ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວປະກິສຖານ ພາກັນປະທ້ວງ ອິນເດຍ ກ່ຽວກັບເຂດ Kashmir (ວີດີໂອ)


ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ​ພາກັນ​ເດີນ​ຂະ​ບວນ ຢູ່​ໃນ​ເຂດ
Kashmir ທີ່​ຄວບ​ຄຸມ​ໂດຍປາ​ກິ​ສຖານນັ້ນ ​ແລະ​ຈັດການ​ໂຮມ
​ຊຸມນຸມ ເພື່ອ​ເປັນ​ຂີດ​ໝາຍອັນ​ທີ່​ເຂົາ​ເຈົ້າ​ຮ້ອງວ່າ “ມື້​ດໍາ” ເພື່ອ
ລະນຶກ​ເຖິງ ວັນ​ທີ່​ອິນ​ເດຍ​ໄດ້​ເຂົ້າ​ຄອບ​ຄອງ​ເຂດ Kashmir ​
ເມຶ່ອ 67 ປີ​ກ່ອນ.

ພວກ​ປະ​ທ້ວງ​ພາກັນ​ຮ້ອງ​ໂຮ​ວ່າ “ການ​ຕໍ່ສູ້​ຂອງ​ພວກ​ເຮົາ​ຈະ​ດໍາ
​ເນີນ​ຢູ່​ຕໍ່​ໄປ​ ຈົນ​ກວ່າ Kashmir ​ຈະເປັນ​ອິສລະ​ພາບ” ​ແລະ​ຖື
ປ້າຍ​ທີ່​ອ່ານ​ວ່າ “ສົງຄາມ Jihad ຈະ​ດໍາ​ເນີນ​ຕໍ່​ໄປ ​ເພື່ອ​ອ້າຍ​ນ້ອງ
ຊາວ Kashmir ຂອງ​ພວກ​ເຮົາ.”

​ຄວາມ​ຮູ້ສຶກ​ຕໍ່​ຕ້ານ​ອິນ​ເດຍ ມີ​ຢູ່​ເລິກ​ ​ໃນ​ເຂດ Kashmir ພາຍ​ໃຕ້ການຄວບ​ຄຸມ ຂອງ​ປາ​ກິ​ສຖານນັ້ນ ບ່ອນ​ທີ່ຫລາຍ​ໆກຸ່ມຫົວ​ແບ່ງ​ແຍກ ກໍາລັງ​ຕໍ່ສູ້​ເພື່ອເອກ​ກະລາດ ຫລື​ເຂົ້າ​ຮ່ວມ​ກັບປາ​ກິ​ສ ຖານ.

ທັງ​ ອິນ​ເດຍ ​ແລະ​ປາ​ກິ​ສຖານ ຕ່າງ​ກໍ​ອ້າງ​ວ່າເຂດ Kashmir ​ ເປັນ​ຂອງ​ຕົນ​ທັງ​ໝົດ ​ແຕ່​ກໍ​ໄດ້ປົກຄອງ​ຄົນລະເຄິ່ງ.

ອິນ​ເດຍໄດ້​ກ່າວ​ຫາ ປາ​ກິ​ສຖານຄື​ກັນວ່າ ປະກອບອາ​ວຸດ ​ແລະ​ເຝິກ​ຊ້ອມ​ພວກ​ກະບົດ ທີ່​ໄດ້ທໍາ​ການ​ຕໍ່ສູ້​ຢູ່​ໃນ​ເຂດ Kashmir ທີ່ອິນ​ເດຍຄວບ​ຄຸມ​ນັ້ນ ມາ​ຕັ້ງ​ແຕ່​ປີ 1989.


Hundreds of protesters have marched in Pakistan-controlled Kashmir and held a rally to mark what they call "Black Day," in observance of the day India occupied Kashmir 67 years ago.

Protesters chanted "Our fight will continue until Kashmir is free" and held signs that read "Jihad will continue for Kashmiri brothers."

Anti-India sentiment runs deep in Pakistan-controlled Kashmir, where various separatist groups are fighting for independence or merger with Pakistan.

Both India and Pakistan claim Kashmir in its entirety, with each administering a part of it.

India also accuses Pakistan of arming and training rebels who have been fighting in Indian-controlled Kashmir since 1989.

XS
SM
MD
LG