ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາ​ກິ​ສຖານ ປະກາດຫ້າມ​ ອອກ​ນອກ​​ເຮືອນ ຍາມກາງຄືນ ​ທີ່ນະຄອນ Rawalpindi (ວີດີໂອ)


ທະຫານປາກິສຖານຄົນນຶ່ງ ຢືນຍາວຫວງຫ້າມ ການອອກນອກບ້ານ
ທີ່ເມືອງ Rawalpindi
ທະຫານປາກິສຖານຄົນນຶ່ງ ຢືນຍາວຫວງຫ້າມ ການອອກນອກບ້ານ ທີ່ເມືອງ Rawalpindi
ບັນດາ​ເຈົ້າ​ໜ້າ​ທີ່ປາ​ກິ​ສຖານ ​ໄດ້​ອອກ​ປະກາດ ຫ້າມ​ອອກ​ນອກ
ເຮືອນ ​ແບບທີ່​ບໍ່​ຄ່ອຍມີ​ມາ​ກ່ອນ ​ໃນ​ເຂດ​ນະຄອນ​ຄ້າຍ​ທະຫານ
Rawalpindi ທີ່​ຕັ້ງ​ຢູ່​ຕິດ​ກັບນະ ຄອນຫລວງ Islamabad ຫລັງ​
ຈາກ​ໄດ້​ເກີດ​ການ​ປະ​ທະ​ກັນ​ທາງສາສະໜາ ​ໃນ ລະຫວ່າງພິທີ​
ບຸນ ຂອງຊາວມຸສລິ​ມນິກາຍ Shi’ite ທີ່​ເຮັດ​ໃຫ້​ຊາວມຸສລິ​ມນິ
ກາຍ Sunni ​ເສ​ຍຊີວິດ​ຢ່າງ​ໜ້ອຍ​ແປດ​ຄົນ.

ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂື້ນ​ໃນ​ວັນ​ສຸກ​ວານ​ນີ້​ເວລາ​ຂະ​ບວນ​ແຫ່
​ຂອງ​ຊາວ Shi’ite ​ເພື່ອ​ສະຫຼອງວັນ​ສໍາຄັນ​ທີ່​ສຸດ​ ຂອງ​ເດືອນ​ໄວ້
ທຸກ​ Muharram ຊຶ່ງ​ບັງ​ເອີນ​ມີ​ຂຶ້ນ ພ້ອມໆ​ກັນ​ກັບ​ການເທດ​ສະ
ໜາ ຢູ່​ວັດ​ຂອງ​ຊາວ Sunni ທີ່​ຕັ້ງຢູ່​ໃກ້​ຄຽງ​ນັ້ນ.

ພວກ​ປະ​ທ້ວງ Shi’ite ທີ່​ມີ​ຄວາ​ມ​ໂກດ​ແຄ້ນ ​ໄດ້​ໂຈມຕີ​ວັດແລະ
ໂຮງຮຽນ​ສອນສາສະໜາດ້ວຍ​ການຈູດ​ເຜົາ​ຕຶກອາຄານ ​ແລະ​ຕະ
ຫລາດ​ທີ່ຢູ່​ຕິດ​ກັນ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ລັດຖະບານ​ແຂວງ Punjab ກ່າວ​ໃນ​ວັນ​
ເສົາ​ມື້​ນີ້​ວ່າ ຊາວບ້ານໄດ້​ຖືກ​ສັ່ງ​ໃຫ້​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ຈົນ​ກວ່າ​ຈະ​ມີ​ການ​
ປະກາດເພີ້​ມ​ເຕີມ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ເກີດການ​ປະ​ທະ​ກັນຕື່ມ. ນອກ​ນັ້ນ​ ຍັງ​ຫ້າມບໍ່​ໃຫ້​ມີ​
ການ​ອອກຂ່າວ​ໃດ​ໆ​ຢູ່​ໃນ​ເຂດດັ່ງກ່າວ.

​ເດືອນ​ໄວ້ທຸກ Muharram ແມ່ນ​ວັນຄົບຮອບ ​ໃນ​ການ​ເສຍ​ຊີວິດ ​ຂອງທ່ານ Hussein
ຊຶ່ງ​ເປັນຫລານ​ຊາຍ​ຂອງພະ​ສາ​ສະ​ດາ Muhammad. ທ່ານ Hussein ​ໄດ້​ຖືກ​ສັງຫານ
ໂດຍ​ທະຫານຂອງ ​caliph Yazid ​680 ປີກ່ອນ ຄຣິດຕະສັກກະ​ລາດ ​ແລະ​ການ​ຕາຍ
ຂອງ​ທ່ານໄດ້​ຖືກໄວ້ທຸກ​ຢູ່​ທົ່ວ​ໂລກ​ໂດຍ​ຊາວ Shi'ite ທຸກໆ​ປີ​. ການ​ລະນຶກດັ່ງກ່າວ​ສີ້​ນ
ສຸດ​ລົງ​ໃນ​ວັນ​ທີ 3 ທັນວາ​ນີ້.

Pakistan
please wait
Embed

No media source currently available

0:00 0:00:19 0:00
XS
SM
MD
LG