ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາກິສຖານ ຈະປະຫານຊີວິດມືສັງຫານ ເຈົ້າແຂວງປັນຈາບ


ທ່ານ Salman Taseer ເຈົ້າແຂວງໆປັນຈາບ ຂອງປາກິສຖານ ທີ່ຖືກຕຳຫຼວດອາລັກຂາທ່ານຍິງຕາຍ.
ທ່ານ Salman Taseer ເຈົ້າແຂວງໆປັນຈາບ ຂອງປາກິສຖານ ທີ່ຖືກຕຳຫຼວດອາລັກຂາທ່ານຍິງຕາຍ.

ສານແຫ່ງນຶ່ງຂອງປາກິສຖານໄດ້ພົບເຫັນວ່າຕຳຫຼວດຄົນນຶ່ງມີຄວາມຜິດແລະຕັດສິນໂທດ
ປະຫານຊີວິດຜູ້ກ່ຽວຍ້ອນໄດ້ສັງຫານເຈົ້າແຂວງຫົວເສລີກ້າວໜ້າໃນຕົ້ນປີນີ້.

ນາຍ Mumtaz Qadri ສາລະພາບວ່າ ລາວໄດ້ສັງຫານເຈົ້າແຂວງໆປັນຈາບ ທ່ານ Sal-
man Taseer ຍ້ອນທ່າທີຂອງເຈົ້າແຂວງ ກ່ຽວກັບກົດໝາຍໝິ່ນປະໝາດ ສາສະໜາອິສ
ລາມທີ່ເປັນບັນຫາຖົກຖຽງໂຕ້ແຍ້ງຂອງປາກິສຖານນັ້ນ. ນາຍ Qadri ເປັນສະມາຊິກຄົນ
ນຶ່ງ ໃນຄະນະຮັກສາຄວາມປອດໄພຂອງທ່ານເຈົ້າແຂວງ.

ທ່ານ Taseer ຊຶ່ງເປັນນັກການເມືອງຫົວກ້າວໜ້າ ແລະນິຍົມແນວທາງບໍ່ໃຫ້ເອົາສາສະ
ໜາ ເຂົ້າມາຍຸ່ງກ່ຽວກັບການເມືອງຢ່າງແຂງຂັນນັ້ນ ໄດ້ຄັດຄ້ານຢ່າງກົງໄປກົງມາ ຕໍ່ການ
ນັບຖືສາສະໜາ ແບບຫົວຮຸນແຮງ. ທ່ານໄດ້ເປັນຜູ້ນຳພາຢ່າງເປີດເຜີຍ ໃນການດຳເນີນ
ການປະຕິຮູບກ່ຽວກັບກົດໝາຍໝິ່ນປະໝາດສາສະໜາອິສລາມ ທີ່ໄດ້ກຳນົດການລົງໂທດ
ຢ່າງໜັກຕໍ່ພວກທີ່ກະທຳຜິດນັ້ນ. ທ່ານ Taseer ໄດ້ຮຽກຮ້ອງໃຫ້ປ່ອຍແມ່ຍິງທີ່ນັບຖືສາ
ສະໜາຄຣິສຕ໌ຄົນນຶ່ງຊຶ່ງໄດ້ຖືກຕັດສິນໂທດປະຫານຊີວິດ ຍ້ອນຖືກກ່າວຫາວ່ານາງໄດ້ໃຫ້
ຄວາມເຫັນແບບເສຍຫາຍແກ່ ພະສາສະດາມູຮຳໝັດ.

XS
SM
MD
LG