ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ອົງການສືບລັບ ປາກິສຖານ ຖືກພວກ IS ຂ້າຕາຍ


ພວກຫົວຮຸນແຮງລັດອິສລາມຄົນໜຶ່ງ ຖືປືນໃນຂະນະທີ່ຢືນ
ຢູ່ທາງຫຼັງຊາວ ອີທິໂອເປຍ ທີ່ນັບຖືກສາສະໜາ ຄຣິສຕຽນ ໃນເມືອງ Wilavat Fazzan. 19 ເມສາ, 2015.
ພວກຫົວຮຸນແຮງລັດອິສລາມຄົນໜຶ່ງ ຖືປືນໃນຂະນະທີ່ຢືນ ຢູ່ທາງຫຼັງຊາວ ອີທິໂອເປຍ ທີ່ນັບຖືກສາສະໜາ ຄຣິສຕຽນ ໃນເມືອງ Wilavat Fazzan. 19 ເມສາ, 2015.

ພວກລັດອິສລາມ ໄດ້ອ້າງເອົາຜົນງານ ໃນການປະຫານຊີວິດເຈົ້າໜ້າທີ່ຄົນນຶ່ງຂອງອົງ
ການສືບລັບປາກິສຖານ ທີ່ຖືກລັກພາໂຕໄປ ນຶ່ງມື້ລຸນຫຼັງຕຳຫຼວດໄດ້ພົບເຫັນຊາກສົບ
ຂອງຜູ້ກ່ຽວຢູ່ໃນເມືອງ​ Multan ທາງພາກກາງຂອງປະເທດ.

ຕຳຫຼວດໃນທ້ອງຖິ່ນໄດ້ລະບຸວ່າ ຊາກສົບດັ່ງກ່າວແມ່ນ​ Umar Mubin Jilani ແລະ ໄດ້ ອ້າງຄຳເວົ້າຂອງພວກເຫັນເຫດການວ່າ ພວກຫົວຮຸນແຮງ ໄດ້ຖິ້ມຊາກສົບລົງໃສ່ກາງຖະ
ໜົນທີ່ຈະລາຈອນຄັບຄັ່ງ ໃນຕອນເຊົ້າວັນເສົາວານນີ້ ແລ້ວຂັບລົດໜີໄປ.

ພວກເຂົາເຈົ້າເວົ້າວ່າ ຊາກສົບດັ່ງກ່າວ ນຸ່ງເຄື່ອງແບບ ສີແສດຄືກັນກັບພວກນັກໂທດຢູ່
ຄ້າຍຄຸມຂັງ ໃນອ່າວກວນຕານາໂມ ຂອງ ສຫຣ ຢູ່ທາງພາກກາງຂອງຄິວບາ.

ຈີລານີ ອາຍຸ 33 ປີໄດ້ຖືກລັກພາໂຕໄປ ໃນເດືອນ ມິຖຸນາ ປີ 2014 ໂດຍມືປືນກຸ່ມນຶ່ງ ເວລາກຳລັງເດີນທາງໄປເຮັດວຽກ ຢູ່ໃນເມືອງ Multan ບ່ອນລາວຮັບໃຊ້ຢູ່ໃນໜ່ວຍຕໍ່ ຕ້ານລັດທິກໍ່ການຮ້າຍໃນອົງການສືບລັບ ຫຼື ໄອ ແອັສ ໄອ ເປັນອົງການສືບລັບສຳຄັນ
ຂອງປະເທດ.

ໃນວັນອາທິດມື້ນີ້ ຂ່າວສານລັດອິສລາມກວມໂລກ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນ
ເວັບໄຊຕ໌ຂອງເຂົາ ໃນການປະຫານຊີວິດເຈົ້າໜ້າທີ່ສືບລັບຄົນດັ່ງກ່າວ.

ອິງຕາມເຈົ້າໜ້າທີ່ຕຳຫຼວດແມ່ນວ່າ ຂໍ້ຄວາມທີ່ຂຽນລົງໃສ່ເສື້ອຂອງ ຈີລານີ ເວົ້າວ່າ “Daesh Pakistan” ຂ້າ “ນັກສືບ IS” ແລະມີວັນທີ ທີ່ ລາວຖືກລັກພາໂຕໄປນຳ. ຄຳວ່າ Daesh ເປັນຊື່ຫຽໍ້ໃນພາສາອາຣັບສຳລັບຄຳວ່າ ລັດອິສລາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Pakistan
Pakistan

XS
SM
MD
LG