ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄວາມຮຸນແຮງ ໃນ ປາກິດສະຖານ


ເຮືອບິນ ບໍ່ມີຄົນຂັບ ຕິດລູກສອນໄຟ ຂອງສະຫະລັດ ທີ່ຖານທັບອາກາດແຫ່ງນຶ່ງ ໃນອັບການິດສະຖານ
ເຮືອບິນ ບໍ່ມີຄົນຂັບ ຕິດລູກສອນໄຟ ຂອງສະຫະລັດ ທີ່ຖານທັບອາກາດແຫ່ງນຶ່ງ ໃນອັບການິດສະຖານ

ເຈົ້າໜ້າທີ່ ປາກິດສະຖານ ກ່າວວ່າ ການໂຈມຕີ ດ້ວຍລູກສອນໄຟ ຈາກອັນທີ່ສົງໃສວ່າ ເປັນເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະລັດ ໄດ້ສັງຫານ ພວກທີ່ສົງໃສ ເປັນຜູ້ກໍ່ການຮ້າຍ ຢ່າງນ້ອຍ 14 ຄົນ ໃນເຂດຊົນເຜົ່າ ທາງພາກຕາເວັນຕົກ ສຽງເໜືອ ຂອງປາກິດສະຖານ ໃກ້ໆຊາຍແດນ ອັບການິດສະຖານ.

ເຈົ້າໜ້າທີ່ ຮັກສາຄວາມປອດໄພ ຄົນນຶ່ງ ຂອງປາກິດສະຖານ ກ່າວວ່າ ມີການຍິງ ລູກສອນໄຟ ປະມານ 10 ລູກ ໃສ່ບໍລິເວນນຶ່ງ ແລະຣົດ ທີ່ຈອດຢູ່ໃກ້ຄຽງ ໃນຕອນເຊົ້າ ຂອງວັນອັງຄານມື້ນີ້ ໃນເຂດ WAZIRISTAN ເໜືອ.

ພວກທີ່ເສຍຊີວິດ ໃນການໂຈມຕີເທື່ອນີ້ ຍັງບໍ່ຮູ້ຈັກເທື່ອວ່າ ເປັນໃຜ. ເຂດຊົນເຜົ່າ ໃນພາກຕາເວັນຕົກ ສຽງເໜືອ ຂອງປາກິດສະຖານ ຖືວ່າ ເປັນທີ່ໝັ້ນ ຂອງກຸ່ມກໍ່ການຮ້າຍ ອາລ-ກາຍ-ດາ ແລະກຸ່ມ ຫົວຮຸນແຮງ ທາລີບານ. ໃນໄລຍະ ສອງສາມເດືອນ ຜ່ານມານີ້ ສະຫະລັດ ໄດ້ເພີ້ມ ການໂຈມຕີ ດ້ວຍລູກສອນໄຟ ຈາກເຮືອບິນ ທີ່ບໍ່ມີຄົນຂັບ ຕໍ່ເຂດດັ່ງກ່າວ.

ໃນມື້ວັນຈັນວານນີ້ ເຈົ້າໜ້າທີ່ ປາກິດສະຖານ ກ່າວວ່າ ມີທະຫານ ຢ່າງນ້ອຍ 9 ຄົນ ແລະພວກຫົວຮຸນແຮງ 37 ຄົນ ເສຍຊີວິດ ໃນການປະທະກັນ ໃນເຂດຊົນເຜົ່າ ORAKZAI ທີ່ຕັ້ງຢູ່ໃກ້ຄຽງ.

XS
SM
MD
LG