ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄພນໍ້າຖ້ວມຮອບໃໝ່ ໃນ ປາກິສຖານ


ອົງການສະຫະປະຊາຊາດ ກ່າວວ່າ ນໍ້າຖ້ວມຮອບໃໝ່ ຢູ່ໃນພາກໃຕ້ປາກິສຖານ ໄດ້ບັງຄັບ ໃຫ້ມີການຍົກຍ້າຍ ປະຊາຊົນປະມານ 1 ລ້ານຄົນ ນັບແຕ່ມື້ວັນພຸດເປັນຕົ້ນ ມາ ເຮັດໃຫ້ຜົນກະທົບ ຈາກໄພນໍ້າຖ້ວມ ທີ່ດຳເນີນ ມາເປັນເວລານຶ່ງເດືອນ ແລ້ວນັ້ນ ຮ້າຍແຮງຂຶ້ນຕື່ມ.

ເຈົ້າໜ້າທີ່ ອົງການສະຫະປະຊາຊາດ ກ່າວໃນວັນສຸກມື້ ນີ້ວ່າ ຜູ້ປະສົບໄພນໍ້າຖ້ວມຮອບໃໝ່ ໄດ້ຖືກບັງຄັບໃຫ້ ຍົກຍ້າຍອອກໜີ ຈາກເຮືອນຊານບ້ານຊ່ອງຂອງພວກເຂົາ ເຈົ້າ ທີ່ແຂວງ Sind ຂະນະທີ່ແມ່ນໍ້າສິນທຸ ຫຼື Indus ໄດ້ລົ້ນຝັ່ງຂຶ້ນຖ້ວມ.

ເຈົ້າໜ້າທີ່ປາກິສຖານ ໄດ້ສັ່ງໃຫ້ປະຊາຊົນ ຍົກຍ້າຍອອກຈາກ ເມືອງປະວັດສາດ Thatta ໃນແຂວງ Sind ຫຼັງຈາກແມ່ນໍ້າສິນທຸໄດ້ລົ້ນຄູກັ້ນນໍ້າ ທີ່ຕັ້ງຢູ່ໃນບໍລິເວນໃກ້ຄຽງ. ຊາວເມືອງ ຫຼາຍສິບພັນຄົນ ເລີ້ມພາກັນຍົກຍ້າຍອອກໜີ ໃນຕອນເດິກ ຂອງຄືນວັນະຫັດວານນີ້.

ໄພນໍ້າຖ້ວມ ທີ່ໄດ້ເລີ້ມມາ ເມື່ອເກືອບນຶ່ງເດືອນແລ້ວນັ້ນ ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ ບໍລິເວນສ່ວນໃຫຍ່ ຂອງປາກິສຖານ ໂດຍເລີ້ມແຕ່ເຂດພູສູງ ທາງພາກເໜືອຂອງປະເທດ ແລະກໍປ່ຽນໄປສູ່ ເຂດສູນກາງກະສິກຳ ໃນຢູ່ພາກໃຕ້. ໄພນໍ້າຖ້ວມທີ່ວ່ານີ້ ເຮັດໃຫ້ມີຜູ້ ເສຍຊີວິດແລ້ວ ປະມານ 1,600 ຄົນ ແລະໄດ້ຮັບຜົນກະທົບອີກ ປະມານ 20 ລ້ານຄົນ.

ສະຫະລັດ ກ່າວໃນວັນພະຫັດ ວານນີ້ວ່າ ມີຂ່າວທີ່ໜ້າເຊື່ອຖືໄດ້ແຈ້ງວ່າ ພວກຫົວຮຸນແຮງ ໃນປາກິສຖານ ອາດຈະທຳການໂຈມຕີ ພວກຄົນງານ ບັນເທົາທຸກ ຊາວຕ່າງປະເທດ ແລະ ເຈົ້າໜ້າທີ່ປາກິສຖານ ທີ່ພົວພັນໃນການປະຕິບັດງານ ບັນເທົາທຸກໄພນໍ້າຖ້ວມ.

XS
SM
MD
LG