ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

5 ຄົນ ເສຍຊີວິດ ໃນເຫດລະເບີດ ຮ້າຍແຮງ ຢູ່ປາກິສຖານ (ສະໄລດ໌/ວີດີໂອ)


ທະຫານ ແລະຕຳຫຼວດ ຢືນຢູ່ຕໍ່ໜ້າ ຫ້ອງການໂຄສະນາຫາສຽງ ຂອງພັກປະຊາຊົນປາກິສຖານ ຫຼັງຈາກເກີດເຫດລະເບີດ ທີ່ເມືອງ Quetta (10 ພຶດສະພາ 2013)
ທະຫານ ແລະຕຳຫຼວດ ຢືນຢູ່ຕໍ່ໜ້າ ຫ້ອງການໂຄສະນາຫາສຽງ ຂອງພັກປະຊາຊົນປາກິສຖານ ຫຼັງຈາກເກີດເຫດລະເບີດ ທີ່ເມືອງ Quetta (10 ພຶດສະພາ 2013)
ເຫດລະເບີດ ທີ່ເກີດຂຶ້ນນຶ່ງມື້ ກ່ອນການເລືອກຕັ້ງຄັ້ງປະຫວັດ
ສາດໃນປາກິສຖານໄດ້ສັງຫານຢ່າງໜ້ອຍ 5 ຄົນແລະເຮັດໃຫ້
ມີຜູ້ໄດ້ຮັບບາດເຈັບອີກ 18 ຄົນ.

ລະເບີດລູກນຶ່ງທີ່ແຕກຂຶ້ນໃນເຂດ Waziristan ເໜືອ ໃນວັນ
ສຸກມື້ນີ້ ຊຶ່ງເປັນທີ່ໝັ້ນຂອງພວກຕາລີບານນັ້ນ ໄດ້ສັງຫານ 5
ຄົນ ແລະ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ອີກ 13 ຄົນ. ອົງການ
ຂ່າວຝຣັ່ງ ລາຍງານວ່າ ເຫດລະເບີດດັ່ງກ່າວນີ້ ແມ່ນເກີດຂຶ້ນ ໃກ້ໆກັບຫ້ອງການຂອງພັກການເມືອງຕ່າງໆທີ່ຕັ້ງຢູ່ໃນຂົງເຂດ.

ສ່ວນອີກ 5 ຄົນໄດ້ຮັບບາດເຈັບ ໃນເຫດລະເບີດຢູ່ນອກຫ້ອງ
ການແຫ່ງນຶ່ງຂອງ ພັກຂອງພັກປະຊາຊົນປາກິສຖານ ຢູ່ໃນພາກຕາເວັນຕົກສຽງໃຕ້ຂອງ
ປະເທດ.



ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບໃນການໂຈມຕີທັງສອງ ແຕ່ພວກຕາລີບານ
ເຄີຍທຳການໂຈມຕີ ຫລາຍໆຄັ້ງມາແລ້ວ ເພື່ອບ່ອນທຳລາຍການເລືອກຕັ້ງ ແລະເວົ້າວ່າ ຕົນໄດ້ສົ່ງພວກວາງລະເບີດສະຫຼະຊີບຈຳນວນນຶ່ງ ອອກໂຈມຕີ ການເລືອກຕັ້ງແຫ່ງຊາດ. ມີຫລາຍກວ່າ 100 ຄົນ ໄດ້ເສຍຊີວິດ ແລະອີກຈຳນວນນຶ່ງໄດ້ຮັບບາດເຈັບ ນັບແຕ່ທ້າຍ
ເດືອນເມສາເປັນຕົ້ນມາ.

ກອງທັບປາກິສຖານກ່າວວ່າ ຕົນພວມສົ່ງທະຫານຫລາຍໆພັນຄົນ ໄປຍາມຮັກສາການຢູ່
ຕາມໜ່ວຍປ່ອນບັດແລະສູນກາງນັບບັດຄະແນນສຽງຕ່າງໆເພື່ອປ້ອງກັນບໍ່ໃຫ້ພວກຕາລີ
ບານລົບກວນການເລືອກຕັ້ງ.

ວີດີໂອ ການເລືອກຕັ້ງ ຢູ່ປາກິສຖານ
please wait

No media source currently available

0:00 0:01:27 0:00
XS
SM
MD
LG