖານ ພວມໄວ້ອາໄລແກ່ຜູ້ທີ່ເສຍຊີວິດ ຢ່າງນ້ອຍ 70 ຄົນ
ໃນການໂຈມຕີດ້ວຍລະເບີສະຫຼະຊີບ ໂດຍ Taliban ໃນວັນ
ອາທິດວານນີ້ ໃນເມືອງ Lahore ຢູ່ທາງພາກຕາເວັນອອກ ຂອງ
ປະເທດ. ເຈົ້າໜ້າທີ່ໂຮງໝໍ ກ່າວວ່າ ພວກເດັກນ້ອຍເຖິງ 30 ຄົນ
ແມ່ນລວມຢູ່ໃນຜູ້ທີ່ເສຍຊີວິດ. ລະເບີດດັ່ງກ່າວໄດ້ແຕກຂຶ້ນ ຢູ່ໃນ
ສວນສາທາລະນະ ທີ່ມີຜູ້ຄົນຢ່າງໜາແໜ້ນ ແລະ ຍັງໄດ້ເຮັດໃຫ້
ຫຼາຍກວ່າ 300 ຄົນ ບາດເຈັບ.

ຄວາມຮຸນແຮງ ອີງຕາມການກ່າວອ້າງຂອງໂຄສົກ ຂອງພວກ
Taliban ວ່າ ເປັນການແນເປົ້າໝາຍໃສ່ ພວກຄອບຄົວ ຂອງຊາວຄຣິສຕຽນ ຜູ້ທີ່ໄດ້ຊຸມ
ນຸມກັນ ທີ່ກ່ຽວພັນກັບການສະເຫຼີມສະຫຼອງວັນ Easter ຢູ່ໃນສວນດັ່ງກ່າວນັ້ນ.

ການໂຈມຕີຂອງພວກກໍ່ການຮ້າຍເກີດຂຶ້ນ ຢູ່ໃນເມືອງຫຼວງຂອງແຂວງ Punjab ທີ່ມີຊື່
ສຽງຂອງປະເທດ ໄດ້ຖືກຕຳນິຕິຕຽນ ໂດຍບັນຜູ້ນຳພາຍໃນປະເທດ ແລະ ຕ່າງປະເທດ.

ພວກທີ່ເຫັນເຫດການ ກ່າວຕໍ່ບັນດານັກຂ່າວ ໃນວັນຈັນມື້ນີ້ວ່າ ລະເບີດທີ່ແຕກຂຶ້ນ ໄດ້
ສັ່ນສະເທືອນສວນສາທາລະນະ ແບບໃດ. ທ້າວ Ikram Arif ກ່າວວ່າ ລາວໄດ້ຈອດລົດ
ຈັກຂອງລາວ ແລະ ກຳລັງຈະເຂົ້າໄປໃນສວນ ກັບເພື່ອນຄົນນຶ່ງ ໃນທັນໃດ ພວກເຂົາເຈົ້າ
ກໍໄດ້ຍິນສຽງຂອງລະເບີດແຕກ ຢູ່ພາຍໃນສວນ. ລາວເວົ້າວ່າ “ພວກເຮົາໄດ້ຟ້າວເຂົ້າໄປໃນສວນ ແລະ ໄດ້ເຫັນພວກຊາກສົບຂອງຄົນ ທີ່ຖືກແຮງ
ຂອງ ລະເບີດຕັດຫົວ ແລະ ຂາ ຂາດອອກຈາກຮ່າງກາຍ. ຫຼາຍຄົນໄດ້ຮັບບາດເຈັບ
ພວກຜູ້ຊາຍ ແມ່ຍິງ ແລະ ເດັກນ້ອຍ ແມ່ນນອນແພ່ຢູ່ທີ່ນັ້ນ.”
ລາວກ່າວຕື່ມວ່າ ຄົນທຳ
ອິດທີ່ລາວໄດ້ອຸ້ມຂຶ້ນ ແມ່ນເດັກທາລົກ ອາຍຸປະມານ 6 ເດືອນ.

ທ້າວ Mohammad Arshad ຜູ້ເຫັນເຫດການອີກຄົນນຶ່ງ ໄດ້ຕຳນິທາງການ ທີ່ບໍ່ຮັບປະກັນ
ຄວາມປອດໄພ ທີ່ເໝາະສົມ ຢູ່ໃນ ແລະ ນອກ ສວນນັ້ນ. ລາວເວົ້າອີກວ່າ “ມີສຽງລະເບີດ ດັງຂຶ້ນແຮງຫຼາຍ ແລະ ໃນເວລາຕໍ່ມາ ພວກເຮົາໄດ້ເຫັນ ກອງເລືອດ ພວກຊາກສົບ
ແລະ ພວກທີ່ໄດ້ຮັບບາດເຈັບ ນອນລະເນລະນາດ ຢູ່ນີ້ ແລະ ຢູ່ຫັ້ນ. ບໍ່ມີການຈັດແຈງ
ຮັກສາຄວາມປອດໄພ ຢ່າງເໝາະສົມເລີຍ ຢູ່ທີ່ແຫ່ງນີ້.”

ນາຍົກລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif ໄດ້ເດີນທາງໄປເຖິງ ເມືອງ Lahore
ເມື່ອຕອນເຊົ້າວັນຈັນມື້ນີ້ ບ່ອນທີ່ທ່ານໄດ້ເປັນປະທານ ຂອງກອງປະຊຸມກັບບັນດາພົນລະ
ເຮືອນ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພ. ໃນຂະນະດຽວກັນ ທ່ານ Sharif ກໍໄດ້ປະ
ນາມການໂຈມຕີກໍ່ການຮ້າຍ ຕໍ່ພົນລະເຮືອນ ຜູ້ທີ່ບໍລິສຸດ ທ່ານກ່າວວ່າ ມັນຈະບໍ່ຢັບຢັ້ງ
ຄວາມພະຍາຍາມ ທີ່ຈະລົບລ້າງລັດທິຫົວຮຸນແຮງ ແລະ ລັດທິກໍ່ການຮ້າຍ ອອກໄປຈາກ
ປາກິສຖານໄດ້.

Pakistan Blast
please wait
Embed

No media source currently available

0:00 0:01:22 0:00

XS
SM
MD
LG