ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນໍ້າຖ້ວມໃນປາກິສຖານ


ປະທານາທິບໍດີ ປາກິສຖານ ທ່ານ Asif Ali Zardari ກ່າວວ່າ ອາດຈະໃຊ້ເວລາດົນເຖິງ 3 ປີ ຫຼືຫຼາຍກວ່ານັ້ນ ປາກິສຖານ ຈຶ່ງຈະສາມາດ ຟື້ນຄືນໄດ້ ຈາກໄພນໍ້າຖ້ວມ ຮ້າຍແຮງ ເປັນເວລາຫຼາຍໆອາທິດ ທີ່ເຮັດໃຫ້ປະຊາຊົນ ຈຳນວນຫລາຍລ້ານຄົນ ບໍ່ມີບ່ອນພັກພາອາໄສ.

ທ່ານ Zardari ກ່າວວ່າ ທ່ານເຊື່ອວ່າ ປາກິສຖານ ຈະບໍ່ ສາມາດ ຟື້ນໂຕຄືນໄດ້ ຮ້ອຍເປີເຊັນ ຈາກໄພນໍ້າຖ້ວມ ໃນຄັ້ງນີ້. ທ່ານເວົ້າຕື່ມວ່າ ລັດຖະບານປາກິສຖານ ພວມດຳເນີນງານ ເພື່ອປົກປ້ອງ ປະຊາຊົນ ຈາກໄພນໍ້າຖ້ວມ ໃນອະນາຄົດ.

ພວກຄົນງານກູ້ໄພສຸກເສີນ ຢູ່ໃນເຂດພາກໃຕ້ ປາກິສຖານ ກຳລັງເຮັດວຽກ ຢ່າງຂຸ້ນຂ້ຽວ ເພື່ອເສີມຄູກັ້ນນໍ້າ ໃນຄວາມພະຍາຍາມ ເພື່ອຈະປົກປ້ອງ ຫົວເມືອງ ແລະໝູ່ບ້ານຕ່າງໆ ທີ່ພວມຕົກຢູ່ ໃນອັນຕະລາຍ ທີ່ຈະຖືກນໍ້າຖ້ວມ ໃນວັນອັງຄານມື້ນີ້. ປະຊາຊົນຈຳນວນຫຼາຍ ສິບພັນຄົນ ໄດ້ຖືກຍົກຍ້າຍ ອອກຈາກເມືອງ Shadad Kot ໃນແຂວງ Sind ທາງພາກໃຕ້ ປາກິສຖານ.

ມາຮອດປັດຈຸບັນນີ້ ນໍ້າໄດ້ຖ້ວມປະມານ 20% ຂອງປາກິສຖານ ເຮັດໃຫ້ມີຜູ້ເສຍຊີວິດ ປະມານ 1,600 ຄົນ ແລະໄດ້ທຳລາຍ ໄຮ່ນາຮົ້ວສວນ ແລະສັດລ້ຽງ ອີກຈຳນວນນຶ່ງ.

ເຈົ້າໜ້າທີ່ ອົງການສະຫະປະຊາຊາດ ໃນປາກິສຖານກ່າວວ່າ ນໍ້າທີ່ເລີ້ມຖ້ວມ ມາໄດ້ເກືອບ ນຶ່ງເດືອນແລ້ວນັ້ນ ເຮັດໃຫ້ສະຖານະການ ຊຸດໂຊມລົງນັບມື້.

XS
SM
MD
LG